ທ່ານປະທານສະພາແຫ່ງຊາດ ນິວຊີແລນຖືເປັນສຳຄັນການພົວພັນກັບ ຫວຽດນາມ | |
ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດ ຫວຽດນາມ - ລາວ |
ບ້ານເກີດເມືອງນອນສອງແຫ່ງ - ແມ່ສອງຄົນ
ວັນປ້ອງກັນບົດວິທະຍານິພົນຂອງ ພອນວິໄລ ອິນທະແສນ (ອາຍຸ 24 ປີ, ນັກສຶກສາລາວ ພວມຮ່ຳຮຽນຢູ່ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ, ຮ່າໂນ້ຍ) ມີຄວາມພິເສດກ່ວາເມື່ອທຽບກັບເພື່ອນໆ. ບໍ່ພຽງແຕ່ມີໝູ່ເພື່ອນ, ຄູອາຈານເທົ່ານັ້ນ ໃນວັນນີ້ ຍັງມີການປະກົດຕົວຂອງແມ່ຮັກຊາວຫວຽດ ອີກດ້ວຍ.
ແມ່ຮັກຂອງ ພອນວິໄລ ແມ່ນ ປ້າ ເຈິ່ນທິຮົ່ງລີ (ຢູ່ເຊີນໄຕ, ຮ່າໂນ້ຍ). ປ້າໄດ້ຕື່ນແຕ່ຕອນ 4 ໂມງເຊົ້າ, ຈັດແຈງກະກຽມເຄື່ອງນຸ່ງສຸພາບເພື່ອເຂົ້າຮ່ວມຈຸດເວລາທີ່ສຳຄັນຂອງລູກຊາຍ. ໃນມືຖືຊໍ່ດອກໄມ້ທີ່ສວຍງາມ ກັບຮອຍຍິ້ມເບີກບານ ເພື່ອເປັນກຳລັງໃຈໃຫ້ແກ່ລູກໃນການປ້ອງກັນບົດວິທະຍານິພົນ.
ປ້າ ເຈິ່ນທິຮົ່ງລີ ອວຍພອນລູກຮັກ ພອນວິໄລ ອິນທະແສນ (ຜູ້ທີ 2, ນັບແຕ່ເບື້ອງຊ້າຍ) ໃນພິທີຮັບໃບປະກາດ. (ພາບ: NVCC) |
ໂດຍໄດ້ຮູ້ວ່າ, ພາຍຫຼັງມາຮຽນຢູ່ ຫວຽດນາມ, ພອນວິໄລ ອິນທະແສນ ໄດ້ມາຮຽນຢູ່ໂຮງຮຽນມິດຕະພາບ 80 (ເທດສະບານ ເຊີນໄຕ, ຮ່າໂນ້ຍ) ເພື່ອຮຽນກຽມພາສາຫວຽດ ປີໜຶ່ງ. ຍ້ອນຮູ້ພາສາຫວຽດ ໜ້ອຍໜຶ່ງ, ຈັ່ງຊັ້ນ ພອນວິໄລ ອິນທະແສນ ບໍ່ມີຊື່ໃນບັນຊີລາຍຊື່ນັກຮຽນທີ່ມີພໍ່ແມ່ຮັກຮັບລ້ຽງຢູ່ໂຮງຮຽນມິດຕະພາບ 80.
