ເພີ່ມທະວີການຮ່ວມມືສາກົນໃນຂົງເຂດປົກປ້ອງຜູ້ບໍລິໂພກ

20:00 | 30/05/2022

ຍສໝ - ກົມແກ່ງແຍ້ງ ແລະ ປົກປ້ອງຜູ້ບໍລິໂພກ (ກະຊວງອຸດສາຫະກຳ ແລະ ການຄ້າ) ໄດ້ຕາງໜ້າໃຫ້ຫວຽດນາມເຂົ້າຮ່ວມກອງປະຊຸມຄັ້ງທີ 24 ຂອງຄະນະກຳມະການປົກປ້ອງຜູ້ບໍຜູ້ບໍລິໂພກອາຊຽນ.

ຮ່ວມກັນຊຸກຍູ້ການບໍລິໂພກໝາກລີນຈີ່ແຂວງບັກຢາງ ຢູ່ຕະຫຼາດຕາເວັນຕົກສ່ຽງໃຕ້ ປະເທດຈີນ ຮ່ວມກັນຊຸກຍູ້ການບໍລິໂພກໝາກລີນຈີ່ແຂວງບັກຢາງ ຢູ່ຕະຫຼາດຕາເວັນຕົກສ່ຽງໃຕ້ ປະເທດຈີນ
ເຕິນຫຽບຟາດ  ໄດ້ມອບລາງວັນເງິນສົດຫຼາຍກວ່າ 61,000 ລາງວັນໃຫ້ແກ່ຜູ້ບໍລິໂພກໃນໂປໂມຊັ່ນລະດູຮ້ອນ ເຕິນຫຽບຟາດ ໄດ້ມອບລາງວັນເງິນສົດຫຼາຍກວ່າ 61,000 ລາງວັນໃຫ້ແກ່ຜູ້ບໍລິໂພກໃນໂປໂມຊັ່ນລະດູຮ້ອນ
ເພີ່ມທະວີການຮ່ວມມືສາກົນໃນຂົງເຂດປົກປ້ອງຜູ້ບໍລິໂພກ
ເພີ່ມທະວີການຮ່ວມມືສາກົນໃນຂົງເຂດປົກປ້ອງຜູ້ບໍລິໂພກ. ພາບ: congthuong.vn

ກອງປະຊຸມຄັ້ງທີ 24 ຂອງຄະນະກໍາມະການປົກປ້ອງຜູ້ບໍຜູ້ບໍລິໂພກ ASEAN (ACCP) ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງໄດ້ຈັດຂຶ້ນລະຫວ່າງວັນທີ 17-19 ພຶດສະພາ 2022 ຕາມຮູບການກອງປະຊຸມທາງໄກ.

ໃນກອງປະຊຸມ,ຕາງໜ້າບັນດາປະເທດສະມາຊິກກໍພັດປ່ຽນກັນອັບເດດວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກຢູ່ປະເທດຂອງຕົນ ລວມມີການກໍ່ສ້າງ, ປະຕິບັດ ແລະ ເຜີຍແຜ່ນະໂຍບາຍກົດໝາຍກ່ຽວກັບການປ້ອງກັນສິດຜົນປະໂຫຍດຂອງບໍລິໂພກ; ບັນດາຍຸດທະສາດພິເສດກ່ຽວກັບການຮັບມືກັບພະຍາດ Covid-19.

ໂດຍຕາງໜ້າໃຫ້ຫວຽດນາມ,ກົມແກ່ງແຍ້ງ ແລະ ປົກປ້ອງຜູ້ບໍຜູ້ບໍລິໂພກ ໄດ້ອັບເດດບາງເນື້ອໃນທີ່ຄວນເອົາໃຈໃສ່ ແລະ ຄວາມຄືບໜ້າການກໍ່ສ້າງຂອງໂຄງການກົດໝາຍປົກປ້ອງສິດຜົນປະໂຫຍດຜູ້ບໍລິໂພກ(ສະບັບປັບປຸງ).

ໃນວາລະການເຮັດວຽກ, ຄະນະເລຂາທິການ ASEAN ແລະ ບັນດາປະເທດສະມາຊິກໄດ້ພ້ອມກັນປຶກສາຫາລືກ່ຽວກັບຄວາມຄືບໜ້າການປະຕິບັດບັນດາການເຄື່ອນໄຫວຫຼັກຂອງແຜນການເຄື່ອນໄຫວຍຸດທະສາດປົກປ້ອງຜູ້ບໍລິໂພກ ASEAN 2025 (ASAPCP).

ສຳລັບເປົ້າໝາຍຂອງປີ 2021, ACCP ໄດ້ສຳເລັດການສ້າງ:ເຄື່ອງມືຮຽນທາງໄກ ແລະ ການພົບປະທາງໄກສະລັບຜູ້ບໍລິໂພກ ASEAN; ຄໍາແນະນໍາຂອງ ASEAN ກ່ຽວກັບແກ້ໄຂຂໍ້ຂັດແຍ່ງຜູ້ບໍລິໂພກທາງໄກ (ODR) ແລະ ຄໍາແນະນໍາຂອງ ASEAN ກ່ຽວກັບບັນດາອົງການຈັດຕັ້ງສັງຄົມທີ່ເຂົ້າຮ່ວມປ້ອງກັນສິດຜົນປະໂຫຍດຂອງຜູ້ບໍລິໂພກ.

ມຸ່ງໄປສູ່ບັນດາເປົ້າໝາຍຫຼັກຂອງປີ 2022, ACCP ເອົາໃຈໃສ່ວຽກງານກໍ່ສ້າງ: ຄໍາແນະນໍາຂອງ ASEAN ກ່ຽວກັບການຕີລາຄາຜົນກະທົບຂອງຜູ້ບໍລິໂພກ; ຄໍາແນະນໍາຂອງ ASEAN ກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກໃນການຄ້າເອເລັກໂທຣນິກ ແລະ ຄຳແນະນຳຂອງ ASEAN ກ່ຽວກັບການບໍລິໂພກແບບຍືນຍົງ.

ໄຊພອນ

ເຫດການ
302 Found

Found

The document has moved here.