ຈາກເຈົ້າຍິງຂອງລາວກາຍເປັນເທບທິດາປະເທດຫວຽດນາມ

21:28 | 26/09/2022

ຍສໝ - ຕາມທ່ານ ຫງວຽນກາວເຕິນ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ນິງບິ່ງ ໃຫ້ຮູ້ວ່າ: ໃນຈິດໃຈຂອງຊາວທ້ອງຖິ່ນ, ວິຫານ ເທື້ອງທ໊າຍເຊີນ ແມ່ນສະຖານທີ່ສັກກະລະບູຊາເຈົ້າຍິງຂອງລາວ ທີ່ໄດ້ຊ່ວຍເຫຼືອ ດ້າຍຫວຽດ ໃນການຕໍ່ສູ້ຕ້ານສັດຕູຜູ້ເຂົ້າມາຮຸກຮານ. ແຕ່ລະປີໃນວັນຂຶ້ນ 3 ຄ່ຳເດືອນ 3 (ໄລ່ຕາມຈັນທະປະຕິທິນຂອງຫວຽດ), ອຳນາດການປົກຄອງຕາແສງກໍ່ຈັດຕັ້ງງານບຸນວັດທະນະທຳມູນເຊື້ອຂອງວິຫານ ເທື້ອງທ໊າຍເຊີນ... ໃນໂອກາດວັນບຸນ, ນອກຈາກພິທີກຳ ແລະ ການລະຫຼິ້ນພື້ນເມືອງແລ້ວ, ກໍຍັງມີການສະແດງ “ຟ້ອນ - ຮ້ອງເພງຈຳປາ” ທີ່ເປັນມູນເຊື້ອຂອງລາວ ໂດຍປະຊາຊົນໃນບ້ານຮ່ວມກັນາະແດງ ເພື່ອລະລຶກເຖິງເຈົ້າຍິງ. ປີ 2007, ຮ່ອງຮອຍວິຫານ ເທື້ອງທ໊າຍເຊີນ ໄດ້ຮັບການຮັບຮອງເປັນມໍລະດົກຂັ້ນແຂວງ ຈາກຄະນະກຳມະການປະຊາຊົນ ແຂວງນິງບິ່ງ.

ກໍາປັ່ນ 286-ເລກຸ໊ຍດົນ ອອກຈາກຍາຈາງ ເດີນທາງໄປຢ້ຽມຢາມ ມາເລເຊຍ ກໍາປັ່ນ 286-ເລກຸ໊ຍດົນ ອອກຈາກຍາຈາງ ເດີນທາງໄປຢ້ຽມຢາມ ມາເລເຊຍ
ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ

ຢູ່ຕາແສງ ເຊີນລາຍ, ເມືອງ ຢໍ ກວນ, ແຂວງ ນິງບິ່ງ, ມີວິຫານ ເທື້ອງທ໊າຍເຊີນ, ເຊິ່ງນັກວິທະຍາສາດບາງຄົນເຊື່ອວ່າແມ່ນວິຫານສຳລັບເຈົ້າຍິງຂອງລາວ. ໂດຍເລົ່າຕໍ່ໆສູ່ກັນຟັງວ່າ: ເມື່ອ 6 ສະຕະວັດກ່ອນ, ເມື່ອຫວຽດນາມ ຕ້ອງປະເຊີນໜ້າກັບຄວາມສ່ຽງພວກສັດຕູຮຸກຮານ, ປະຊາຊົນລາວອ້າຍນ້ອງ ໄດ້ສົ່ງເຈົ້າຍິງທີ່ສວຍງາມ ແລະ ກ້າຫານນຳພາກອງກຳລັງຊ້າງຮົບ (ຊ້າງທີ່ໄດ້ຮັບການຝຶກຊ້ອມ) ທີ່ເກັ່ງກ້າສາມາດເຂົ້າມາຊ່ວຍ. ພາຍຫຼັງສຳເລັດພາລະກຳອັນກ້າຫານ ແລະ ຊອບທຳພ້ອມກັບດ້າຍຫວຽດ, ເຈົ້າຍິງໄດ້ລົ້ມປ່ວຍ ແລະ ເສຍຊີວິດຢູ່ດິນແດນຫວຽດນາມ. ຫວນຄືນເຖິງຄວາມຮັກແພງ, ຄຸນງາມຄວາມດີຂອງເພິ່ນກໍ່ຄືປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ພະລາຊະວັງ ແລະ ປະຊາຊົນ ດ້າຍຫວຽດ ໄດ້ສ້າງຕັ້ງວິຫານຢູ່ ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຢໍກວນ, ແຂວງ ນິງບິ່ງ ແລະ ບູຊາ. ເຈົ້າຍິງໄດ້ຮັບນາມມະຍົດທີ່ນັບຖື ແລະ ຮັກແພງຂອງຊາວຫວຽດນາມວ່າ: ເຈົ້າຍິງໂຍ່ຍຮວາ!