ພອນວິໄລ ອິນທະແສນ ໄດ້ຂໍໃຫ້ ປ້າ ເຈິ່ນທິຮົ່ງລີ ຕົກລົງເປັນແມ່ຮັກຂອງຕົນ. “ມື້ນັ້ນ ແມ່ນຊຸດທຳອິດ, ພາຍຫຼັງຈັດຕັ້ງພິທີຮັບພໍ່ແມ່ຮັກ, ອາຈານປະຈຳຫ້ອງກໍເຊີນທຸກຄົນຂອງຫ້ອງ A8 ແລະ ແມ່ລ້ຽງມາເຮືອນກິນເຂົ້າ. ຂ້າພະເຈົ້ານັ່ງຢູ່ຂ້າງແມ່ ເຈິ່ນທິຮົ່ງລີ ແລະ ເວົ້າກັບເພິ່ນວ່າ: “ແມ່ເອີຍ, ລູກບໍ່ມີແມ່, ລູກຮູ້ສຶກນ້ອຍໃຈຫຼາຍ”. ໂດຍຄວາມຮູ້ສຶກອີຕົນຂ້າພະເຈົ້າ, ແມ່ ເຈິ່ນທິຮົ່ງລີ ຕອບມາວ່າ: “ພວກລູກຢາກເປັນລູກຮັກຂອງແມ່ບໍ່? ແລະ ຫຼັງຈາກນັ້ນ ຂ້າພະເຈົ້າກໍໄດ້ຮັບເປັນລູກຮັກຂອງແມ່”.
ພອນວິໄລ ຮູ້ສຶກໂຊກດີ ແລະ ມີຄວາມສຸກ. “ເມື່ອແມ່ຕົກລົງເຫັນດີຮັບຂ້າພະເຈົ້າເປັນລູກຮັກ ຂ້າພະເຈົ້າຮູ້ສຶກໄດ້ມີຄວາມອົບອຸ່ນ, ເໝືອນດັ່ງຕົນເອງໄດ້ກັບເມືອຢູ່ນຳພໍ່ແມ່ຂອງຕົນ. ຊື່ຫວຽດ “ເຈິ່ນກວຽດທັ້ງ” ກໍ່ແມ່ຊື່ໂດຍແມ່ຮັກຕັ້ງໃຫ້ຂ້າພະເຈົ້າ”.
ປ້າ ເຈິ່ນທິຮົ່ງລີ (ຜູ້ທີ 5, ນັບແຕ່ເບື້ອງຊ້າຍ) ກັບລູກຮັກຂອງຕົນ (ພາບ: NVCC) |
ປ້າ ເຈິ່ນທິຮົ່ງລີ ແບ່ງປັນວ່າ: “ພາຍຫຼັງພິທີຮັບລູກລ້ຽງຢູ່ໂຮງຮຽນ, ຂ້າພະເຈົ້າໄດ້ພາລູກກັບເມືອເຮືອນແນະນຳກັບບັນດາສະມາຊິກໃນຄອບຄົວ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າໄດ້ພາລູກຂຶ້ນຫ້ອງບູຊາຂອງຄອບຄົວເພື່ອລາຍງານຕໍ່ບັນພະບຸລຸດ…”
ໂດຍໄດ້ຮູ້ວ່າ ແມ່ຂອງປ້າ ເຈິ່ນຮົ່ງລີ ກໍ່ໄດ້ກໍາເນີດເຕີບໃຫຍ່ຢູ່ລາວ, ແມ່ເຖົ້າເວົ້າພາສາລາວເກັ່ງຫຼາຍ. “ຂ້າພະເຈົ້າມັກພາລູກກັບມາຢາມແມ່. ເມື່ອລູກມາຢາມ, ແມ່ເຖົ້າດີໃຈຫຼາຍຍ້ອນໄດ້ທັກທາຍດ້ວຍພາສາລາວ. ຂ້າພະເຈົ້າ ແລະ ລູກໆກໍ່ຟ້ອນລຳວົງໃຫ້ແມ່ເຖົ້າໄດ້ຫວນຄືນໄລຍະດຳລົງຊີວິດຢູ່ລາວ”.
ຄວາມຜາສຸກໃໝ່
ກໍ່ຢູ່ເທດສະບານເຊີນໄຕ (ຮ່າໂນ້ຍ), ຫຼາຍປີມານີ້, ຄອບຄົວລຸງ ຟານວັນບົ໊ນ (ຫົວໜ້າໜ່ວຍສະມາຄົມມິດຕະພາບ ຫວຽດນາມ - ລາວ ເທດສະບານ ເຊີນໄຕ) ກໍໄດ້ຮັບນັກສຶກສາລາວທີ່ຮ່ຳຮຽນຢູ່ໂຮງຮຽນມິດຕະພາບ 80 ນັບສິບຄົນເປັນລູກຮັກ.
