ນາຍົກລັດຖະມົນຕີ ຟ້າມມິງຈີງ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

10:26 | 26/10/2022

ຕອນບ່າຍວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວນຳໜ້າຄະນະຜູ້ແທນກະຊວງຕຳຫຼວດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ລາວ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ລາວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານ  ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນຄວາມສະຫງົບ ລາວ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນຄວາມສະຫງົບ ລາວ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີໃຫ້ກະຊວງຕຳຫຼວດ 2 ປະເທດ, ພິເສດແມ່ນກຳລັງປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນມີເສັ້ນຊາຍແດນຮ່ວມ, ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການ, ກຳແໜ້ນສະພາບການ, ສົມທົບການຕໍ່ສູ້ຢ່າງມີປະສິດທິຜົນກັບການຕ້ານການເຄື່ອນໄຫວມ້າງເພທຳລາຍ ຂອງບັນດາອິດທິກຳລັງທີ່ເປັນປໍລະປັກ; ຕ້ານອາດຊະຍາກຳທຸກປະເພດ, ພິເສດແມ່ນເອົາໃຈໃສ່ເຖິງການຄ້າຢາເສບຕິດ, ອາດຊະຍາກຳຂ້າມຊາດ ແລະ ອື່ນໆ, ຮັບປະກັນຄວາມສະຫງົບປອດໄພ ແລະ ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີໃຫ້ ຝ່າຍລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາກົນໄກອະນຸພາກພື້ນ. 2 ປະເທດຕ້ອງຍຶດໝັ້ນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຮ່ວມມືເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະ ເປັນເອກະພາບກັນບົດບາດໃຈກາງຂອງອາຊຽນ ໃນບັນດາວິວັດທະນາການພາກພື້ນ ແລະ ບັນດາບັນຫາທີ່ກະທົບເຖິງຂະບວນວິວັດແຫ່ງການສ້າງປະຊາຄົມອາຊຽນ ກໍຄືຄວາມໝັ້ນຄົງ ແລະ ການພັດທະນາຂອງບັນດາປະເທດສະມາຊິກ, ໃນນັ້ນມີບັນຫາທະເລຕາເວັນອອກ, ກໍ່ສ້າງປະຊາຄົມອາຊຽນປອດຢາເສບຕິດ.

ວີ​ໂອ​ວີ

ເຫດການ