ຜູ້ອຳນວຍການໃຫຍ່ ILO ຕີລາຄາສູງຕໍ່ຜົນງານໃນການລົບລ້າງແຮງງານເດັກຢູ່ ຫວຽດນາມ

07:42 | 19/05/2022

ຍສໝ-ຕາມການຕອບ​ສຳ​ພາດ ສໍານັກຂ່າວສານ ຫວຽດນາມ​ ຢູ່​ນອກ ​ກອງ​ປະຊຸມ​ທົ່ວ​ໂລກ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ລົບ​ລ້າງ​ແຮງ​ງານ​ເດັກ​ທີ່​ຈັດ​ຂຶ້ນ​ຢູ່ Durban (ສາທາລະນະລັດ ອາ​ຟຣິກາ​ໃຕ້), ທ່ານ Guy Ryder, ຜູ້​ອຳ​ນວຍ​ການ​ໃຫຍ່ ​ອົງການ​ແຮງ​ງານ​ສາກົນ (ILO) ຕີ​ລາຄາ​ສູງ​ຕໍ່ຜົນງານ​ໃນ​ການ​ລົບ​ລ້າງ​ແຮງ​ງານ​ເດັກຢູ່ຫວຽດນາມ.

ຜັນ​ຂະ​ຫຍາຍ​​ສົນ​ທິສັນ​ຍາ ILO ກ່ຽວ​ກັບ​ການ​ລົບລ້າງ ​ການບັງຄັບແຮງ​ງານ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຜັນ​ຂະ​ຫຍາຍ​​ສົນ​ທິສັນ​ຍາ ILO ກ່ຽວ​ກັບ​ການ​ລົບລ້າງ ​ການບັງຄັບແຮງ​ງານ​​ຢ່າງ​ມີ​ປະ​ສິດ​ທິ​ຜົນ
ILO ສະແດງຄວາມຊົມເຊີຍຕໍ່ບາດກ້າວລົບລ້າງການ ບີບບັງຄັບແຮງງານຢູ່ຫວຽດນາມ ILO ສະແດງຄວາມຊົມເຊີຍຕໍ່ບາດກ້າວລົບລ້າງການ ບີບບັງຄັບແຮງງານຢູ່ຫວຽດນາມ
ຜູ້ອຳນວຍການໃຫຍ່ ILO ຕີລາຄາສູງຕໍ່ຜົນງານໃນການລົບລ້າງແຮງງານເດັກຢູ່ ຫວຽດນາມ

ຜູ້ອຳນວຍການໃຫຍ່ ILO ທ່ານ Guy Ryder ຕອບສໍາພາດສໍານັກຂ່າວສານ ຫວຽດນາມ​ ( ພາບ: TTXVN)

ທ່ານ Ryder ​ສະ​ແດງ​ຄວາມ​ດີໃຈ​ທີ່​ຫວຽດນາມ ​ໄດ້​ບຸກ​ເບີກ​ໃນການເຂົ້າ​ຮ່ວມ​ພັນທະ​ມິດ 8.7 ເຊິ່ງ​ເປັນ​ພັນທະ​ມິດ​ທົ່ວ​ໂລກ​ຂອງບັນດາ​ລັດຖະບານ, ອົງການຈັດຕັ້ງສັງຄົມທາງ​ພົນລະ​ເຮືອນ ​ແລະ ​ອົງການ​ສາກົນ ເພື່ອ​ຕ້ານຄືນ​​ແຮງ​ງານ​ເດັກ ​ແລະ ແຮງງານທີ່ຖືກບັງ​ຄັບ. ໝາຍ​ຄວາມ​ວ່າ ຫວຽດນາມ ພວມ​ຮ່ວມແຮງຮ່ວມໃຈ ​ແລະ ສະໝັກໃຈໃນການ​ປະຕິບັດ​ຄວາມ​ພະຍາຍາມ​ພິ​ເສດ​ເພື່ອ​ລົບ​ລ້າງ​ແຮງ​ງານ​ເດັກ. ທ່ານໃຫ້ຮູ້​ວ່າ “ພວກ​ຂ້າພະເຈົ້າ​ພວມ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ໃຫຍ່​ກັບ​ຫວຽດນາມ ​ແລະ ຫວຽດນາມ ກໍພວມ​ບັນລຸໄດ້​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ. ຂ້າ​ພະ​ເຈົ້າ​ເພິ່ງພໍ​ໃຈ​ຫຼາຍ​ຕໍ່​ສິ່ງ​ທີ່​ຫວຽດ​ນາມກໍາລັງ​ປະ​ກອບ​ສ່ວນ.

ທ່ານ​ໃຫ້ຮູ້ຕື່ມ​ວ່າ ILO ພວມ​ສົມທົບ​ກັບ​ຫວຽດນາມ ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ມານະ​ພະຍາຍາມ​ຍົກສູງ​ຄວາມ​ສາມາດ ແລະ ​ຮັບ​ປະ​ກັນ​ວ່າ​ກົດ​ຫມາຍ​ທີ່​ໄດ້​ປະກາດໃຊ້​ຢູ່​ຫວຽດ​ນາມ​ຈະ​ນໍາມາເຊິ່ງ​ໝາກ​ຜົນທີ່​ດີ. ທ່ານ​ຕີ​ລາຄາ​ວ່າ ຫວຽດນາມ ພວມ​ມານະ​ພະຍາຍາມ​ຢ່າງ​ຈິງຈັງໃນ​ການ​ລົບ​ລ້າງ​ແຮງ​ງານ​ເດັກ ​ແລະ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ ILO ​ແລະ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ.

ຫອມມາລາ

ເຫດການ
302 Found

Found

The document has moved here.