ນ້ອງໆນັກສຶກສາລາວໃຕ້ທູບທຽນບູຊາບັນພະບູລຸດຢູ່ເຮືອນຂອງລຸງບົນ (ພາບ: NVCC) |
ລຸງບົ້ນ ໄດ້ກຳເນີດຢູ່ວຽງຈັນ (ປະເທດລາວ). ເມື່ອມີອາຍຸ 17 ປີ, ລຸງໄດ້ກັບເມືອຫວຽດນາມດຳລົງຊີວິດ. ເລື່ອງຮັບລູກຮັກ, ຊ່ວຍເຫຼືອນັກສຶກສາລາວ, ກໍ່ແມ່ນວິທີການເພື່ອລຸງສະແດງຄວາມຮູ້ບຸນຄຸນ, ຕອບແທນຄຸນງາມຄວາມດີໃນຊຸມປີທີ່ດຳລົງຊີວິດ ຢູ່ປະເທດລາວ.
“ສະມາຊິກໃນໜ່ວຍສະມາຄົມສ່ວນຫຼາຍລ້ວນແຕ່ໄດ້ກຳເນີດ ແລະ ເຕີບໂຫຍ່ຢູ່ປະເທດລາວ. ການໄດ້ຮັບນັກສຶກສາລາວເປັນລູກຮັກ, ຕື່ມສະມາຊິກໃໝ່ໃນຄອບຄົວ ແມ່ນຄວາມຜາສຸກອັນໃຫຍ່ຫຼວງຂອງຄອບຄົວ”, ລຸງ ຟານວັນບົ໊ນ ແບ່ງປັນ.
ໃນວັນພັກ ແລະ ວັນໃນອາທິດນ້ອງໆນັກສຶກສາລາວ ຈະມາຢ້ຽມຢາມພໍ່ຮັກແມ່ຮັກ, ຊ່ວຍເຮັດວຽກບ້ານ ແລະ ທຳຄວາມລຶ້ງເຄີຍກັບບັນດາຮີດຄອງປະເພນີໃນຄອບຄົວຫວຽດ.
ນີ້ກໍ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວ ຝຶກຝົນຫຼໍ່ຫຼອມທັກສະໃນການທັກທາຍດ້ວຍພາສາຫວຽດ, ແລກປ່ຽນພາສາ ແລະ ວັດທະນະທຳ, ປະກອບສ່ວນເຂົ້າໃນການຍົກສູງລະດັບຄວາມຮູ້ໃນທຸກດ້ານ, ຈາກນັ້ນ ເຊື່ອມຕໍ່ນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ.
ມີນັກສຶກສາລາວກ່ວາ 460 ຄົນ ໄດ້ຮັບເປັນລູກຮັກ ຕາມໜ່ວຍສະມາຄົມມິດຕະພາບ ຫວຽດນາມ - ລາວ ເທດສະບານ ເຊີນໄຕ (ຮ່າໂນ້ຍ), “ພໍ່ຮັກແມ່ຮັກຂອງນັກສຶກສາລາວ” ແມ່ນລາຍການໂດຍໂຮງຮຽນມິດຕະພາບ 80 ແລະ ໜ່ວຍສະມາຄົມມິດຕະພາບ ຫວຽດນາມ - ລາວ ເທດສະບານ ເຊີນໄຕ (ຮ່າໂນ້ຍ) ຜັນຂະຫຍາຍແຕ່ປີ 2017. ມາຮອດປັດຈຸບັນ, ລາຍການໄດ້ເຊື່ອມຕໍ່ນັກສຶກສາ 465 ຄົນ ກັບ 18 ຄອບຄົວ. |
ໄຊພອນ