ເລີ່ມ​ຕົ້ນ​ໂຄງ​ການ​ໂຮງ​ຮຽນ​ແຫ່ງ​ຄວາມ​ສຸກ ​ຢູ່ ຫວຽດ​ນາມ

07:50 | 17/06/2022

ຍ​ສ​ໝ - ມີຜູ້ອຳນວຍການໂຮງຮຽນກ່ວາ 10.000 ທ່ານໃນທົ່ວປະເທດ ຈະໄດ້ຮັບການຝຶກອົບຮົມໃນໂຄງການໂຮງຮຽນແຫ່ງຄວາມສຸກ ໂດຍກອງທຶນໜູນຊ່ວຍການປ່ຽນແປງໃໝ່ການສຶກສາສາມັນ ຫວຽດນາມ (VIGEF) ຈັດຂຶ້ນ.

ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ
ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ ຄວາມ​ງາມ​ຂອງ​ບັນ​ດາ​ໝູ່​ບ້ານ​ຫາ​ປ່າ​ຢູ່ ຫວຽດ​ນາມ
ເລີ່ມ​ຕົ້ນ​ໂຄງ​ການ​ໂຮງ​ຮຽນ​ແຫ່ງ​ຄວາມ​ສຸກ ​ຢູ່ ຫວຽດ​ນາມ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ຟຶກ​ອົບ​ຮົມ (ພາບ: VOV)

ໂຄງການເພື່ອແນໃສ່ປຸກລະດົມ ແລະ ສ້າງຮູບແບບການສຶກສາ - ບຳລຸງສ້າງໃໝ່, ເຊິ່ງແມ່ນສະຖານທີ່ນັກຮຽນຈະໄດ້ຮ່ຳຮຽນໃນຄວາມສຸກ. ໂຄງການໄດ້ເອົາໃຈໃສ່ເປັນພິເສດເຖິງລັກສະນະ “ຫັນເປັນສ່ວນຕົວ” ຂອງນັກຮຽນແຕ່ລະຄົນ. ແທນທີ່ຈະສອນຕາມຫຼັກສູດການຮຽນແບບເກົ່າໃຫ້ແກ່ນັກຮຽນໝົດທຸກຄົນ, ໂຄງການມຸ່ງໄປເຖິງການເຄົາລົບຈຸດທີ່ແຕກຕ່າງກັນໃນການກຳລັງຄວາມຄິດ ແລະ ບຸກຄະລິກຂອງນັກຮຽນແຕ່ລະຄົນ. ຈາກນັ້ນ, ຄູສອນຈະສ້າງສະພາບແວດລ້ອມທີ່ເໝາະສົມ ແລະ ສົ່ງເສີມນ້ອງໆນັກຮຽນພັດທະນາຢ່າງຖືກຕ້ອງຕາມຄວາມກຳລັງຄວາມສາມາດຂອງຕົນ.

ໃນ 2 ປີ (2022 - 2023), ໂຄງການໂຮງຮຽນແຫ່ງຄວາມສຸກຂອງ VIGEF ຈະບຳລຸງສ້າງ ຜູ້ອຳນວຍການ 10.000 ທ່ານຂອງບັນດາໂຮງຮຽນມັດທະຍົມຕອນປາຍ. ໃນນັ້ນ, ໃນໄລຍະທີ 1, ໂຄງການຈະຜັນຂະຫຍາຍຢູ່ 7ແຂວງ, ນະຄອນຄື: ຮ່າໂນ້ຍ, ລາວກາຍ, ຮຶງອຽນ, ແຄ໊ງຮ່ວາ, ນິງທ້ວນ, ເງະອານ ແລະ ກອນຕຸມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.