ແຂວງແທັງຮວ໊າ ຈັດຕັ້ງພິທີໄຫວ້ອາໄລ ແລະປົງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ລາວ

07:55 | 26/05/2022

ຕອນເຊົ້າວັນທີ 24 ພຶດສະພາ, ທີ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດສາກົນດົ່ງເຕີມ (ເມືອງບາເທືອກ, ແຂວງແທັງຮວ໊າ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແຂວງແທັງຮວ໊າ ໄດ້ຈັດຕັ້ງພິທີໄຫວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.

ແທັງຮວ໊າ-ຫົວພັນ: ຈັດຕັ້ງການພົບປະແລກປ່ຽນວຽກງານຄຸ້ມຄອງຊາຍແດນ ປີ 2019 ແທັງຮວ໊າ-ຫົວພັນ: ຈັດຕັ້ງການພົບປະແລກປ່ຽນວຽກງານຄຸ້ມຄອງຊາຍແດນ ປີ 2019
ກອງປະຊຸມແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນແຂວງແທັງຮວ໊າ ແລະສະພາປະຊາຊົນແຂວງຫົວພັນ ກອງປະຊຸມແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນແຂວງແທັງຮວ໊າ ແລະສະພາປະຊາຊົນແຂວງຫົວພັນ

ໃນລະດູແລ້ງປີ 2021-2022, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງແທັງຮວ໊າ ໄດ້ຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 16 ອັດຖິ ກັບຄືນປະເທດ.

ປົງອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn.
ປົງອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn.

ການຊອກຄົ້ນ, ທ້ອນໂຮມ ແລະສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ກັບຄືນປະເທດແມ່ນໜຶ່ງໃນບັນດາການສະແດງໃຫ້ເຫັນຢ່າງລະອຽດຂອງມູນເຊື້ອ “ຕອບບຸນແທນຄຸນ” ຂອງປະເທດຊາດ, ແມ່ນຄວາມຮັບຜິດຊອບ, ນໍ້າໃຈອັນເລິກເຊິ່ງຂອງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາກໍາລັງປະກອບອາວຸດທີ່ມີຕໍ່ຜູ້ທີ່ດີເດັ່ນຂອງປະເທດຊາດໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງສອງປະເທດຫວຽດນາມ-ລາວ.

ນີ້ກໍ່ແມ່ນວຽກທີ່ເຕັມໄປດ້ວຍຄວາມຮັກແພງ, ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ; ຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດຫວຽດນາມ-ລາວ, ສອງແຂວງແທັງຮວ໊າ-ຫົວພັນ ກວ່າອີກ, ພ້ອມທັງມີຄວາມໝາຍດ້ານການສຶກສາອົບຮົມໃຫ້ປະຊາຊົນທຸກຊັ້ນວັນນະຕໍ່ການເສຍສະຫຼະຊີວິດຂອງບັນດາວິລະຊົນ, ນັກຮົບເພື່ອພື້ນຖານເອກະລາດຂອງປະເທດຊາດ ແລະພາລະກິດສາກົນອັນສູງສົ່ງ.

ໃນບັນຍາກາດທີ່ເຄັ່ງຂຶມ, ເຄົາລົບນັບຖື, ບັນດາຄະນະຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ເພື່ອໄຫວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ໄດ້ອຸທິດ, ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດຊາດ, ປະຕິບັດໜ້າທີ່ສາກົນອັນສູງສົ່ງ.

ໃນພິທີຊຸມນຸມ, ຮອງເຈົ້າແຂວງໆ ແທັງຮວາ ເດົາແທັງ ຕຸ່ງໄດ້ສົ່ງຄຳຂອບອົກຂອບໃຈອັນເລິກເຊິ່ງເຖິງຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນແຂວງຫົວພັນ ສປປລ ລາວ ທີ່ມີຄວາມບໍລິສຸດໃຈໄດ້ໃຫ້ການຊ່ວຍເຫຼືອ ແລະ , ທ້ອນໂຮມອັດຖະຂອງບັນດານັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນສູ່ປິຕຸພູມ. ທ່ານໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊິວິດອັນສູງສົ່ງຂອງບັນດານັກຮົບເພື່ອປະເທດຊາດ, ພ້ອມດຽວກັນທ່ານຢໍ້າວ່າ: ການຊອກຄົ້ນ ແລະ ທ້ອນໂຮມອັດຖິຂອງບັນດານັກຮົບອາສາສະໝັກກັບຄືນສູ່ປະເທດຊາດນັ້ນ ຍັງສະແດງເຖິງສັດຈະທຳທີ່ວ່າ: "ໄດ້ກິນນໍ້າຄິດເຖິງບໍ່", "ຕອບບຸນແທນຄຸນ"ຂອງຄົນຮຸ່ນໜຸ່ມ ແລະ ຂອງລູກຫຼານໃນພາຍພາກໜ້າ. ນັ້ນແມ່ນໜ້າທີ່ຄວາມຮັບຜິດຊອບ, ແມ່ນອາລົມຈິດອັນເລິກເຊິ່ງຂອງຄະນະພັກ, ອຳນາດການປົກຄອງ, ປະຊາຊົນ, ກຳລັງປະກອບອາວຸດທີ່ມີຕໍ່ລູກຮັກຫຼານແພງຂອງຊາດທີ່ໄດ້ມອບຖວາຍຊີວິດອັນໜຸ່ມນ້ອຍຂອງຕົນເພື່ອຄວາມເປັນເອກະລາດ, ສິດເສລີພາບຂອງປະຊາຊົນສອງຊາດຫວຽດນາມ-ລາວ. ຕໍ່ຈາກນັ້ນ, ບັນດາຜູ້ແທນ ແລະ ປະຊາຊົນກໍໄດ້ດຳເນີນພິທີປົງອັດຖິທັງ 16 ອັດຖິໄວ້ທີ່ສຸສານນັກຮົບສາກົນດົງເຕິມ, ເມືອງບາເທືອກ, ແຂວງແທັງຮວ່າ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.