ວິສາຫະກິດກອງທັບຊຸກຍູ້ການພົວພັນແລກປ່ຽນການຄ້າຫວຽດນາມ-ລາວ

12:21 | 28/10/2022

ນອກຈາກໜ້າທີ່ຮັບປະກັນການຜະລິດດ້ານປ້ອງກັນຊາດແລ້ວ ວິສາຫະກິດກອງທັບປະຊາຊົນຫວຽດນາມ ຍັງຜະລິດສິນຄ້າຫຼາຍປະເພດເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ.

ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ ການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນ “ຄວາມສຳຄັນ” ຂອງການພົວພັນ ຫວຽດນາມ - ຈີນ
ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ
ຜະລິດດິນລະເບີດອຸດສາຫະກຳຢູ່ໂຮງງານ Z131. ພາບ: ບ໊າວລິງ.
ຜະລິດດິນລະເບີດອຸດສາຫະກຳຢູ່ໂຮງງານ Z131. ພາບ: ບ໊າວລິງ.

ດ້ວຍບັນດາຜະລິດຕະພັນຫຼາຍຮູບແບບ, ແທດຈິງທີ່ລູກຄ້າມີຄວາມນິຍົມນັ້ນ, ວິສາຫະກິດກອງທັບມີທ່າໄດ້ປຽບເພື່ອເປີດກວ້າງຕະຫຼາດຢູ່ພາຍໃນ ແລະຕ່າງປະເທດ. ສຳລັບຫວຽດນາມ, ຕະຫຼາດລາວ ຍາມໃດກໍ່ໄດ້ຮັບການຕີລາຄາວ່າແມ່ນປະຕູອອກສຳຄັນ ເພື່ອເປີດກວ້າງຕະຫຼາດເຂົ້າບັນດາປະເທດອາຊຽນ. ຊຸກຍູ້ການລົງທຶນ-ການຄ້າລະຫວ່າງສອງປະເທດຫວຽດນາມ-ລາວ, ບັນດາວິສາຫະກິດກອງທັບໄດ້ຫັນການເຄື່ອນໄຫວສົ່ງເສີມການຄ້າເປັນຫຼາຍຮູບຫຼາຍແບບ.

ຫຼາຍຜະລິດຕະພັນ, ການບໍລິການຂອງບັນດາວິສາຫະກິດກອງ ທັບໄດ້ກາຍເປັນການເລືອກເຟັ້ນແຖວໜ້າຂອງຜູ້ບໍລິໂພກຢູ່ພາຍໃນປະເທດ ແລະເປີດກວ້າງບັນດາຕະຫຼາດສາກົນເທື່ອລະກ້າວ. ນັ້ນແມ່ນບັນດາຜະລິດຕະພັນ, ການບໍລິການໂທລະຄົມມະນາຄົມຂອງກຸ່ມບໍລິສັດອຸດສາຫະກຳ ແລະຄົມມະນາຄົມກອງທັບ (Viettel); ການບໍລິການທະນາຄານຂອງທະນາຄານການຄ້າຫຸ້ນສ່ວນກອງທັບ (MB); ເຄື່ອງໝາຍການຄ້າພັດລົມຂອງໂຮງງານ Z199; ເຄື່ອງໝາຍການຄ້າບັ້ງໄຟດອກ, ກະໂພກອຸດສາຫະກຳ, ຜະລິດຕະພັນຊີ້ນສ່ວນກະໂພກຂອງໂຮງງານ Z121; ເຄື່ອງດັບເພີງ, ເຂັມເຈາະໂດຍໂຮງງານ Z113 ຜະລິດ ແລະຈຳໜ່າຍ; ບັນດາຜະລິດຕະພັນຢາງພະລາເຕັກນິກຂອງໂຮງງານ Z175; ດິນລະເບີດອຸດສາຫະກຳຂອງໂຮງງານ Z131 ແລະໂຮງງານ Z115...

ແລກປ່ຽນກັບພວກຂ້າພະເຈົ້າ, ການນຳບັນດາບໍລິສັດໃຫຍ່, ບໍລິສັດ, ໂຮງງານກອງທັບສ່ວນຫຼາຍຢັ້ງຢືນວ່າ ໃນຕະຫຼອດວິວັດທະນາການພັດທະນາ, ເຂົາເຈົ້າຍາມໃດກໍ່ກຳນົດວ່າຫົວໜ່ວຍຕົນເອງແມ່ນວິສາຫະກິດປ້ອງກັນຊາດ; ພັັດທະນາເສດຖະກິດແມ່ນການປະຕິບັດແຜນນະໂຍບາຍນຳໃຊ້ລະບົບຕ່ອງໂສ້ການຜະລິດທີ່ໃຊ້ຄວບຄູ່ເພື່ອຮັກສາ ແລະຍູ້ແຮງຄວາມສາມາດໃນການຜະລິດປ້ອງກັນຊາດ. ທ່ານພັນເອກພິເສດ ຟ້າມແອັງຕ໊ວນ, ຜູ້ອຳນວຍການໂຮງງານ Z176, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ເນັ້ນໜັກວ່າ: “ການລົງທຶນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຢີອີງໃສ່ພື້ນຖານການຂຸດຄົ້ນລະບົບຕ່ອງໂສ້ການຜະລິດປ້ອງກັນຊາດທີ່ມີຢູ່ແລ້ວ, ໄດ້ຊ່ວຍໃຫ້ໂຮງງານອຸດສາຫະກຳປ້ອງກັນຊາດພັດທະນາບາງຜະລິດຕະພັນຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ, ບາງຜະລິດຕະ ພັນໄດ້ສົ່ງອອກໄປຍັງຕະຫຼາດທີ່ມີຄຸນນະພາບສູງ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດ”. ທ່ານພັນເອກ ເຈິ່ນຈີ໊ຢູງ, ຜູ້ອໍານວຍການໂຮງງານ Z113, ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ ຢັ້ງຢືນວ່າ: “ມູນຄ່າທີ່ໄດ້ມາຈາກສິນຄ້າປະເພດຕ່າງໆ ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດກອງທັບຍົກສູງລາຍຮັບໃຫ້ແກ່ພະນັກງານ, ພາລະກອນ, ຜູ້ອອກ ແຮງງານເທົ່ານັ້ນ ຫາກຍັງຍົກສູງເຄື່ອງໝາຍການຄ້າວິສາຫະກິດກອງທັບເວົ້າລວມ ແລະມີເງື່ອນໄຂລົງທຶນດັດແປງ, ປ່ຽນໃໝ່ລະບົບຕ່ອງໂສ້ການຜະລິດໃຫ້ທັນສະໄໝກວ່າອີກ, ຈາກນັ້ນຮັບໃຊ້ການຜະລິດສິນຄ້າປະເພດຕ່າງໆເພື່ອຮັບໃຊ້ກອງທັບ, ການປ້ອງກັນຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການຫັນປະເທດເປັນອຸດສາຫະກຳ ແລະທັນ ສະໄໝ”.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.