HFHI ໜູນ​ຊ່ວຍ​ກວ່າ 900 ລ້ານ​ດົ່ງ​ເພື່ອ​ປັບປຸງເງື່ອນໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ສຸຂະພາບ​ໃຫ້​ຊາວ​ເຫ້ວ

06:58 | 08/06/2022

ຍສໝ - ​ໂຄງການ​ມີ​ທຶນຊ່ວຍ​ເຫຼືອ​ລ້າ 905.200.000 ດົ່ງ, ​ເທົ່າ​ກັບ 39.357 USD ຈາກອົງການຈັດຕັ້ງ Habitat For Humanity International (ອາເມລິກາ).

ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ ຊາວ​ຫວຽດ​ນາມ ແຕ່​ລະ​ຄົນຢູ່ ລາວ ຕ້ອງ​ແມ່ນນັກ​ການ​ທູດ ​ເພື່ອ​ພັດ​ທະ​ນາ ແລະ ຍົກ​ສູງ ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ລາວ ຢ່າງ​ບໍ່​ຢຸດ​ຢັ້ງ
ປ່​ຽນ​ແປງ​ໃໝ່​ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​​ດອຍ ປ່​ຽນ​ແປງ​ໃໝ່​ກົນ​ໄກ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​​ດອຍ

ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ຫາ​ກໍ່​ໄດ້​ອອກຂໍ້ຕົກລົງກ່ຽວກັບ ເລື່ອງ​ອະນຸມັດ​ການ​ຮັບ​ການ​ຊ່ວຍ​ເຫຼືອລ້າ​ຂອງອົງການຈັດຕັ້ງ Habitat For Humanity International (HFHI, ອາເມລິກາ).

HFHI ໜູນ​ຊ່ວຍ​ກວ່າ 900 ລ້ານ​ດົ່ງ​ເພື່ອ​ປັບປຸງເງື່ອນໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ສຸຂະພາບ​ໃຫ້​ຊາວ​ເຫ້ວ
HFHI ໜູນ​ຊ່ວຍ​ກວ່າ 900 ລ້ານ​ດົ່ງ​ເພື່ອ​ປັບປຸງເງື່ອນໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ສຸຂະພາບ​ໃຫ້​ຊາວ​ເຫ້ວ. ພາບ: thoidai.com.vn

ຕາມ​ນັ້ນ​ແລ້ວ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ໄດ້​ຮັບຮອງ​ເອົາ​ການ​ຊ່ວຍ​ເຫຼືອ​ລ້າ ​ທີ່​ບໍ່ຂຶ້ນກັບການໜູນຊ່ວຍ​​ພັດທະນາ​ຢ່າງ​ເປັນ​ທາງ​ການ​ໃນ​ໂຄງການ “ປັບປຸງ​ເຮືອນຢູ່​ອາ​ໄສ​ ແລະ ​ສຸຂະພາບ​ຂອງ​ຊຸມ​ຊົນ​ຜ່ານ​ການ​ກໍ່ສ້າງ​​ເຮືອນ​ຊານ​ທີ່​ປອດ​ໄພ​ຄືນ​ໃໝ່ ແລະ ມຸ່ງໄປເຖິງປະຊາຄົມທີ່ບໍ່ມີ​ວັດຖຸບັນຈຸ Amiăng” ​ໂດຍອົງການຈັດຕັ້ງ Habitat For Humanity International (HFHI), ອາເມລິກາ ໜູນຊ່ວຍຜ່ານຄະນະກໍາມະການປະຊາຊົນເມືອງຝູວາງ.

​ໂຄງການ​ມີ​ທຶນຊ່ວຍ​ເຫຼືອ​ລ້າ 905.200.000 ດົ່ງ, ​ເທົ່າ​ກັບ 39.357 USD ຈາກອົງການຈັດຕັ້ງ Habitat For Humanity International (ອາເມລິກາ).

ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫ້ວ ມອບ​ໝາຍ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ເມືອງຝູວາງ ຮັບຜິດຊອບສົມທົບ​ກັບ​ອົງການ​ທີ່​ກ່ຽວຂ້ອງ​ໃນ​ການ​ປະຕິບັດ​ໂຄງການ ​ແລະ ປະຕິບັດຕາມ​ລະບຽບ​ການທີ່ພວມ​ໃນ​ປະຈຸ​ບັນ.

ບູນມີ

ເຫດການ
302 Found

Found

The document has moved here.