ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ

11:30 | 06/06/2022

ຍສໝ - ທ່ານນາງ ລານເຟືອງ ສະເໜີໃຫ້ມີການປ່ຽນແປງໃໝ່, ສົມທົບກັນຢ່າງແໜ້ນ ແຟ້ນລະຫວ່າງສູນກາງສະຫະພັນແມ່ຍິງຫວຽດນາມ ແລະ ອົງການ World Vision ເພື່ອຜັນຂະຫຍາຍບັນດາໂຄງການ, ການເຄື່ອນໄຫວຢ່າງກ້ວາງຂວາງ, ຜັນຂະຫຍາຍບັນດາຮູບແບບໃໝ່ຢ່າງເໝາະສົມ, ປະຢັດຄ່າໃຊ້ຈ່າຍສູງສຸດ.

ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ
ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360 ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360

ທ່ານ​ນາງ ເຈີ່ນ​ລານ​ເຟືອງ, ຮອງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ Doseba Tua Sinay, ຫົວ​ໜ້າ​ຄະນະຜູ້ຕາງ​ໜ້າ​ອົງ​ການ​ວິ​ໄສ​ທັດ​ໂລກ​ (World Vision) ປະ​ຈຳ​ ຫວຽດ​ນາມ.

ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ
ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ. ພາບ: ແມ່ຍິງຫວຽດນາມ

ທ່ານ Doseba Tua Sinay ຢືນຢັນ​ວ່າ ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ການຜັນຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຕິດ​ພັນ​ກັບ​ເດັກນ້ອຍ​ຢູ່​ທ້ອງ​ຖິ່ນ. World Vision ພວມມານະພະຍາຍາມນໍາບັນດາໂຄງການຂອງ ອົງການ ໄດ້ຮັບການເຜີຍແຜ່ຢ່າງກວ້າງຂວາງ, ເຂົ້າເຖິງສະມາຊິກແມ່ຍິງແຕ່ລະຄົນຢ່າງເລິກເຊິ່ງ.

ທ່ານ​ນາງ​ຮອງ​ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ World Vision ທີ່​ໄດ້ມີການເຄື່ອນໄຫວ​ໜູນ​ຊ່ວຍ ​ແລະ ຮ່ວມ​ມື​ກັບ​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໃນ​ການ​ໂຄສະນາ​ນະ​ໂຍບາຍ, ສື່ສານ ​ແລະ ຝຶກອົບຮົມ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ຄ້າ​ມະນຸດ ກໍ່ຄືບັນດາການເຄື່ອນໄຫວທີ່​ນໍາມາເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ແມ່ຍິງ.

ທ່ານນາງ ລານເຟືອງ ສະເໜີໃຫ້ມີການປ່ຽນແປງໃໝ່, ສົມທົບກັນຢ່າງແໜ້ນ ແຟ້ນລະຫວ່າງສູນກາງສະຫະພັນແມ່ຍິງຫວຽດນາມ ແລະ ອົງການ World Vision ເພື່ອຜັນຂະຫຍາຍບັນດາໂຄງການ, ການເຄື່ອນໄຫວຢ່າງກ້ວາງຂວາງ, ຜັນຂະຫຍາຍບັນດາຮູບແບບໃໝ່ຢ່າງເໝາະສົມ, ປະຢັດຄ່າໃຊ້ຈ່າຍສູງສຸດ.

ບູນມີ

ເຫດການ
302 Found

Found

The document has moved here.