ວິຫານເຈົ້າຍິງໂຍ່ຍຮວາ ຢູ່ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຢໍກວນ, ແຂວງ ນິງບິ່ງ. ພາບ: ຫາຍອານ
ວິຫານເຈົ້າຍິງໂຍ່ຍຮວາ ຢູ່ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຢໍກວນ, ແຂວງ ນິງບິ່ງ. ພາບ: ຫາຍອານ

ໃນວັນໜຶ່ງຍາມລະດູໃບໄມ້ຫຼົ່ນທີ່ເຕັມໄປດ້ວຍແສງແດດ, ຂ້າພະເຈົ້າໄດ້ມາບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງຢໍກວານ, ແຂວງນິງບິ່ງ ເພື່ອຢ້ຽມຢາມວິຫານ ເທື້ອງທ໊າຍເຊີນ ບູຊາ ເຈົ້າຍິງລາວ ໂຍ່ຍຮວາ... ມີຜູ້ຊາຍຄົນໜຶ່ງມີອາຍຸປະມານ 50 ປີ, ຮູບຮ່າງຈ່ອຍສູງມາຮັບຂ້າພະເຈົ້າ, ລຸງໄດ້ມາຮັບດ້ວຍຮ້ອຍຍິ້ມ... ພາຍຫຼັງການແນະນຳ, ລຸງໄດ້ພາຂ້າພະເຈົ້າໄປລຽບຕາມເສັ້ນທາງດິນຈີ່ທີ່ຄົດໂຄ້ງທະລຸປ່າສີຂຽວອຸ່ມທຸ່ມ ໄປຮອດສຸສານຂອງເຈົ້າຍິງ ລາວ.

ລຸງເວົ້າວ່າ: ວິຫານ ເທື້ອງທ໊າຍເຊີນ ໄດ້ບູຊາເຈົ້າຍິງລາວຊື່ວ່າ ໂຍ່ຍຮວາ. ວິຫານ ປະກອບມີ 3 ຫໍຄື: ຫໍຫຼັກຢູ່ດ້ານໜ້າມີ 4 ເສົາທີ່ສະຫງ່າ ສູງປະມານ 4 ແມັດ ດ້ວຍລັກສະນະສີສັນບູຮານ ແລະ ເດີ່ນທາງກວ້າງປະມານ 80 ຕາແມັດ ດ້ວຍກະເບື້ອງດິນເຜົາ. ຢູ່ເບື້ອງຂວາຂອງທາງເຂົ້າ ໄດ້ປູກຕົ້ນດອກຈຳປາ…

ຮູບຂອງເຈົ້າຍິງໂຍ່ຍຮ່ວາໄດ້ແກະສະຫຼັກຢູ່ແຜ່ນໄມ້. ພາບ: ຫາຍອານ
ຮູບຂອງເຈົ້າຍິງໂຍ່ຍຮ່ວາໄດ້ແກະສະຫຼັກຢູ່ແຜ່ນໄມ້. ພາບ: ຫາຍອານ

