13 ປະເທດ ແລະ ເຂດແຄວ້ນເຂົ້າຮ່ວມງານວາງສະແດງສາກົນ MTA Hanoi 2022.
ງານວາງສະແດງ ໄດ້ນຳສະເໜີບັນດາປະສົບການຕົວຈິງທີ່ພິເສດຂອງບັນດາຫົວໜ່ວຍທີ່ເຂົ້າຮ່ວມງານວາງສະແດງທີ່ມີຄຸນນະພາບ ຄຽງຄູ່ກັບບັນດາຜະລິດຕະພັນເຕັກໂນໂລຢີນະວັດຕະກຳໃຫ້ຜູ້ທີ່ໄປເຂົ້າຊົມສ່ວນບຸກຄົນ ແລະ ເປັນກຸ່ມ. ກວ່າ 20 ປີແຫ່ງການຮ່ວມມື ແລະ ເຊື່ອມຕໍ່ພ້ອມກັບຂະແໜງກົນຈັກປະດິດສ້າງຢູ່ຫວຽດນາມ, ລະບົບງານວາງສະແດງ MTA ຫວຽດນາມ ແລະ MTA ຮ່າໂນ້ຍ ໄດ້ກາຍເປັນພາກສ່ວນໜຶ່ງທີ່ສຳຄັນ ໃນບັນດາພາບພົດການພັດທະນາຂອງຂະແໜງໃນ 2 ທົດສະວັດທີ່ຜ່ານມາ.
ໃນຂອບເຂດ MTA Hanoi 2022 ຍັງມີບັນດາກອງປະຊຸມສຳມະນາ ກ່ຽວກັບຫົວຂໍ້ການຜະລິດທັນສະໄໝ, ເຕັກໂນໂລຢີການພິມ 3D ໂລຫະ ແລະ ການອອກແບບດີຈີຕອນ. MTA Hanoi 2022 ຄາດວ່າຈະໄດ້ຕ້ອນຮັບການເຂົ້າຊົມ ແລະ ການເຊື່ອມຕໍ່ຂອງແຂກ ກວ່າ 5.000 ຄົນ.