ກອງປະຊຸມສົ່ງເສີມການລົງທຶນຮ່າໂນ້ຍ-ວຽງຈັນ

16:46 | 11/08/2022

ກອງປະຊຸມສົ່ງເສີມການຄ້າ, ການລົງທຶນຮ່າໂນ້ຍ-ວຽງຈັນ ດ້ວຍຫົວຂໍ້ “ຮ່າໂນ້ຍ-ວຽງຈັນ, ຮ່ວມມືພ້ອມກັນພັດທະນາ” ຈະດໍາເນີນໃນວັນທີ 10 ສິງຫາ ທີ່ຢູ່ຮ່າໂນ້ຍ ດ້ວຍກາລະໂອກາດລົງທຶນບຸລິມະສິດຫຼາຍຢ່າງ...

ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ໄຂງານວາງສະແດງກ່ຽວກັບການພົວພັນ ລາວ - ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ
ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ. ສະມາຄົມວິສາຫະກິດຫວຽດນາມ ຢູ່ ນະຄອນຫລວງ ວຽງຈັນ: ປ່ຽນໃຫມ່ - ສາມັກຄີ - ຮ່ວມມື ແລະ ພັດທະນາ.
ຄະນະປະຕິບັດງານຂອງຄະນະພັກນະຄອນຮ່າໂນ້ຍ ຫາກໍ່ມີການຢ້ຽມຢາມ, ເຮັດວຽກ ແລະລົງນາມໃນເອກະສານຮ່ວມມືຫຼາຍສະບັບ ກັບການນໍານະຄອນຫຼວງວຽງຈັນ. ພາບ: qdnd.vn
ຄະນະປະຕິບັດງານຂອງຄະນະພັກນະຄອນຮ່າໂນ້ຍ ຫາກໍ່ມີການຢ້ຽມຢາມ, ເຮັດວຽກ ແລະລົງນາມໃນເອກະສານຮ່ວມມືຫຼາຍສະບັບ ກັບການນໍານະຄອນຫຼວງວຽງຈັນ. ພາບ: qdnd.vn

ວັນທີ 9 ສິງຫາ, ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ປະກາດແຜນການຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ດ້ວຍຫົວຂໍ້ “ຮ່າໂນ້ຍ-ວຽງຈັນ, ຮ່ວມມືພ້ອມກັນພັດທະນາ” ແລະຈັດງານວາງສະແດງຮູບພາບ ແລະວາງສະແດງ, ແນະນໍາຜະລິດຕະພັນຂອງຮ່າໂນ້ຍ ແລະວຽງຈັນ.

ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນການຖືເປັນສໍາຄັນສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືແບບພິເສດລະຫວ່າງ ຫວຽດນາມ ແລະລາວ ກໍຄືສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງນະຄອນຫຼວງຮ່າໂນ້ຍ ກັບນະຄອນຫຼວງວຽງຈັນ.

ທີ່ກອງປະຊຸມສົ່ງເສີມການລົງທຶນ, ພະແນກແຜນການ ແລະການລົງທຶນຮ່າໂນ້ຍ ຈະແນະນໍາກາລະໂອກາດການລົງທຶນ ແລະນະໂຍບາຍບຸລິມະສິດ, ດຶງດູດການລົງທຶນເຂົ້ານະຄອນຫຼວງວຽງຈັນ, ລາວ, ສອງຝ່າຍກໍ່ຈະແລກປ່ຽນ ແລະລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືສະບັບຕ່າງໆ...

ກອ​ງ​ທັບ​

302 Found

Found

The document has moved here.