ຫໍກາງເປັນບ່ອນບູຊາ ກວ້າງປະມານ 200 ຕາແມັດ ດ້ວຍແຜ່ນຄະຕິຄູ່ ທາດ້ວຍສີເຫຼືອງທອງຄຳ, ໃນນັ້ນມີ 5 ສານແຕ່ງຕັ້ງ (ອຸປະສົມບົດ). ສານທີ່ເກົ່າແກ່ທີ່ສຸດແຕ່ສະໄໝຂອງ ຕຶດຶກ (1853) ໄດ້ປະທານແຕ່ງຕັ້ງໃຫ້ເປັນ “ເຈົ້າຍິງ”. 72 ປີຕໍ່ມາ, ປີ 1924 (ຂາຍດິງ) ໄດ້ຮັບນາມມະຍົດ “ເຈົ້າຊີວິດຊັ້ນສູງ”, “ປົກປັກຮັກສາປະເທດຊາດ ແລະ ຊ່ວຍເຫຼືອປະຊາຊົນ”. ເຂົ້າໄປຊື່ທາງດ້ານຫລັງແມ່ນຫໍລາຍ (ເຊິ່ງເປັນຫໍສຳຄັນ ແລະ ສັກສິດທີ່ສຸດ) ກວ້າງປະມານ 20 ຕາແມັດ, ດ້ວຍສະຖາປັດຕະຍະກຳໃນແບບ “ກ່ອນ ແລະຫຼັງການສູ້ຮົບ”. ໃນຫໍຫຼັງ, ມີແທ່ນບູຊາທີ່ມີຮູບຂອງເຈົ້າຍິງ. ຕາມນິທານພື້ນເມືອງແລ້ວ,

ເຈົ້າຊີວິດອາຍລາວ, ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຈົ້າຍິງສິ້ນພະຊົນ ກໍໄດ້ໃຫ້ນັກສິລະປິນແກະສະຫຼັກຮູບເຈົ້າຍິງຢູ່ໃນໄມ້ຮ່ວາງດ່ານ - ເປັນໄມ້ລ້ຳຄ່າພິເສດໃຊ້ໃນການສ້າງຮູບສັນຍາລັກທາງຈິດວິນຍານ ແລະ ສົ່ງໄປຍັງດ້າຍຫວຽດ. ໃນແຜ່ນແກະສະຫຼັກ, ເຈົ້າຍິງນຸ່ງເສື້ອຄຸມສີເຫຼືອງ, ນັ່ງເທິງບັນລັງ, ໃສ່ມົງກຸດ, ໃບໜ້າອ່ອນໂຍນ, ມືຖືວີ, ຢູ່ໃນທ່າທີ່ເດັ່ນ ແລະ ສະຫງ່າງາມ. ຮູບເຈົ້າຍິງວາງໄວ້ເທິງແທ່ນບູຊາໃນຫໍລາຍ ເພື່ອໃຫ້ຊາວໂລກຊື່ນຊົມຕະຫຼອດການ...

ຢູ່ສຸດຂອງຫໍລາຍ, ລ້ຽວຂວາ, ປະມານສິບກ້າວໄປທາງທິດຕາເວັນຕົກແມ່ນສຸສານເຈົ້າຍິງ. ສຸສານຫັນໜ້າໄປທາງທິດຕາເວັນຕົກ - ບ້ານເກີດເມືອງນອນ ອາຍລາວ ຂອງເຈົ້າຍິງ... ດ້ານໜ້າຂອງສຸສານ ໄດ້ສະຫລັກດ້ວຍຄຳບູຮານ 3 ຄຳ "ເຝີ້ນ ດ້າຍ ເຮືອງ" ເຊິ່ງແປປະມານວ່າ "ກິ່ນຫອມອາຍບູຊາ - ຈົດຈຳຊື່ຕະຫຼອດໄປ...".

ສຸສານ ເຈົ້າຍິງ ໂຍ່ຍຮວາ ຕັ້ງຢູ່ທາງທິດຕາເວັນຕົກຂອງວິຫານ ເທືຶ້ອງທ໊າຍເຊີນ
ສຸສານ ເຈົ້າຍິງ ໂຍ່ຍຮວາ ຕັ້ງຢູ່ທາງທິດຕາເວັນຕົກຂອງວິຫານ ເທືຶ້ອງທ໊າຍເຊີນ. ພາບ: ຫາຍອານ

