ຈັດ​ຕັ້ງ​ການ​ປະ​ກວດ​ຮູບ​ພາບ​ສິ​ລະ​ປະ “ອະ​ນຸ​ສອ​ນ Sea Games 31

15:00 | 14/05/2022

ຍ​ສ​ໝ - ພາ​ບ​ຖ່າຍ​ເຂົ້າ​ຮ່ວມ​ງານ​ປະ​ກວດ ຈະ​ແມ່ນ​ຮູບ​ແບບ​ດິ​ຈິ​ຕອນ, ພາບສີ​ ຫຼື ພາບຂາວ​ດຳ, ຮູບດຽວ ​ຫຼື​ ເປັນຊຸດ, ຕ້ອງ​ຖ່າຍ​ໃນ​ບັນດາກິດ​ຈະ​ກຳ​ງານ​ມະ​ຫະ​ກຳ​ຊີ​ເກມ​ຄັ້ງ​ທີ 31. ນັກ​ປະ​ພັນ​ແຕ່​ລະ​ຄົນ​ມີ​ສິດ​ສົ່ງ​ພາບ​ໄດ້​ສູງສຸດ 20 ພາບ.

ພິທີຊັກທຸງ SEA Games 31 ພິທີຊັກທຸງ SEA Games 31
ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31 ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31
ຈັດ​ຕັ້ງ​ການ​ປະ​ກວດ​ຮູບ​ພາບ​ສິ​ລະ​ປະ “ອະ​ນຸ​ສອ​ນ Sea Games 31
ພາບ​ປະ​ກອບ:baochinhphu.vn

ສະມາຄົມ​ນັກ​ຖ່າຍຮູບ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ປະ​ກວດ​ຮູບ​ພາບ “ອະ​ນຸ​ສອ​ນ Sea Games 31” ສຳລັບບັນດາ​ນັກ​ຖ່າຍຮູບ​ອາຊີບ ​ແລະ ​ສະໝັກ​ຫຼິ້ນ​ໃນ​ທົ່ວ​ປະ​ເທດ.

ພາ​ບ​ຖ່າຍ​ເຂົ້າ​ຮ່ວມ​ງານ​ປະ​ກວດ ຈະ​ແມ່ນ​ຮູບ​ແບບ​ດິ​ຈິ​ຕອນ, ພາບສີ​ ຫຼື ພາບຂາວ​ດຳ, ຮູບດຽວ ​ຫຼື​ ເປັນຊຸດ, ຕ້ອງ​ຖ່າຍ​ໃນ​ບັນດາກິດ​ຈະ​ກຳ​ງານ​ມະ​ຫະ​ກຳ​ຊີ​ເກມ​ຄັ້ງ​ທີ 31. ນັກ​ປະ​ພັນ​ແຕ່​ລະ​ຄົນ​ມີ​ສິດ​ສົ່ງ​ພາບ​ໄດ້​ສູງສຸດ 20 ພາບ.

ຮູບພາບການແຂ່ງຂັນແມ່ນສົ່ງໂດຍກົງໄປ​ຍັງເວັບໄຊທ໌:www.KhoahkhacSeagames31.com ນັບ​ແຕ່​ວັນ​ທີ 11 ພຶດສະພາຫາ ຫາ ວັນ​ທີ 10 ມິຖຸນາ. ຄະນະ​ຈັດ​ຕັ້ງ​ຈະ​ປະກາດ​ຮູບ​ພາບ​ທີ່​ໄດ້​ຮັບ​ລາງວັນ ​ແລະ ຈັດ​ການ​ວາງສະ​ແດງ​ໃນ​ວັນ​ທີ 22 ມິຖຸນາ​ນີ້. ລາງວັນປະກອບມີ 1 ຫຼຽນຄຳ, 2 ຫຼຽນເງິນ, 3 ຫຼຽນທອງ ແລະ 5 ລາງວັນຊົມເຊີຍສຳລັບຜົນງານດີເດັ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.