ກອງຊ່າງແສງ ຫວຽດນາມ ສ້າງຮົ້ວປ້ອງກັນປ້ອມ Abu Qussa

08:54 | 11/08/2022

ຍສໝ- ຕາມຂໍ້ມູນຈາກກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ), ຫວ່າງແລ້ວນີ້, ກອງຊ່າງແສງເລກ 1 ຫວຽດນາມ ໄດ້ສໍາເລັດໜ້າທີ່ສ້າງຮົ້ວປ້ອງກັນ ປ້ອມນັກສັງເກດການທະຫານ ຢູ່ Abu Qussa ຂອງຄະນະປະຕິບັດງານກຳລັງປ້ອງກັນຄວາມສະຫງົບຊົ່ວຄາວຂອງສະຫະປະຊາຊາດ ຢູ່ Abyei (UNISFA).

ກອງປະຊຸມສົ່ງເສີມການລົງທຶນຮ່າໂນ້ຍ-ວຽງຈັນ ກອງປະຊຸມສົ່ງເສີມການລົງທຶນຮ່າໂນ້ຍ-ວຽງຈັນ
ຫວຽດນາມ ໄດ້ຊະນະເລີດໃນການແຂ່ງຂັນ ABU Robocon 2018 ຫວຽດນາມ ໄດ້ຊະນະເລີດໃນການແຂ່ງຂັນ ABU Robocon 2018
ກອງຊ່າງແສງ ຫວຽດນາມ ສ້າງຮົ້ວປ້ອງກັນປ້ອມ Abu Qussa
ກອງຊ່າງແສງກໍາລັງສ້າງຮົ້ວປ້ອງກັນ (ພາບ: vnexpress.net)

ພ້ອມ​ກັບ​ການ​ສໍາເລັດເປັນຢ່າງດີໃນໜ້າທີ່​ສ້ອມ​ແປງ, ຍົກ​ລະດັບ​ເສັ້ນທາງຢູ່ເຂດແບ່ງເຂດພາກ​​ເໜືອ​, ຈັດ​ຕັ້ງການ​ກູ້ຊີບທາງບົກ; ເຮັດລະບົບລະບາຍນ້ໍາໃນເຂດທີ່ມີພົນລະເມືອງ; ປັບປຸງຄ້າຍທະຫານ, ກອງຊ່າງແສງ ຫວຽດນາມ ໄດ້ສໍາເລັດໜ້າທີ່ສ້າງຮົ້ວປ້ອງກັນ ປ້ອມນັກສັງເກດການທະຫານຂອງຄະນະປະຕິບັດງານ UNISFA ຢູ່ Abu Qussa, ເຊິ່ງແມ່ນໜ້າທີ່ມີລັກສະນະເອກະລາດສູງ, ຢູ່ເຂດທີ່ຫຍຸ້ງຍາກ, ສັບສົນ.

ໝາກຜົນ​ນີ້​ສືບ​ຕໍ່​ຢັ້ງຢືນ​ລະດັບວິຊາສະເພາະ, ກຳລັງຄວາມ​ສາມາດ, ​ຄວາມເປັນເອກະລາດ​ແຫ່ງ​ການສູ້ຮົບ, ຄວາມ​ຮັບ​ຜິດ​ຊອບ​ສູງ​ຂອງ​ບັນດາກຳລັງ ​ແລະ ພາກສ່ວນ​ຂອງ​ກອງຊ່າງແສງ ​ຫວຽດນາມ; ພ້ອມ​ກັນ​ນັ້ນ, ກໍສ້າງສັນຍາລັກ​ໃໝ່​ໃນຕາຕະລາງຜົນງານຂອງກອງຊ່າງແສງ ຫວຽດນາມ ​ທີ່ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວປົກປັກ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດຢູ່​ຄະນະປະຕິບັດງານ UNISFA.

ຜ່ານນັ້ນ, ກອງຊ່າງແສງ ຫວຽດນາມ ກໍ​ປະກອບສ່ວນເຂົ້າໃນການ​​ແຜ່ກະຈາຍ​ຮູບ​ພາບ ​ແລະ ຄຸນ​ນະທາດຂອງ “ທະຫານ​ລຸງ​ໂຮ່”, ​ ຮູບພາບຂອງ​ຊາວ ຫວຽດນາມ ​ຢູ່ຄະນະປະຕິບັດງານ​ ກໍ​ຄື​ໃນ​ສາຍຕາ​ຂອງ​ເພື່ອນ​ມິດສາ​ກົນ.

ວັນ​ທີ 4 ພຶດສະພາ ​ປີ 2022, ກອງ​ປະຈັນບານຂອງກອງຊ່າງແສງເລກ 1 ລວມມີ 28 ຄົນ​ໄດ້​ຂຶ້ນ​ຍົນ​, ​ເລີ່​ມອອກ​ເດີນທາງ​ໄປ​ຍັງ​ຄະນະປະຕິບັດງານກຳລັງປ້ອງກັນຄວາມສະຫງົບຊົ່ວຄາວຂອງສະຫະປະຊາຊາດ ຢູ່ Abyei. ຫຼາຍ​ກວ່າ 1 ​ເດືອນ​ຕໍ່​ມາ, ກອງທັບຫຼັກລວມມີສະມາຊິກ​ 156 ຄົນ​ກໍ​ໄດ້​ໄປ​ຮອດ UNISFA.

Abyei ເປັນ​ເຂດ​ທີ່​ຖືກຂັດແຍ່ງກັນ​ລະຫວ່າງ​ຊູ​ດານ ​ແລະ ​ຊູ​ດານ​ໃຕ້. UNISFA ແມ່ນ​ຄະນະປະຕິບັດງານ​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2011 ໂດຍຕາມມະຕິເລກທີ ​​1990 ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ດ້ວຍໜ້າທີ່ແມ່ນ​​ປົກ​ປ້ອງ​ສາມັນຊົນ ​ແລະ ຊຸກຍູ້​ການຫັນເປັນປອດການທະຫານ ​ຢູ່ Abyei.

ຫອມມາລາ

ເຫດການ
302 Found

Found

The document has moved here.