ລຸງດວານ ເລົ່າວ່າ: ມີເລື່ອງລາວເລົ່າຂານກັນມາວ່າ: ໃນສະຕະວັດທີ 15, ໃນສະໄໝ ເຈົ້າຊີວິດ ເລແທ່ງຕົງ, ດາຍຫວຽດ ຕ້ອງຕໍ່ສູ້ຕ້ານສັດຕູເຂົ້າມາຮຸກຮານເປັນຫຼາຍຄັ້ງ. ເພື່ອສະແດງຄວາມສາມັກຄີ, ເຈົ້າຊີວິດຂອງ ອາຍລາວ (ລາວໃນປະຈຸບັນ) ໄດ້ສັ່ງໃຫ້ລູກສາວຂອງຕົນ ເຊິ່ງແມ່ນເຈົ້າຍິງ ໂຍ່ຍຮວາ, ຮັບຜິດຊອບຝຶກຊ້ອມຊ້າງຕີເສິກເພື່ອຊ່ວຍເຫຼືອທະຫານຂອງ ດາຍຫວຽດ ຕ້ານສັດຕູຜູ້ຮຸກຮານ. ພາຍຫຼັງຫຼາຍວັນລຸຍນ້ຳ, ລຸຍໄມ້, ສິ່ງທ້າທາຍນາໆປະການ, ເຈົ້າຍິງ ໂຍ່ຍຮວາ ໄດ້ສະເໜີສະເໜີມອບກອງກຳລັງ “ຊ້າງຮົບ” ແລະ ວິທີການບັນຊາຊ້າງໃຫ້ແກ່ນາຍພົນທະຫານ ດ້າຍຫວຽດ… ໃນການຕໍ່ສູ້ຄັ້ງນັ້ນ, ຄວາມຊົງພະລັງ ແລະ ກະລັງວັງຊາຂອງກອງກຳລັງ “ຊ້າງຮົບ” ລາວ ໄດ້ຊ່ວຍໃຫ້ ດ້າຍຫວຽດ ບັນລຸໄດ້ບັນດາຜົນງານອັນສະຫງ່າລາສີ...

ໃນເສັ້ນທາງກັບຄືນສູ່ອານາຈັກອາຍລາວ, ເມື່ອມາຮອດແຂວງນິງບິ່ງໃນປະຈຸບັນ, ເຈົ້າຍິງໄດ້ລົ້ມປ່ວຍ ແລະ ສິ້ນພະຊົນ. ເພື່ອລະລຶກເຖິງຄຸນງາມຄວາມດີຂອງຫວຽດນາມ ແລະ ລາວ, ເຈົ້າຊີວິດ ເລແທ່ງຕົງ ໄດ້ສັ່ງໃຫ້ກອງທັບຂອງຕົນຈັດພິທີຊາປະນະກິດສົບ, ສ້າງວິຫານ ແລະ ສ້າງສຸສານໃຫ້ເຈົ້າຍິງຢູ່ບ່ອນເຈົ້າຍິງສິ້ນພະຊົນ. ຕາມເອກະສານສະບັບໜຶ່ງແລ້ວ, ປີ 1882, ເຂດນີ້ຂຶ້ນກັບຕາແສງ ດົກຈາງ, ກຸ່ມຕາແສງ ເລຊາ, ເມືອງ ຢາວຽນ, ແຂວງ ນິງບິ່ງ. ເອກະສານອີກສະບັບໜຶ່ງໃຫ້ຮູ້ວ່າ: ປີ 1919 ສະຖານທີ່ແຫ່ງນີ້ຂຶ້ນກັບຕາແສງ ດົກຈາງ, ກຸ່ມຕາແສງ ເລຊາ, ເມືອງ ຢາວຽນ, ນະຄອນ ຢໍກວນ, ແຂວງ ນິງບິ່ງ. ປະຈຸບັນ, ວິຫານ ເທື້ອງທ໊າຍເຊີນ ຕັ້ງຢູ່ບ້ານ ໄທເຊີນ,

ຕາແສງ ເຊີນລາຍ, ເມືອງ ຢໍກວນ, ແຂວງ ນິງບິ່ງ.

