ການມອບ​ລາງວັນ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີກ່ຽວ​ກັບ​ສາຍ​ພົວ​ພັນ ລາວ - ຫວຽດ​ນາມ

10:09 | 25/09/2022

ຕອນບ່າຍວັນທີ 23 ກັນຍາ ຢູ່ນະຄອນຫຼວງ ວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຈັດພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ບົດປະພັນທີ່ໄດ້ຮັບລາງວັນໃນການເສັງຂຽນບົດປະພັນວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2022.

undefined
ພິທີສະຫຼຸບ ແລະ ມອບລາງວັນໃຫ້ແກ່ບົດປະພັນທີ່ໄດ້ຮັບລາງວັນໃນການເສັງຂຽນບົດປະພັນວັນນະຄະດີ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ ປີ 2022

ກ່າວຄຳເຫັນທີ່ພິທີ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ລາວ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ລາວ ກ່ຽວກັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2022 ໄດ້ຢັ້ງຢືນວ່າ ບັນດາຜົນງານທີ່ໄດ້ສົ່ງເຂົ້າໃນການເສັງຄັ້ງນີ້ ໄດ້ສ່ອງແສງຢ່າງມີຊີວິດຊີວາ, ຄົບຖ້ວນກ່ຽວກັບຂະບວນວິວັດແຫ່ງການຮ່ວມມືລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍຮ້ອງ ນັບແຕ່ປາງສົງຄາມຕ້ານສັດຕູໂຕດຽວກັນ ຕະຫຼອດຮອດໄລຍະປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນວັນນີ້. ບັນດາຜົນງານໄດ້ປະພັນໂດຍອີງໃສ່ພື້ນຖານທາງດ້ານປະຫວັດສາດຕົວຈິງທີ່ມີຊີວິດຊີວາຂອງສາຍພົວພັນມິດຕະພາບແບບພິເສດ ລາວ - ຫວຽດນາມ, ປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 4 ລາງວັນ ພ້ອມດ້ວຍລາງວັນທີສາມ ແລະ ລາງວັນຊົມເຊີຍຫຼາຍລາງວັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.