ເພື່ອນມິດ​ສາກົນປະທັບໃຈ, ​ສົ່ງ​ຄຳ​ຍ້ອງຍໍ​ຊົມ​ເຊີຍ​ພິທີ​ເປີດ​ງານ​ກິລາ ​ຊີ​ເກມ​ຄັ້ງ​ທີ 31

17:41 | 15/05/2022

ຍສໝ - ທ່ານ Yutkhun Hun ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ສຳນັກ​ຂ່າວສານ​ກຳປູ​ເຈຍ ໃຫ້ຮູ້​ວ່າ, ທ່ານ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ພິທີ​ເປີດ​ງານ​ມະຫາ​ກຳ​ກິລາ ​ຊີ​ເກມ ​ຄັ້ງ​ທີ 31 ຢ່າງອະລັງການ, ເຕັມໄປດ້ວຍ​ນໍ້າໃຈ​ມິດຕະພາບກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ຕອນ​ຄ່ຳ​ວັນ​ທີ 12 ພຶດສະພາ.

ເປີດ​ນຳ​ໃຊ້​ໄລ​ຍະ​ທີ 1 ຂອງ​ລະ​ບົບ​ສຽງ​ສີ​ແສງ ຢູ່ 3 ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຢູ່ ກວ໋າງ​ຈິ ເປີດ​ນຳ​ໃຊ້​ໄລ​ຍະ​ທີ 1 ຂອງ​ລະ​ບົບ​ສຽງ​ສີ​ແສງ ຢູ່ 3 ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຢູ່ ກວ໋າງ​ຈິ
ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ

ຕອນ​ຄ່ຳ​ວັນ​ທີ 12 ພຶດສະພາ​ນີ້, ພິທີ​ໄຂ​ງານ​ມະຫາ​ກຳ​ກິລາ ​ຊີ​ເກມ ​ຄັ້ງ​ທີ 31 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ສະໜາມກິລາ ໝິດິ່ງ ດ້ວຍສານ​ທີ່​ມີ​ຄວາມ​ໝາຍ "​ເພື່ອ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ທີ່​ເຂັ້ມ​ແຂງ​ກວ່າ".

​ເຂົ້າ​ຮ່ວມ​ເຫດການ, ​ເພື່ອນ​ມິດສາ​ກົນ​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການຈັດ​ຕັ້ງ​ພິທີໄຂ​ເວົ້າ​ສະ​ເພາະ​ ກໍ່ຄືງານ​ມະຫາ​ກຳ​ກິລາ ​ຊີ​ເກມ ​ຄັ້ງ​ທີ 31 ​ເວົ້າລວມຂອງ​ປະ​ເທດ​ເຈົ້າພາບ ຫວຽດນາມ.

ເພື່ອນມິດ​ສາກົນປະທັບໃຈ, ​ສົ່ງ​ຄຳ​ຍ້ອງຍໍ​ຊົມ​ເຊີຍ​ພິທີ​ເປີດ​ງານ​ກິລາ ​ຊີ​ເກມ​ຄັ້ງ​ທີ 31

ລາຍການສະແດງສິລະປະທີ່​ພິທີ​ເປີດ​ງານ​ກິລາ ​ຊີ​ເກມ ​ຄັ້ງ​ທີ 31. ພາບ: TTXVN

ທ່ານ Yutkhun Hun ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ສຳນັກ​ຂ່າວສານ​ກຳປູ​ເຈຍ ໃຫ້ຮູ້​ວ່າ, ທ່ານ​ໄດ້​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ພິທີ​ເປີດ​ງານ​ມະຫາ​ກຳ​ກິລາ ​ຊີ​ເກມ ​ຄັ້ງ​ທີ 31 ຢ່າງອະລັງການ, ເຕັມໄປດ້ວຍ​ນໍ້າໃຈ​ມິດຕະພາບກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ຕອນ​ຄ່ຳ​ວັນ​ທີ 12 ພຶດສະພາ.

​ໃນ​ຂະນະ​ນັ້ນ, ການປະຕິບັດງານ​ທີ່​ພິທີ​ໄຂ, ນັກ​ຂ່າວ​ກິລາທີ່ມາ​ຈາກ​ໄທ Ratchannipong Vorasarin ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ຄັ້ງ​ທີ 2 ທີ່ຂ້າພະ​ເຈົ້າມາຫວຽດນາມ. ຂ້າພະ​ເຈົ້າຮູ້ສຶກ​ປະ​ທັບ​ໃຈ​ກັບ​ບັນຍາກາດ​ກິລາ​ທີ່​ຕື່ນ​ເຕັ້ນ​ຢູ່​ບັນດາ​ສະໜາມແຂ່ງຂັນ​ກິລາ.

ກ່ອນ​ພິທີ​ໄຂງານ​ມະຫາ​ກຳ​ກິລາ ​ຊີ​ເກມ ​ຄັ້ງ​ທີ 31, ຢູ່​ຫ້ອງ​ລໍຖ້າ, ນັກ​ກິລາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້​ກໍ່​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການຈັດຕັ້ງ​ດັ່ງກ່າວ. ເພື່ອນ​ມິດ​ສາ​ກົນ​ທີ່ມີໜ້າຢູ່​ສະໜາມກິລາ ໝິດິ່ງ ລ້ວນ​ແຕ່​ພໍ​ໃຈ​ຕໍ່ຄວາມສະໜິດສະໜົມ, ຮັກຫອມແຂກ​ຄົນຂອງ​ຊາວ​ຫວຽດ​ນາມ.

ນັກ​ກິລາຕີມໍ ເລສເຕ Imbrolia De Araujo Dos Reis Amorin (ປະເພດກິລາ Taekwondo) ​ແບ່ງປັນ​ວ່າ: “ກ່ອນ​ມາ​ຫວຽດນາມ, ຂ້າພະ​ເຈົ້າຄິດ​ວ່າ​ຈະ​ມີ​ບັນຫາ​ການ​ສື່ສານ ​ເພາະວ່າ​ຄົນ​ຫວຽດນາມ ​ເວົ້າ​ພາສາ​ອັງກິດ ​ບໍ່​ຫຼາຍ. ຢ່າງໃດກໍ່ຕາມ, ເມື່ອຂ້າພະເຈົ້າມາທີ່ນີ້, ຂ້ອຍຈຶ່ງຮູ້ວ່າຄວາມດີຂອງເຂົາເຈົ້າແມ່ນພາສາທີ່ ດີທີ່ສຸດ".

ບູນມີ

ເຫດການ
302 Found

Found

The document has moved here.