ຕາມປະຊາຊົນໝູ່ບ້ານໄທເຊີນ, ຕາແສງ ເຊີນລາຍ ແລ້ວ, ປະຈຸບັນ, ວິຫານ ເທື້ອງທ໊າຍເຊີນ ໄດ້ບູຊາດ້ວຍບັນດາພິທີກຳບູຊາພະແມ່. ໃນວັນເດືອນເພັງ, ວັນທີ 1 ຂອງທຸກໆເດືອນ (ໄລ່ຕາມຈັນທະປະຕິທິນຂອງຫວຽດ), ປະຊາຊົນໃນໝູ່ບ້ານມາຈູດທູບທຽນບູຊາພະແມ່ ເພື່ອຂໍພອນໃຫ້ຊາວບ້ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ, ຝົນຟ້າເອື້ອອຳນວຍ... ຕາມເອກະສານຂອງກອງເອກະສານອະລິຍະທຳຫວຽດນາມ ໃຫ້ຮູ້ວ່າ: ປີ 2017, ຜ່ານການຄົ້ນຄ້ວາຂອງ ທ່ານສາດສະດາຈານ ຫວູຂຽວ, ປະທານກອງເອກະສານອະລິຍະທຳຫວຽດນາມ ໄດ້ກ່າວເຖິງທັດສະນະ ວິຫານ ເທື້ອງທ໊າຍເຊີນ ບູຊາເຈົ້າຍິງລາວ. ເດືອນທັນວາ 2020, ກອງເອກະສານອະລິຍະທຳຫວຽດນາມ ໄດ້ສົມທົບກັບສະມາຄົມໃຫຍ່ກໍ່ສ້າງຫວຽດນາມ, ພະແນກວັດທະນະທຳ - ກິລາ ແລະ ພະແນກທ່ອງທ່ຽວແຂວງ ນິງບິ່ງ ໄດ້ຈັດຕັ້ງກອງປະຊຸມວິທະຍາສາດ “ວິຫານເຈົ້າຍິງ ໂຍ່ຍຮວາ, ລາວ ທີ່ ນິງບິ່ງ - ສັນຍາລັກແຫ່ງນ້ຳໃຈມິດຕະພາບອັນເປັນມູນເຊື້ອອັນຍາວນານລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ” ໂດຍມີການເຂົ້າຮ່ວມຂອງສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳຫວຽດນາມ ແລະ ຜູ້ແທນ 60 ກວ່າທ່ານ ມີນັກວິທະຍາສາດ, ນັກຊ່ຽວຊານ, ນັກສຶກສາ ແລະ ນັກເຄື່ອນໄຫວວັດທະນະທຳປະຫວັດສາດຂັ້ນສູນກາງ ແລະ ທ້ອງຖິ່ນ.

ໃນເດືອນທັນວາ 2020, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຢູ່ທີສອງ, ຈາກຂວາມື) ພ້ອມກັບບັນດາພະນັກງານຂອງສະຖານທູດລາວ ໄດ້ໄປໄວ້ອາໄລຢູ່ສຸສານເຈົ້າຍິງ ໂຍ່ຍຮວ່າ. ພາບ: ຫາຍອານ
ໃນເດືອນທັນວາ 2020, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຢູ່ທີສອງ, ຈາກຂວາມື) ພ້ອມກັບບັນດາພະນັກງານຂອງສະຖານທູດລາວ ໄດ້ໄປໄວ້ອາໄລຢູ່ສຸສານເຈົ້າຍິງ ໂຍ່ຍຮວ່າ. ພາບ: ຫາຍອານ

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສະເໜີນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ ເພື່ອກວດກາ ແລະ ປະເມີນອາຍຸການກໍ່ສ້າງ, ເຄື່ອງຂອງບູຊາ, ເອກະສານຕ່າງໆຢູ່ວິຫານ; ພ້ອມກັນນັ້ນ, ກໍສົມທົບກັບປະເທດເພື່ອນລາວ ເພື່ອຄົ້ນຄວ້າກ່ຽວກັບຊື່ເຈົ້າຍິງ ໂຍ່ຍຮວາ ເປັນພາສາລາວ, ກໍຄືພິທີມອບຝູງຊ້າງຮົບ. ປະຈຸບັນ, ກອງເອກະສານອະລິຍະທຳຫວຽດນາມ ໄດ້ສົມທົບກັບບໍລິສັດຮ່ວມພັດທະນາ ໄຕເຈື່ອງເຊີນ ຈຳກັດ ເພື່ອຄົ້ນຄວ້າຈັດຕັ້ງຜັນຂະຫຍາຍໂຄງການກໍ່ສ້າງໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວ ຫວຽດນາມ - ລາວ ຢູ່ບ້ານ ໄທເຊີນ, ຕາແສງ ເຊີນລາຍ, ເມືອງ ຢໍກວນ, ແຂວງ ນິງບິ່ງ, ຫວຽດນາມ, ບ່ອນທີ່ມີຮ່ອງຮອຍປະຫວັດສາດຂອງວິຫານ ເທື້ອງທ໊າຍເຊີນ. ໂຄງການດັ່ງກ່າວແນໃສ່ປົກປັກຮັກສາ ແລະ ບູລະນະບັນດາມໍລະດົກທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຢູ່ອ້ອມແອ້ມເຂດຮ່ອງຮອຍປະຫວັດສາດດັ່ງກ່າວ, ພ້ອມດຽວກັນນັ້ນ ກໍ່ສ້າງສະຖານທີ່ແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງດ້ານຈິດໃຈ ແລະ ວັດທະນະທຳທີ່ເປັນສັນຍາລັກຂອງນ້ຳໃຈມິດຕະພາບ ຫວຽດນາມ-ລາວ.

