ປະທານາທິບໍດີ ເກຼັກ ສະເໜີການຮ່ວມມືກັບນະຄອນ ໂຮ່ຈິມີນ ໃນຂົງເຂດສຶກສາ ແລະ ວັດທະນະທຳ | |
ສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ທີ່ ກຳປູເຈຍ |
![]() |
ທ່ານນາງ ເຈືອງໝີຮວາ ອະດີດຮອງປະທານປະເທດ ຖ່າຍຮູບເປັນທີ່ລະນຶກພ້ອມກັບນັກສຶກສາລາວ, ກໍາປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ. |
ລາຍການມີການເຂົ້າຮ່ວມຂອງຜູ້ຕາງໜ້າ 30 ຄອບຄົວຫວຽດນາມ ທີ່ມີລູກລ້ຽງເປັນນັກສຶກສາລາວ, ກໍາປູເຈຍ ແລະນັກສຶກສາລາວ, ກໍາປູເຈຍ ທີ່ພວມອາໄສ ແລະຮຽນຢູ່ນະຄອນໂຮ່ຈີມິນ ລວມ 51 ຄົນ.
ນີ້ກໍ່ແມ່ນໂອກາດເພື່ອນັກສຶກສາລາວ, ກໍາປູເຈຍ ໄດ້ເຂົ້າຮ່ວມການດຳລົງຊີວິດຕົວຈິງປະຈໍາວັນຂອງບັນດາຄອບຄົວຫວຽດນາມ, ຜ່ານນັ້ນສ້າງຄວາມຜູກພັນທາງໃຈ, ໜູນຊ່ວຍຊີວິດດ້ານວັດຖຸ, ຈິດໃຈໃຫ້ບັນດານັກສຶກສາເມື່ອຮໍ່າຮຽນຢູ່ຫ່າງໄກຈາກບ້ານເກີດເມືອງນອນ.
ທີ່ລາຍການ, ສະຫະພັນແມ່ຍິງນະຄອນ ໄດ້ມອບເສື້ອຍາວ 30 ຊຸດ ໃຫ້ນັກສຶກສາຍິງລາວ ແລະກໍາປູເຈຍ. ບັນດາຄອບຄົວ ແລະນັກສຶກສາລາວ, ກໍາປູເຈຍ ຢ້ຽມຊົມເຂດວາງສະແດງເສື້ອຍາວ, ເຂົ້າຮ່ວມການເຄື່ອນໄຫວອາຫານການກິນ, ພົບປະແລກປ່ຽນວັດທະນະທໍາ, ສິລະປະ...
la.qdnd.vn