ນັກສຶກສາປະລິນຍາຕີເຊື້ອຊາດ ຫວຽດນາມ ໄດ້ຮັບລາງວັນທີ່ໃສ່ຊື່ຂອງອາດີດເຈົ້າຫຍິງ Diana ຂອງອັງກິດ

10:25 | 14/07/2022

ຍສໝ-ນາມຫງວຽນ (ອາຍຸ 25 ປີ) ອາ​ໄສ​ຢູ່ ນະຄອນ Seattle (ລັດ Washington, ອາ​ເມ​ລິ​ກາ) ເມື່ອ​ບໍ່​ດົນ​ມາ​ນີ້ ໄດ້​ຮັບ​ລາງວັນ Diana ຍ້ອນບັນດາ​ຄວາມ​ພະຍາຍາມ​ແກ້​ໄຂ​ຫຼາຍບັນດາ​ບັນຫາ​ສັງຄົມ, ລວມມີ​ສຸຂະພາບ​ດ້ານຈິດໃຈ, ​ບໍລິການ​ສາທາລະນະ ​ແລະ ການ​ເຂົ້າ​ໃກ້​ການ​ສຶກສາ​ສາກົນ, ຕາມ​ໜັງສືພິມ The Daily Evergreen.

ມອບທຶນການສືກສາໃຫ້ນັກສືກສາຫວຽດນາມ ຢູ່ຍີ່ປຸ່ນ ມອບທຶນການສືກສາໃຫ້ນັກສືກສາຫວຽດນາມ ຢູ່ຍີ່ປຸ່ນ
ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ ນັກສຶກສາມາເລເຊຍ 70 ກວ່າຄົນເຂົ້າຮ່ວມຂະບວນການອາສາສະໝັກລະດູແລ້ງຢູ່ນະຄອນໂຮ່ຈີມິນ
ນັກສຶກສາປະລິນຍາຕີເຊື້ອຊາດ ຫວຽດນາມ ໄດ້ຮັບລາງວັນທີ່ໃສ່ຊື່ຂອງອາດີດເຈົ້າຫຍິງ Diana ຂອງອັງກິດ
ນາມຫງວຽນ, ຜູ້ບ່າວທີ່ໄດ້ຮັບລາງວັນ​ທີ່​ໃສ່ຊື່ຂອງ​ອາດີດເຈົ້າຫຍິງ Diana ຂອງ​ອັງກິດ

ລາງວັນ​ທີ່​ໃສ່ຊື່ຂອງ​ອາດີດເຈົ້າຫຍິງ Diana ຂອງ​ອັງກິດ ແລະ ອົງການກຸສົນແຫ່ງໜຶ່ງທີ່ມີຊື່ດຽວກັນ ໄດ້ມອບໃຫ້ແກ່ໄວໜຸ່ມທີ່ດີເດັ່ນໃນທົ່ວໂລກທຸກໆປີ, ບັນດາຜູ້ທີ່ສ້າງແຮງບັນດານໃຈ ແລະ ຂົນຂວາຍໄດ້ລຸ້ນຄົນຂອງຕົນໄປຮັບໃຊ້ຊຸມຊົນ, ສ້າງການປ່ຽນແປງທີ່ຍາວນານໃນຂອບຂະໜາດທົ່ວໂລກ. ໂດຍ​ຕາມ​ຄະນະ​ຈັດ​ຕັ້ງ​, ຜູ້​ທີ່ໄດ້​ຮັບ​ລາງ​ວັນ Diana ຈະ​ໄດ້ເຂົ້າໃກ້ກັບໂຄງ​ການ​ພັດ​ທະ​ນາ​ທີ່​ເປັນ​ອັນດຽວ ເພື່ອເພີ່ມຄວາມສາມາດດ້ານ​ຫົວ​ຄິດ​ສ້າງ​ສັນ​, ການ​ນໍາພາ ​ແລະ ​ການ​ປ່ຽນ​ແປງ​ສັງ​ຄົມ​ໂດຍ​ຜ່ານ​ຊັບ​ພະ​ຍາ​ກອນ​, ກາ​ລະ​ໂອ​ກາດ​ ແລະ​ ບັນດາຫຼັກ​ສູດຂອງການ​ຝຶກ​ອົບ​ຮົມ​ທີ່ຈະໄດ້​ຈັດ​ຂຶ້ນ​ທັງ​ແບບເຊິ່ງ​ຫນ້າ​ ແລະ ​ທາງໄກ.

