ກໍາປັ່ນ 286-ເລກຸ໊ຍດົນ ອອກຈາກຍາຈາງ ເດີນທາງໄປຢ້ຽມຢາມ ມາເລເຊຍ

07:24 | 26/09/2022

ຫວ່າງແລ້ວນີ້, ກໍາປັ່ນ 286-ເລກຸ໊ຍດົນ (ວິທະຍາຄານທະຫານເຮືອ) ພ້ອມດ້ວຍຄະນະ ນໍາໂດຍທ່ານພັນເອກພິເສດ ຮວິ່ງຫວິງຕວ໊ຽນ ຮອງຜູ້ອໍານວຍການວິທະຍາຄານທະຫານເຮືອ ໄດ້ອອກຈາກຍາຈາງ (ແຄ໋ງຮວ່າ), ເດີນທາງໄປຢ້ຽມຢາມ, ພົບປະແລກປ່ຽນກັບທະຫານເຮືອ ມາເລເຊຍ, ສົມທົບກັບການຝຶກແອບເດີນທະເລທາງໄກ.

ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ
ສື່ມວນຊົນ ມາເລເຊຍ ຕີລາຄາສູງການເຄື່ອນໄຫວຈັດຕັ້ງ SEA Games 31 ຂອງ ຫວຽດນາມ ສື່ມວນຊົນ ມາເລເຊຍ ຕີລາຄາສູງການເຄື່ອນໄຫວຈັດຕັ້ງ SEA Games 31 ຂອງ ຫວຽດນາມ
ຕາມແຜນການ, ຄະນະ ຈະເຂົ້າຢ້ຽມຂໍ່ານັບອໍານາການປົກຄອງ, ຜູ້ບັນຊາກົມກອງທະຫານເຮືອທີ່ຖານທັບ Lumut ຂອງທະຫານເຮືອມາເລເຊຍ; ຈັດງານລ້ຽງ, ພົບປະແລກປ່ຽນສິລະປະວັດທະນະທໍາເທິງກໍາປັ່ນ, ຢ້ຽມຢາມ ແລະພົບປະແລກປ່ຽນສິລະປະວັດທະນະທໍາ-ກິລາກັບທະຫານເຮືອມາເລເຊຍ; ຢ້ຽມຢາມປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາຂອງທ້ອງຖິ່ນ ບ່ອນທີ່ກໍາປັ່ນມາ.
ກໍາປັ່ນ 286-ເລກຸ໊ຍດົນ ອອກຈາກທ່າກໍາປັ່ນເດີນທາງໄປປະຕິບັດໜ້າທີ່. ພາບ: ໝີ້ແຮ້ງ.ນີຍະສະຖານປະຫວັດສາດ, ວັດທະນະທໍາຂອງທ້ອງຖິ່ນ ບ່ອນທີ່ກໍາປັ່ນມາ.

ຕາມແຜນການ, ຄະນະ ຈະເຂົ້າຢ້ຽມຂໍ່ານັບອໍານາການປົກຄອງ, ຜູ້ບັນຊາກົມກອງທະຫານເຮືອທີ່ຖານທັບ Lumut ຂອງທະຫານເຮືອມາເລເຊຍ; ຈັດງານລ້ຽງ, ພົບປະແລກປ່ຽນສິລະປະວັດທະນະທໍາເທິງກໍາປັ່ນ, ຢ້ຽມຢາມ ແລະພົບປະແລກປ່ຽນສິລະປະວັດທະນະທໍາ-ກິລາກັບທະຫານເຮືອມາເລເຊຍ; ຢ້ຽມຢາມປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາຂອງທ້ອງຖິ່ນ ບ່ອນທີ່ກໍາປັ່ນມາ.

ໃນໄລຍະເວລາຢູ່ມາເລເຊຍ, ກໍາປັ່ນ 286-ເລກຸ໊ຍດົນ ແລະກໍາປັ່ນ KLD TUNAS SAMUDERA ຂອງທະຫານເຮືອມາເລເຊຍ ຈະຈັດເປັນຮູບແຖວເພື່ອຖ່າຍຮູບລວມ. ໃນການເດີນທາງຢູ່ທະເລ ຈະສົມທົບກັບການຝຶກແອບເດີນທະເລທາງໄກ, ຍົກສູງຄວາມສາມາດບັນຊາ, ແກ້ໄຂບັນດາກໍລະນີຕົວຈິງໃນທະເລ; ສອດແນມກໍາແໜ້ນສະພາບການຢູ່ບັນດາເຂດທະເລ ໃນການເດີນທາງ.

ນອກນີ້, ການຢ້ຽມຢາມຍັງແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມ, ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະທະຫານເຮືອສອງປະເທດຂຶ້ນຕື່ມ; ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ມາເລເຊຍ ໃຫ້ນັບມື້ນັບພັດທະນາ; ຍົກສູງຄວາມສາມາດປະສານສົມທົບໃນການຮັບມືກັບສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນການເດີນທະເລຂອງທະຫານເຮືອສອງປະເທດ, ປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຂອງພາກພື້ນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.