ອາເມລິກາ ສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ

09:07 | 09/06/2022

ຍສໝ - ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອາເມລິກາ ບັນລຸໄດ້ປະສິດທິຜົນຕັ້ງໜ້າໃນຫຼາຍຂົງເຂດຄື: ການເຈລະຈາ - ປຶກສາຫາລື, ແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງ…

ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19 ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19
ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

ຕອນເຊົ້າວັນທີ 7 ມິຖຸນາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໋ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Ann Marie Yastishock, ຜູ້ອຳນວຍການອົງການພັດທະນາສາກົນ ອາເມລິກາ (USAID) ແລະ ທ່ານພັນເອກ Thomas Stevenson, ທີ່ປຶກສາທູດປ້ອງກັນຊາດ ອາເມລິກາ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ອາເມລິກາ ສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
ບັນຍາກາດທີ່ການຕ້ອນຮັບ. ພາບ: TTXVN

ທ່ານພົນໂທ ຮວ່າງຊວນຈ໋ຽນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ ບຸລິມະສິດ ແລະເອົາໃຈໃສ່ຊຸກຍູ້ການຮ່ວມມືກັບອາເມລິກາ ໃນຂົງເຂດການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ໃນໄລຍະຜ່ານມາ, ສອງຝ່າຍບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຈຳນວນໜຶ່ງ, ລວມມີ: ການປະຕິບັດສໍາເລັດການກໍາຈັດມົນລະພິດດີໂອຊີນຢູ່ເຂດສະໜາມບິນດ່ານັ້ງ; ສືບຕໍ່ຜັນຂະຫຍາຍການກໍາຈັດມົນລະພິດດີໂອຊີນຢູ່ ເຂດສະໜາມບິນບຽນຮວ່າ... ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮຳບາດແຜສົງຄາມ ແລະ ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ. ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອາເມລິກາ ບັນລຸໄດ້ປະສິດທິຜົນຕັ້ງໜ້າໃນຫຼາຍຂົງເຂດຄື: ການເຈລະຈາ - ປຶກສາຫາລື, ແລກປ່ຽນຄະນະຜູ້ແທນ, ການບຳລຸງສ້າງ…

ສ່ວນທານນາງ Yastishock ແລະທ່ານພັນເອກ Thomas Stevenson ໄດ້ຫວນຄືນບັນດາອາລົມຈິດອັນດີງາມທີ່ມີຕໍ່ປະເທດຊາດ, ຊາວຫວຽດນາມ ກໍ່ຄືບັນດາໝາກຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນ ຄວາມມານະພະຍາຍາມສົມທົບກັນຜ່ານຜ່າໂລກລະບາດໂຄວິດ-19; ພ້ອມທັງຢັ້ງຢືນວ່າ, ເຖິງວ່າຢູ່ໃນຖານະຕໍາແໜ່ງໃດກໍ່ຕາມ ກໍ່ຈະສືບຕໍ່ສະໜັບສະໜູນການພັດທະນາສາຍພົວພັນຫວຽດນາມ-ອາເມລິກາ.

ບູນມີ

ເຫດການ
302 Found

Found

The document has moved here.