Operation Smile ຫວຽດ​ນາມ ຜ່າ​ຕັດໃຫ້​ແກ່​ເດັກ​ພິ​ການ​ແຕ່​ຕອນ​ເກີດ 60 ຄົນ ​ໃນ​ເດືອນ​ມິ​ຖຸ​ນາ

12:50 | 12/06/2022

ຍ​ສ​ໝ - ໃນ​ເດືອນ​ມິ​ຖຸ​ນາ ປີ 2022, ອົງ​ການ Operation Smile ຫວຽດ​ນາມ ​ມີ​ໂຄງ​ການ​ຜ່າ​ຕັດ​ໂດຍ​ບໍ່​ເສຍ​ຄ່າ​ຢູ່​ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ນາມ ກູ​ບາ (ເຮືອນ​ເລກ​ທີ 37 ຮາຍ​ບ່າ​ຈຶງ, ຮ່​ວານ​ກຽມ, ຮ່າ​ໂນ້ຍ).

ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ
ພິ​ທີ​ອັດ SEA Games 31 ​ຈະ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ພຶດ​ສະ​ພາ ພິ​ທີ​ອັດ SEA Games 31 ​ຈະ​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ພຶດ​ສະ​ພາ
Operation Smile ຫວຽດ​ນາມ ຜ່າ​ຕັດໃຫ້​ແກ່​ເດັກ​ພິ​ການ​ແຕ່​ຕອນ​ເກີດ 60 ຄົນ ​ໃນ​ເດືອນ​ມິ​ຖຸ​ນາ
ພາບ​ປະ​ກອບ: vufo.org.vn

ໂຄງ​ການ​ຄາດ​ວ່າ​ຈະ​ກວດ​ພະ​ຍາດ​ໃຫ້​ແກ່​ຄົນ​ເຈັບ 80 – 100 ຄົນ​ໃນ​ວ​ັນ​ທີ 20 ມິ​ຖຸ​ນາ 2022. ຫຼັງ​ຈາກ​ນັ້ນ​ຈະ​ເລືອກ​ເອົາ 60 – 80 ຄົນ ແລະ ຄາດ​ວ່າ​ຈະ​ດຳ​ເນີນ​ການ​ຜ່າ​ຕັດ​ນັບ​ແຕ່​ວັນ​ທີ 21 ມິ​ຖຸ​ນາ ຫາ ວັນ​ທີ 24 ມິ​ຖຸ​ນາ 2022.

ຕາມອົງ​ການ Operation Smile ຫວຽດ​ນາມ ແລ້ວ, ບັນ​ດາ​ເປົ້າ​ໝາຍ​ໂດຍ​ອົງ​ການ​ມຸ່ງ​ໄປ​ເຖິງ​ແມ່ນ​ເດັກ​ນ້ອຍ​ປາກແຫວ່ງ ເພດານໂຫວ່ ທີ່ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຜ່າ​ຕັດ, ເດັກ​ນ້ອຍ​ປາກແຫວ່ງ ຕ້ອງ​ມີ​ອາ​ຍຸບໍ່ຕ່ຳກວ່າ 6 ເດືອນ, ມີ​ນ້ຳ​ໜັກ 8 ກີ​ໂລ​ກາມ​ຂຶ້ນ​ໄປ, ສ່ວນ​ເດັກ​ນ້ອຍ​ເປັນ​ເພ​ດານ​ໂຫວ່​ຕ້ອງ​ມີ​ອາ​ຍຸ​ແຕ່ 18 ເດືອນ​ຂຶ້ນ​ໄປ, ມີ​ນ້ຳ​ໜັກ​ແຕ່ 10 – 12 ກີ​ໂລ​ກາມ…

ໂຄງ​ການ​ຈະ​ຈ່າຍ​ຄ່າ​ສາ​ທາ​ລະ​ນະ​ສຸກ​ທັງ​ໝົດ​ໃຫ້​ແກ່​ບັນ​ດາ​ການ​ຜ່າ​ຕັດ, ນອກ​ຈາກ​ນັ້ນ ຄົນ​ເຈັບ​ຈ​ະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ສ່ວນ​ໜຶ່ງ​ໃນ​ການ​ເດີ​ນ​ທາງ​ໄປ​ມາ ແລະ ກິນ​ຢູ່​ໃນ​ເວ​ລາ​ຢູ່​ໂຮງ​ໝໍ. ເພື່ອ​ຈົດ​ທະ​ບຽນ​ການ​ຜ່າ​ຕັດ, ຂໍ້​ສົ່ງ​ຂໍ້​ຄວາມ​ມາ​ຍັງ Fanpage “Operation Smile ຫວຽດ​ນາມ” ຫຼື​ ຕິດ​ຕໍ່​ເບີ​ hotline /zalo Operation Smile 090 488 5555.

Operation Smile (OS) ແມ່ນ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ບໍ່​ຫວັງ​ຜົນ​ກຳ​ໄລ​ຂອງ ອາ​ເມ​ລິ​ກາ ​ເຮັດ​ວຽກ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ ແລະ ໄດ້​ມີ​ໜ້າ​ຢູ່ ຫວຽດ​ນາມ ມາ​ເປັນ​ເວ​ລາ​ກ່​ວາ 30 ປີ​ແລ້ວ. OS ໄດ້​ໜູນ​ຊ່ວ​ຍ​ການ​ກວດ​ພະ​ຍາດ ແລະ ປິ່ນ​ປົວ​ໃຫ້​ແກ່​ເດັກ​ນ້ອຍ​ຫວຽດ​ນາມ ກ່​ວາ 60.000 ຄົນ. ມີ 30 ໂຄງ​ການ​ຜ່າ​ຕັດ ແລະ ມີ​ຄົນ​ເຈັບ ກ່​ວາ 2000 ຄົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຜ່ານ​ແຕ່​ລະ​ປີ. OS ຍັງ​ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມ​ດ້ານ​ວິ​ຊາ​ການ​ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ​ທ້ອງ​ຖິ່ນ ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັ​ງ​ຄວາມ​ສາ​ມາດ, ປັບ​ປຸງ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ, ພ້ອມ​ທັງ​ປະ​ຕິ​ບັດ​ການ​ຄົ້ນ​ຄ້​ວາ​ສືບ​ສວນ​ບັນ​ດາ​ເຫດ​ຜົນ​ທີ່​ກໍ່​ພະ​ຍາດ ປາກ​ແຫວ່ງ ເພ​ດານ​ໂຫວ່ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ບັນ​ດາສາ​ເຫດ​​ທີ່ກໍ່​ພະ​ຍາດ​ນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.