ສຸມໃສ່ຜັນຂະຫຍາຍໂຄງການໜູນຊ່ວຍສະຖາບັນຍຸຕິທໍາລາວ

08:52 | 23/06/2022

ຕອນເຊົ້າວັນທີ 20 ມິຖຸນາ, ກະຊວງຍຸຕິທໍາຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຕີລາຄາຜົນການຜັນຂະຫຍາຍການເຄື່ອນໄຫວໂຄງການປີ 2021, 6 ເດືອນຕົ້ນປີ 2022 ແລະທິດທາງໃນໄລຍະຈະມາເຖິງຂອງໂຄງການໜູນຊ່ວຍສະຖາບັນຍຸຕິທໍາລາວ.

ປີ 2022: ສຸມໃສ່ໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ປີ 2022: ສຸມໃສ່ໂຄສະນາ, ເຜີຍແຜ່ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ
ສຸມໃສ່ຮັບປະກັນຊີວິດການເປັນຢູ່ ຂອງປະຊາຊົນ ພາຍຫຼັງໄພນໍ້າຖ້ວມ ສຸມໃສ່ຮັບປະກັນຊີວິດການເປັນຢູ່ ຂອງປະຊາຊົນ ພາຍຫຼັງໄພນໍ້າຖ້ວມ

ກ່າວປາໄສໄຂກອງປະຊຸມ, ທ່ານນາງ ດັ້ງຮ່ວາງແອັງ ຮອງລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ໃຫ້ຮູ້ວ່າ ເຖິງວ່າໂຄງການໄດ້ຜັນຂະຫຍາຍໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ສົ່ງຜົນກະທົບເຖິງການຜັນຂະຫຍາຍການເຄື່ອນໄຫວຄົ້ນຄວ້າ, ຮ່ວມມື, ແລກປ່ຽນລະຫວ່າງສອງຝ່າຍກໍ່ຕາມ, ແຕ່ຄະນະຄຸ້ມຄອງໂຄງການ ແລະຫົວໜ່ວຍ, ບຸກຄົນທີ່ກ່ຽວຂ້ອງໄດ້ມີການດັດປັບຢ່າງມີໄຫວພິບ ເພື່ອປັບຕົວໃຫ້ແທດເໝາະກັບສະພາບການໃໝ່.

ສຸມໃສ່ຜັນຂະຫຍາຍໂຄງການໜູນຊ່ວຍສະຖາບັນຍຸຕິທໍາລາວ
ບັນຍາກາດທີ່ກອງປະຊຸມ. ພາບ: baophapluat.vn

ທ່ານນາງ ດັ້ງຮ່ວາງແອັງ ເຊື່ອໝັ້ນວ່າ ບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຈະຊ່ວຍຄະນະຊີ້ນໍາໂຄງການສອງຝ່າຍເຫັນດີເປັນເອກະພາບແຜນນະໂຍບາຍ, ມາດຕະການ ແລະມີການຊີ້ນໍາຢ່າງຂ້ຽວຂາດກວ່າອີກ ເພື່ອຜັນຂະຫຍາຍໂຄງການບັນລຸຄຸນນະພາບ, ປະສິດທິຜົນ, ຮັບປະກັນບັນດາເປົ້າໝາຍວາງອອກ, ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃຫ້ກະຊວງ ແລະຂະແໜງຍຸຕິທຳຂອງລາວ.

ໃນ 6 ເດືອນທ້າຍປີ 2022, ຄະນະຄຸ້ມຄອງໂຄງການຂອງຫວຽດນາມ ສະເໜີໃຫ້ຝ່າຍລາວ ກວດກາຄືນແຜນການສັງລວມການເຄື່ອນໄຫວຂອງໂຄງ ການຕາມເນື້ອໃນເອກະສານຂອງໂຄງການຢ່າງວ່ອງໄວ ເພື່ອສະເໜີໃຫ້ເພີ່ມເຕີມການເຄື່ອນໄຫວ ທີ່ຍັງບໍ່ໄດ້ອະນຸມັດຜ່ານໃນແຜນການເຄື່ອນໄຫວ ປີ 2022 ຂອງໂຄງການ; ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວຂອງໂຄງການເພື່ອສາມາດປະຕິບັດສໍາເລັດໃນເດືອນຕຸລາ 2022.

ກອ​ງ​ທັບ​

302 Found

Found

The document has moved here.