ຫວຽດນາມ ແລະ ກາຕາ ຍົກສູງປະສິດທິຜົນການຮ່ວມມືເສດຖະກິດ

22:22 | 07/07/2022

ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຕັ້ງໜ້າໃນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຕາ ໃນໄລຍະຜ່ານມາ, ພິເສດແມ່ນກ່ຽວກັບການເມືອງ - ການຕ່າງປະເທດ, ເສດຖະກິດ...

ຫວຽດນາມ - ກາຕາ ຮ່ວມມືສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ ຫວຽດນາມ - ກາຕາ ຮ່ວມມືສ້າງ ແລະ ປະຕິບັດນະໂຍບາຍພັດທະນາຊາວໜຸ່ມ
ນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນມາຈາກນໍເວ, ໂມຊຳບິກ, ອາຟຣິກາໃຕ້, ກາຕາ ເພື່ອກັບຄືນປະເທດ ນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນມາຈາກນໍເວ, ໂມຊຳບິກ, ອາຟຣິກາໃຕ້, ກາຕາ ເພື່ອກັບຄືນປະເທດ
ການເຮັດວຽກລະຫວ່າງສອງຝ່າຍ (ພາບ:baoquocte.vn)
ການເຮັດວຽກລະຫວ່າງສອງຝ່າຍ (ພາບ:baoquocte.vn)

ໃນລະຫວ່າງວັນທີ 4 ແລະ 5 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ ໄດ້ໄປຢ້ຽມຢາມ ກາຕາ ແລະ ເປັນປະທານຮ່ວມກອງປະຊຸມປືກສາການເມືອງຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ກາຕາ ຄັ້ງທີ 2 ກັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກາຕາ Soltan bin Saad Al- Muraikhi.

ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຕັ້ງໜ້າໃນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຕາ ໃນໄລຍະຜ່ານມາ, ພິເສດແມ່ນກ່ຽວກັບການເມືອງ - ການຕ່າງປະເທດ, ເສດຖະກິດ, ພະລັງງານ ແລະ ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາ ແລະ ນະໂຍບາຍເສດຖະກິດສັງຄົມຢູ່ແຕ່ລະປະເທດ. ທີ່ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກາຕາ Sheikh Mohammed bin Abdulrahman Al – Thani ໄດ້ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບການຮ່ວມມືກັບ ຫວຽດນາມ; ປາດຖະໜາຢາກຢ້ຽມຢາມ ຫວຽດນາມ ໃນໄວໆນີ້ ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ, ແທດຈິງລະຫວ່າງສອງປະເທດກ່ວາອີກ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຍົກສູງເພື່ອປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງກ່ວາອີກຄື: ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈັດຕັ້ງກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 3 ໂດຍໄວ ເພື່ອກວດກາ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.

ໃນຂອບເຂດການຢ້ຽມຢາມ, ທ່ານຮອງລັດຖະມົນຕີ ຟ້າມກວາງຮ້ຽວ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ ໂດຮາ ແລະ ພົບປະໂອ້ລົມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະ ທຳມາຫາກິນຢູ່ ກາຕາ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.