ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສປປ ລາວ

00:54 | 15/05/2019

ຍສໝ - ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ ສປປ ລາວ ຫາກໍໄດ້ສ້າງຕັ້ງຂຶ້ນ ໂດຍ ປະຊາຄົມຊາວຫວຽດນາມທີ່ອາໄສ ຢູ່ ນະຄອນຫຼວງວຽງຈັນ ສປປ ລາວ ມີໜ້າທີ່ໜູນຊ່ວຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ອາໄສຢູ່ ສປປ ລາວ ໃນກໍລະນີເກີດອຸບັດຕິເຫດ, ເຈັບເປັນ, ເສຍຊິວີດ, ປະກອບເອກະສານຂໍອະນຸຍາດພັກເຊົາ, ເຮັດວຽກ, ດໍາເນີນທຸລະກິດ... ທີ່ ສປປ ລາວ.

ສ້າງຕັ້ງຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສປປ ລາວ

ຄະນະໃຫ້ຄໍາປຶກສາດ້ານກົດໝາຍໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ສປປ ລາວ

ຄະນະໃຫ້ຄໍາປຶກສາດ້ານກົດໝາຍມີໜ້າທີ່ໜູນຊ່ວຍຊາວຫວຽດນາມ ອາໄສຢູ່ລາວ ໃນບັນດາກໍລະນີເຮັດລະບຽບການຂໍອະນຸຍາດພັກເຊົາຊົ່ວຄາວ ຫຼື ພັກເຊົາໄລຍະຍາວ, ຂໍຖືສັນຊາດລາວ, ເຮັດວຽກ, ດໍາເນີນທຸລະກິດ, ຄ້າຂາຍ ແລະ ແກ້ໄຂບັນດາບັນຫາຂັດແຍ້ງທາງພົນລະເຮືອນ ... ເພື່ອແນໃສ່່ຊ່ວຍໃຫ້ຊາວຫວຽດນາມມີີຄວາມອຸ່ນອ່ຽນໃຈໃນການດໍາລົງຊີວິດ, ເຮັດວຽກ, ສຶກສາຮໍ່າຮຽນ ຢູ່ ສປປ ລາວ.

ກ່ຽວກັບການສ້າງຕັ້ງຄະນະໃຫ້ຄໍາປຶກສາດັ່ງກ່າວເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການທີ່ມີມາແຕ່ດົນນານຂອງພໍ່ແມ່ປະຊາຊົນຊາວຫວຽດນາມທີ່ດໍາລົງຊີວິດຢູ່ລາວ, ໂດຍສະເພາະ ໃນສະພາບການລັດຖະບານ ລາວ ນັບມື້ນັບມີການປະຕິບັດບັນດາຂໍ້ກໍານົດກົດລະບຽບກ່ຽວກັບແຮງງານຕ່າງປະເທດເຂົ້າເມືອງລາວຢ່າງເຂັ້ມງວດເຊິ່ງກໍ່ໄດ້ສົ່ງຜົນສະທ້ອນຕໍ່ພໍ່ແມ່ປະຊາຊົນຊາວຫວຽດນາມຫຼາຍພັນຄົນທີ່ກໍາລັງດໍາລົງຊີວິດຢູ່ລາວ.

ຕໍ່ໜ້ານີ້, ຄະນະໃຫ້ຄໍາປຶກສາຈະສ້າງຕັ້ງການພົວພັນກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລາວເພື່ອກໍາໄດ້ບັນດາຂັ້ນຕອນ, ລະບຽບທາງກົດໝາຍຕ່າງໆ ທີ່ກ່ຽວຂ້ອງເຖິງພໍ່ແມ່ປະຊາຊົນຊາວຫວຽດນາມເວົ້າລວມ ແລະ ບັນດາຄວາມຕ້ອງການໃນການແກ້ໄຂກ່ຽວກັບດ້ານເອກະສານຕ່າງໆທີ່ກ່ຽວຂ້ອງເຖິງປະຊາຄົມ, ສ້າງເຄື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນຊາວຫວຽດນາມທີ່ດໍາລົງຊີວິດ, ທໍາມາຫາກິນໃຫ້ຖືກຕ້ອງກັບບັນດາລະບຽບກົດໝາຍຂອງລາວ. ສິ່ງສໍາຄັນທີ່ສຸດແມ່ນຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມເຂົ້າໃຈກ່ຽວກັບບັນດາຂະແໜງອາຊີບເຊິ່ງກົດໝາຍລາວອະນຸຍາດໃຫ້ແຮງງານຕ່າງປະເທດ, ໃນນັ້ນມີແຮງງານຫວຽດນາມ. ຈາກນັ້ນ, ພໍ່ແມ່ປະຊາຊົນຊາວຫວຽດນາມຈິ່ງມີຄວາມອຸ່ນອ່ຽນໃຈທີ່ດໍາລົງຊີວິດ ແລະ ທໍາມາຫາກິນຢູ່ ສປປ ລາວໄດ້.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.