ສ້າງແຜນນະໂຍບາຍ, ນະໂຍບາຍຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝໃຫ້ສົມບູນແບບ

15:09 | 30/07/2022

ກອງປະຊຸມສຳມະນາໄດ້ສະໜອງໂດຍສັງເຂບກ່ຽວກັບການກຳນົດຮູບແບບການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045

ສະພາແຫ່ງຊາດເຫັນດີຕໍ່ແຜນນະໂຍບາຍລົງທຶນບັນດາໂຄງການຄົມມະນາຄົມສຳຄັນ ສະພາແຫ່ງຊາດເຫັນດີຕໍ່ແຜນນະໂຍບາຍລົງທຶນບັນດາໂຄງການຄົມມະນາຄົມສຳຄັນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ປັບປຸງລະບອບລະບຽບການ, ກົນໄກນະໂຍບາຍໃຫ້ສົມບູນແບບເພື່ອສ້າງເງື່ອນໄຂພັດທະນາປະເທດຊາດ
ທີ່ກອງປະຊຸມສຳມະນາ (ພາບ: TTXVN)
ທີ່ກອງປະຊຸມສຳມະນາ (ພາບ: TTXVN)

ວັນທີ 28 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ຄະນະເສດຖະກິດສູນກາງ, ຄະນະພັກນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດກອງປະຊຸມສຳມະນາລະດັບຊາດ “ແຜນນະໂຍບາຍ, ນະໂຍບາຍຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045”.

ກອງປະຊຸມສຳມະນາໄດ້ສະໜອງໂດຍສັງເຂບກ່ຽວກັບການກຳນົດຮູບແບບການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045; ບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງຫາກໍ່ວາງອອກຈາກຂະບວນວິວັດຫັນນະຄອນໂຮ່ຈີມິນ ເປັນອຸດສາຫະກຳ, ທັນສະໄໝ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນທັງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຖືວ່າ:

“ພວກເຮົາຕ້ອງເລີ່ມຈາກວິທີສຳຜັດໃໝ່ຂອງເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໃນການກຳນົດເປົ້າໝາຍພັດທະນາປະເທດຊາດໃນໄລຍະໃໝ່. ພ້ອມກັນນັ້ນ, ເລີ່ມມາຈາກສະພາບການໃໝ່, ໂດຍສະເພາະແມ່ນບັນດາຜົນກະທົບຈາກການປ່ຽນແປງສາກົນຂອງການປະຕິວັດອຸດສາຫະກຳ 4.0 ກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ… ແລະ ເຮັດແຈ້ງກວ່າກ່ຽວກັບທີ່ຕັ້ງ, ບົດບາດຂອງການຫັນເປັນອຸດສາຫະກຳ, ທັນສະໄໝ ຄືດັ່ງວິທີສຳຄັນ ເພື່ອບັນລຸໄດ້ເປົ້າໝາຍປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງໄວ ແລະ ຍືນຍົງຂອງປະເທດຊາດ”.

ເຫດການ
302 Found

Found

The document has moved here.