ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ເດນມາກ

07:40 | 03/11/2022

ຜ່ານເຄິ່ງສະຕະວັດແຫ່ງການພັດທະນາ, ການພົວພັນ ຫວຽດນາມ-ເດນມາກ ໄດ້ຫັນປ່ຽນຈາກການພົວພັນຮ່ວມມືພັດທະນາແບບມູນເຊື້ອ ເປັນການພົວພັນຄູ່ຮ່ວມມືສະເໜີພາບ, ຕ່າງຝ່າຍຕ່າງມີມີຜົນປະໂຫຍດ.

undefined
ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ ກ່າວຄຳເຫັນຢູ່ທີ່ພິທີ (ພາບ: TTXVN)

ໂດຍສືບຕໍ່ວາລະການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງອົງມົງກຸດລາຊາກຸມມານ ເດນມາກ ເຟເດີຣິກ ແລະ ເຈົ້າຍິງ ແມຣີ ເອລິຊາເບັດ, ຕອນຄ່ຳວັນທີ 01 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ, ອົງມຸງກຸດລາຊາກຸມານ ແລະ ເຈົ້າຍິງ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງທູດ ຫວຽດນາມ-ເດນມາກ (25 ພະຈິກ 1971-25 ພະຈິກ 2021). ພິທີໄດ້ຖືກໂຈະໄວ້ 1 ປີ ຍ້ອນໂລກລະບາດໂຄວິດ 19.

ກ່າວຄຳເຫັນຢູ່ທີ່ພິທີ, ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ ໄດ້ເນັ້ນໜັກວ່າ ຜ່ານເຄິ່ງສະຕະວັດແຫ່ງການພັດທະນາ, ການພົວພັນ ຫວຽດນາມ-ເດນມາກ ໄດ້ຫັນປ່ຽນຈາກການພົວພັນຮ່ວມມືພັດທະນາແບບມູນເຊື້ອ ເປັນການພົວພັນຄູ່ຮ່ວມມືສະເໜີພາບ, ຕ່າງຝ່າຍຕ່າງມີມີຜົນປະໂຫຍດ ແລະ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2013.

ໂລກພວມປະເຊີນໜ້າກັບບັນດາສີ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ຍ້ອນແນວນັ້ນປະຊາຄົມສາກົນຕ້ອງເພີ່ມທະວີການຮ່ວມມືເພື່ອຜ່ານຜ່າສີ່ງທ້າທາຍ, ຟື້ນຟູການພັດທະນາ. ຄວາມສາມາດ ແລະ ທ່າແຮງບົມຊ້ອນລະຫວ່າງ ຫວຽດນາມ ແລະ ເດນມາກຍັງໃຫຍ່ຫຼວງ. ຢູ່ບັນດາພື້ນຖານຂອງບັນດາຂອບເຂດນິຕິກຳທີ່ມີມາແລ້ວ ແລະ ຈະ ໄດ້ສ້າງຕັ້ງໃນເວລາທີ່ຈະມາເຖິງ, ໝັ້ນໝາຍເປີດອານາຄົດການຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ນັບມີປະສິດທິຜົນ, ໝັ້ນຄົງໜັກແໜ້ນ.

ສ່ວນ, ອົງມົງກຸດລາຊາກຸມມານ ເຟເດີຣິກ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ຄະນະວິສາຫະກິດ ເດນມາກ ໄດ້ວາງເປົ້າໝາຍແລກປ່ຽນກັບບັນດາຄູ່ຮ່ວມມື ຫວຽດນາມ ກ່ຽວກັບມາດຕະການໜູນຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ, ສ້າງກຳລັງໜູນໃໝ່ໃນການຮ່ວມມືລົງທຶນ ລະຫວ່າງປະຊາຄົມວິສາຫະກິດສອງປະເທດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.