ເພື່ອຢືນຢັນວ່າ ວິຫານ ເທື້ອງທ໊າຍເຊີນ ແມ່ນສະຖານທີ່ບູຊາເຈົ້າເຈົ້າຍິງລາຊະອານາຈັກລາວ ຄືບາງຄຳເຫັນແລກປ່ຽນຫຼືບໍ່ ແມ່ນຕ້ອງໃຊ້ເວລາຄົ້ນຄວ້າສຳຫຼວດ. ເຖິງຢ່າງໃດກໍຕາມ, ຜ່ານນິທານແຫ່ງປະເທດ ອາຍລາວ ໄດ້ມອບຊ້າງຮົບຊ່ວຍເຫຼືອໃຫ້ ດ້າຍຫວຽດ ຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ແລະ ຄວາມເຄົາລົບນັບຖືຂອງຜູ້ຄົນແຕ່ສະໄໝກ່ອນທີ່ມີຕໍ່ເຈົ້າຍິງ ໂຍ່ຍລາວ ອາດເຫັນໄດ້ວ່າ ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ ໄດ້ມີມານັບແຕ່ຮ້ອຍໆປີກ່ອນ ແລະ ນັບມື້ນັບຕິດພັນເລິກເຊິ່ງ ແລະ ແໜ້ນແຟ້ນກວ່າອີກ.

ຕາມທ່ານ ຫງວຽນກາວເຕິນ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ນິງບິ່ງ ໃຫ້ຮູ້ວ່າ: ໃນຈິດໃຈຂອງຊາວທ້ອງຖິ່ນ, ວິຫານ ເທື້ອງທ໊າຍເຊີນ ແມ່ນສະຖານທີ່ສັກກະລະບູຊາເຈົ້າຍິງຂອງລາວ ທີ່ໄດ້ຊ່ວຍເຫຼືອ ດ້າຍຫວຽດ ໃນການຕໍ່ສູ້ຕ້ານສັດຕູຜູ້ເຂົ້າມາຮຸກຮານ. ແຕ່ລະປີໃນວັນຂຶ້ນ 3 ຄ່ຳເດືອນ 3 (ໄລ່ຕາມຈັນທະປະຕິທິນຂອງຫວຽດ), ອຳນາດການປົກຄອງຕາແສງກໍ່ຈັດຕັ້ງງານບຸນວັດທະນະທຳມູນເຊື້ອຂອງວິຫານ ເທື້ອງທ໊າຍເຊີນ... ໃນໂອກາດວັນບຸນ, ນອກຈາກພິທີກຳ ແລະ ການລະຫຼິ້ນພື້ນເມືອງແລ້ວ, ກໍຍັງມີການສະແດງ “ຟ້ອນ - ຮ້ອງເພງຈຳປາ” ທີ່ເປັນມູນເຊື້ອຂອງລາວ ໂດຍປະຊາຊົນໃນບ້ານຮ່ວມກັນາະແດງ ເພື່ອລະລຶກເຖິງເຈົ້າຍິງ. ປີ 2007, ຮ່ອງຮອຍວິຫານ ເທື້ອງທ໊າຍເຊີນ ໄດ້ຮັບການຮັບຮອງເປັນມໍລະດົກຂັ້ນແຂວງ ຈາກຄະນະກຳມະການປະຊາຊົນ ແຂວງນິງບິ່ງ.

ຫາຍອານ

ເຫດການ
302 Found

Found

The document has moved here.