ເປີດ​ນຳ​ໃຊ້​ໄລ​ຍະ​ທີ 1 ຂອງ​ລະ​ບົບ​ສຽງ​ສີ​ແສງ ຢູ່ 3 ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຢູ່ ກວ໋າງ​ຈິ

12:23 | 02/05/2022

ລະດົບສຽງ, ສີ, ແສງ ດັ່ງກ່າວໄດ້ນຳເຂົ້າໃຊ້ງານ, ບໍ່ພຽງແຕ່ສ້າງເງື່ອນໄຂສະດວກເພື່ອຮັບໃຊ້ພໍ່ແມ່ປະຊາຊົນ, ນັກຮົບ ແລະ ປະຊາຊົນໃນທົ່ວປະເທດມາຢ້ຽມຢາມໄຫວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນວິວັດທະນາການກໍ່ສ້າງ ແລະ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວວັດທະນະທຳປະຫວັດສາດ, ສົມທົບກັບການພັດທະນາການທ່ອງທ່ຽວອີກດ້ວຍ.

ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ ອັດ​ຕາ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ 10 ປີ​ທີ່​ຜ່ານ​ມາ​ແມ່ນເປັນໜ້າ​ປະ​ທັບ​ໃຈ
ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະ​ຫລາດນັດ​ເຂດ​ພູ​ສູງ ຊ໊າແຍ່ ຢູ່ ແຂວງ ດ້ຽນ​ບຽນ ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕະ​ຫລາດນັດ​ເຂດ​ພູ​ສູງ ຊ໊າແຍ່ ຢູ່ ແຂວງ ດ້ຽນ​ບຽນ
ເປີດນຳໃຊ້ໄລຍະ 1 ລະບົບບັນດາກິດຈະກຳສຽງ, ສີ, ແສງ ຢູ່ ເຂດສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ (ພາບ: TTXVN)
ເປີດນຳໃຊ້ໄລຍະ 1 ລະບົບບັນດາກິດຈະກຳສຽງ, ສີ, ແສງ ຢູ່ ເຂດສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2022), 50 ປີ ແຫ່ງວັນປົດປ່ອຍແຂວງ ກວ໋າງຈິ (1/5/1972-1/5/2022), ເຫດການ 81 ວັນ ແລະ ຄືນປົກປັກຮັກສາກຳແພງເກົ່າ ກວ໋າງຈິງ ຄົບຮອບ 81 ປີ, ຕອນຄ່ຳວັນທີ 30 ເມສາ, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ, ແຂວງ ກວ໋າງຈິ ໄດ້ຈັດຕັ້ງພິທີເປີດນຳໃຊ້ໄລຍະ 1 ລະບົບບັນດາກິດຈະກຳສຽງ, ສີ, ແສງ ຢູ່ ເຂດສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ, ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ສອງຝັ່ງແມ່ນ້ຳຮ່ຽນເລືອງ - ເບັ໊ນຫາຍ ແລະ ເຂດປູຊະນີຍະສະຖານລະດັບຊາດພິເສດ ກຳແພງເກົ່າ ກວ໋າງຈິ. ທີ່ພິທີ, ການນຳບັນດາຫົວໜ່ວຍ, ທ້ອງຖິ່ນ ພ້ອມດ້ວຍປະຊາຊົນ ໄດ້ຖະຫວາຍທູດທຽນ, ວາງພວງມາລາ ເພື່ອອາໄລຫານັກຮົບ 10.263 ຄົນເສຍສະຫຼະຊີວິດເພື່ອຊາດຢູ່ຕາມເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍໃນໄລຍະຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ກູ້ຊາດ. ລະດົບສຽງ, ສີ, ແສງ ດັ່ງກ່າວໄດ້ນຳເຂົ້າໃຊ້ງານ, ບໍ່ພຽງແຕ່ສ້າງເງື່ອນໄຂສະດວກເພື່ອຮັບໃຊ້ພໍ່ແມ່ປະຊາຊົນ, ນັກຮົບ ແລະ ປະຊາຊົນໃນທົ່ວປະເທດມາຢ້ຽມຢາມໄຫວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນວິວັດທະນາການກໍ່ສ້າງ ແລະ ພັດທະນາບັນດາຜະລິດຕະພັນທ່ອງທ່ຽວວັດທະນະທຳປະຫວັດສາດ, ສົມທົບກັບການພັດທະນາການທ່ອງທ່ຽວອີກດ້ວຍ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.