ຫໍພິພິທະພັນກາເຟ ຫວຽດນາມ ໄດ້ເຊີດຊູໃນວາລະສານແຖວໜ້າຂອງໂລກ

13:58 | 22/07/2022

ຍສໝ - ຫວ່າງແລ້ວນີ້, ວາລະສານແຖວໜ້າຂອງໂລກ National Geographic ໄດ້ຍ້ອງຍໍຫໍພິພິທະພັນກາເຟ ໃນແຟນເພສທ່ອງທ່ຽວທີ່ເປັນພາສາສະເປນ ດ້ວຍຫົວຂໍ້ວ່າ “ບ່ອນທີ່ນັກທ່ອງທ່ຽວສາມາດໝົກໝຸ້ນໃນວັດທະນະທຳກາເຟ ແລະ ລືມ Starbucks ຢູ່ ອາຊີຕາເວັນອອກສ່ຽງໃຕ້”.

ຫໍພິພິທະພັນແມ່ຍິງຫວຽດນາມ ຮັບເອົາວັດຖຸພັນ ໂດຍບັນດາ ພົນທະຫານຍິງ “ໝວກເບເລສີຂຽວ” ມອບໃຫ້ ຫໍພິພິທະພັນແມ່ຍິງຫວຽດນາມ ຮັບເອົາວັດຖຸພັນ ໂດຍບັນດາ ພົນທະຫານຍິງ “ໝວກເບເລສີຂຽວ” ມອບໃຫ້
ຫໍພິພິທະພັນດົງທາບແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວທັງຫຼາຍເມື່ອມາຢ້ຽມຢາມແຂວງດົງທາບ ຫໍພິພິທະພັນດົງທາບແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວທັງຫຼາຍເມື່ອມາຢ້ຽມຢາມແຂວງດົງທາບ
ຫໍພິພິທະພັນກາເຟ ຫວຽດນາມ ໄດ້ເຊີດຊູໃນວາລະສານແຖວໜ້າຂອງໂລກ
ບົດຂຽນກ່ຽວກັບຫໍພິພິທະພັນໂລກກາເຟໄດ້ລົງຢູ່ National Geographic ທີ່ເປັນພາສາສະເປນ (ພາບ: congly.vn)

ດ້ວຍຫົວຂໍ້ “ບ່ອນທີ່ນັກທ່ອງທ່ຽວສາມາດໝົກໝຸ້ນໃນວັດທະນະທຳກາເຟ ແລະ ລືມ Starbucks ຢູ່ ອາຊີຕາເວັນອອກສ່ຽງໃຕ້”, ຜູ້ຂຽນ Jose Alexander Adamuz, ເຊິ່ງເປັນນັກຂ່າວການທ່ອງທ່ຽວຂອງ National Geographic ຖືວ່າ: "ເຖິງແມ່ນວ່າຈະບໍ່ແມ່ນຫໍພິພິທະພັນກາເຟໜຶ່ງດຽວໃນໂລກ, ແຕ່ແນ່ນອນວ່າແຫ່ງນີ້ຈະແມ່ນຫໍພິພິທະພັນທີ່ມີທັດສະນະ 'ຄວາມໄຝ່ຫວັງ' ທີ່ສຸດໃນດ້ານກາເຟ: "ກາເຟແມ່ນສິ່ງປະເສີດຂອງຈັກກະວານ, ເຊິ່ງແມ່ນມໍລະດົກຂອງມະນຸດ ແລະ ຈະແມ່ນວິທີແກ້ໄຂໃຫ້ອະນາຄົດ".

ຫໍພິພິທະພັນໂລກກາເຟ (ຂອງ Trung Nguyen Legend) ໄດ້ໄຂຂຶ້ນໃນປີ 2018 ດ້ວຍການມອບຊຸດສະສົມວັດຖຸພັນຈາກຫໍພິພິທະພັນ Jens Burg ຢູ່ ເຢຍລະມັນ, ພ້ອມກັບເປົ້າໝາຍຄື ຫັນ ຫວຽດນາມ ກາຍເປັນເມືອງກາເຟຂອງໂລກ, ເຊິ່ງເປັນເລື່ອງທີ່ສົມເຫດສົມຜົນ ເພາະວ່າ ຫວຽດນາມ ເປັນປະເທດທີ່ມີການສົ່ງອອກກາເຟທີ່ໃຫຍ່ທີສອງຂອງໂລກ, ພຽງແຕ່ຢືນຢູ່ຖັດຈາກປະເທດ ບຣາຊິນ. ໂດຍການຕັ້ງຢູ່ໃນເຂດສະຖາປັດຕະຍະກຳທີ່ໂດດເດັ່ນ, ຫໍພິພິທະພັນໂລກກາເຟ ໄດ້ເອົາຄວາມຮູ້ສຶກມາຈາກສະໄຕສະຖາປັດຕະຍະກຳເຮືອນຍາວຂອງຊາວເຜົ່າ ເອເດ, ແຂວງ ດັກລັກ, ເຂດ ໄຕງວຽນ. ໃນ​ລະ​ຫວ່າງ​ການ​ທ່ອງ​ທ່ຽວ, ນັກ​ທ່ອງ​ທ່ຽວຈະ​ໄດ້​ເຊື່ອມ​ຕໍ່​ກັບ​ບັນດາຫົວຂໍ້ສະເພາະ, ເຊິ່ງເປັນບ່ອນ​ທີ່​ເຂົາ​ເຈົ້າ​ສາ​ມາດໝົກໝຸ້ນຕົນ​ເອງໃນ​ວັດ​ທະ​ນະ​ທໍາ​ກາ​ເຟ​ໂດຍ​ຜ່ານ​ອາໄວຍະວະສໍາຜັດດ້ວຍອິນຊີ​. "ທ່ານສາມາດດົມ, ຊີມ, ແຕະກາເຟ, ພ້ອມກັນນັ້ນ ກໍໄດ້ຮັບເອົາຂໍ້ມູນ ແລະ ເຫດການທີ່ຫນ້າສົນໃຈກ່ຽວກັບເຄື່ອງດື່ມທີ່ເຮັດໃຫ້ໂລກມີການສັ່ນສະເທືອນ," National Geographic ແນະນໍາ.

ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຫໍພິພິທະ​ພັນໂລກ​ກາ​ເຟ​ ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ອົງການ​ຂ່າວ​ສາກົນ. ນັບຕັ້ງແຕ່ມື້ເປີດເພື່ອຕ້ອນຮັບແຂກໃນທ້າຍປີ 2018, ຫໍພິພິທະພັນໂລກກາເຟ ໄດ້ມີຫຼາຍຊ່ອງຂອງສື່ມວນຊົນສາກົນທີ່ມີຊື່ສຽງໃນໂລກ ກ່າວວ່າ: "ຫໍພິພິທະພັນທີ່ມີຊີວິດໃຫຍ່ທີ່ສຸດ - ມີຊີວິດຊີວາ ແລະ ພິເສດທີ່ສຸດ." (AP); “ ເປັນ 6/17 ສະຖານທີ່ທີ່ດີທີ່ສຸດເມື່ອມາ​ຫວຽດ​ນາມ” (ວາ​ລະ​ສານ​ທ່ອງ​ທ່ຽວ​ອັງ​ກິດ, Wanderlust); ART TV (ໂທລະພາບຕວກກີ)…

ຫອມມາລາ

ເຫດການ
302 Found

Found

The document has moved here.