ນາມ ມາ​ອາ​ເມ​ລິ​ກາ​ໃນ​ປີ 2013 ຕອນ​ອາ​ຍຸ 15 ປີ ​ດ້ວຍ​ພື້ນຖານພາ​ສາ​ຕ່າງ​ປະ​ເທດແບບອໍໆແອໆ. ແຕ່ວ່າ ດ້ວຍຄວາມມານະພະຍາຍາມຂອງຕົນ ນາມ ໄດ້ຮຽນຈົບ ສາຍເຄມີສາດ ແລະ ທຸລະກິດສາກົນຂອງມະຫາວິທະຍາໄລລັດ Washington, ແລະ ຍັງເປັນນັກສຶກສາຄົນທຳອິດຂອງໂຮງຮຽນທີ່ໄດ້ຮັບທຶນການສຶກສາໃນ 7 ທະວີບ. ນາມ ກໍາລັງເຮັດວຽກໃຫ້ບໍລິສັດນໍ້າມັນອາຍແກັສ BP ແລະ ກໍາລັງສຶກສາລະດັບປະລິນຍາໂທດ້ານເຕັກໂນໂລຢີການສຶກສາຢູ່ມະຫາວິທະຍາໄລ Johns Hopkins (ອາເມລິກາ).

ນາມ ໃຫ້ຮູ້ວ່າ ລາວ​ຮູ້ສຶກ​ພາກພູມ​ໃຈກ່ຽວກັບບັນດາຄວາມມານະ​ພະຍາຍາມ​ຂອງ​ຕົນ​ໃນ​ການ​ແກ້​ໄຂ​ບັນຫາ​ສຸຂະພາບ​ດ້ານຈິດ​ໃຈໃຫ້​ແກ່​ຊຸມ​ຊົນ ​ແລະ ​ໄດ້​ໃຊ້​ເວລາ​ສ່ວນຫຼາຍ​ເພື່ອ​ເປັນ​ອາສາ​ສະໝັກ​ໃຫ້​ບໍລິການ​ຊຸມ​ຊົນ. Nam ເຄີຍເຮັດວຽກກັບໝູ່ໃນຫ້ອງຮຽນເພື່ອພັດທະນາອຸປະກອນຈັບດ້ວຍມືທີ່ໜູນຊ່ວຍການຕັ້ງສະມາທິ ເພື່ອຫຼຸດປ່ອນຄວາມເຄັ່ງຕຶງ ແລະ ຄວາມກັງວົນ.

ນາມ ຍັງເປັນນັກວິຊາການໃຫ້ແກ່ອົງການທີ່ບໍ່ຫວັງກໍາໄລ Crisis Text Line ເຊິ່ງຮັບຜິດຊອບສະເພາະການໜູນຊ່ວຍຜູ້ທີ່ມີບັນຫາດ້ານຈິດໃຈ ຜ່ານຜ່າວິກິດການ ໂດຍການສົ່ງຂໍ້ຄວາມໃຫ້ຄໍາປຶກສາຟຣີ. ນາມ ເວົ້າວ່າ ຢາກ "ປີນຂຶ້ນສູງ" ໃນພາກເອກະຊົນ ແລະ ຊ່ວຍໃຫ້ຂະແຫນງພະລັງງານກາຍເປັນມິດກັບດິນຟ້າອາກາດກວ່າ. ​ຜູ້ບ່າວເຊື້ອຊາດ​​ຫວຽດ​ນາມ ຫວັງ​ວ່າ​ຈະ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ປະ​ຊາ​ຊົນ​ຜູ້ທີ່ເຂົ້າ​ຮ່ວມ​ວຽກ​ງານ​ຊຸມ​ຊົນ ແລະ ສ້າງ​ຄວາມ​ແຕກ​ຕ່າງ​ໃຫ້​ແກ່ບັນດາ​ຄົນຢູ່​ອ້ອມ​ຂ້າງເຂົາເຈົ້າ.

ຫອມມາລາ

ເຫດການ
302 Found

Found

The document has moved here.