​ປຸກລະດົມການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​"

20:23 | 09/05/2022

ຍສໝ - ວັນທີ 9 ພຶດສະພາ 2022, ຢູ່ຮ່າໂນ້ຍ, ສະຖານທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ, ວາລະສານຍຸກສະໄໝ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ສົມທົບກັນຈັດຕັ້ງພິທີປຸກລະດົມການປະກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​". ການປະກວດ​ແມ່ນ​ການ​ເຄື່ອນ​ໄຫວ​ຈຸດສຸມ ​ແລະ ​ແທດ​ຈິງ​ໃນ​ລາຍການ​ສື່ສານ​ພິ​ເສດ “60 ປີ​ແຫ່ງ​ມິດຕະພາບ​ຫວຽດນາມ - ລາວ: ຮ່ວມສາຍພູຫຼວງ” ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (ວັນທີ 5 ກັນຍາ 1962 - ວັນທີ 5 ກັນຍາ 2022).

ປຸກລະດົມການເສັງຂຽນບົດວິຈານດ້ານການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ ປຸກລະດົມການເສັງຂຽນບົດວິຈານດ້ານການເມືອງກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະພິດພາດ, ເປັນປໍລະປັກ
ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ ປຸກລະດົມງານແຂ່ງຂັນການສະສົມ ແລະ ຊອກຮູ້ ສະແຕມໄປສະນີກ່ຽວກັບທະເລ ແລະ ໝູ່ເກາະຂອງຫວຽດນາມ

ພິທີ​ປຸກລະດົມ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ດ້ວຍຮູບແບບເຊິ່ງໜ້າ ແລະ ທາງໄກ ຢູ່​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບຫວຽດນາມ (ຮ່າ​ໂນ້ຍ - ຫວຽດນາມ) ​ແລະ ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ (ນະຄອນຫຼວງວຽງຈັນ - ລາວ).

​​ເຂົ້າ​ຮ່ວມ​ພິທີປຸກລະດົມ​ມີ​ ທ່ານ ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ​​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບຫວຽດນາມ; ທ່ານ ຈັນທະພອນ ຄຳມະນີຈັນ, ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແລະ ບັນດາການນຳຂອງສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະມາຄົມມິດຕະພາບ ລາວ-ຫວຽດນາມ.

​ປຸກລະດົມການ​ປະ​ກວດ
ບັນຍາກາດທີ່ພິທີປຸກລະດົມການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​"

ການປະກວດ​ແມ່ນ​ການ​ເຄື່ອນ​ໄຫວຈຸດສຸມ ​ແລະ ​ແທດ​ຈິງ​ໃນໂຄງການ​ສື່ສານ​ພິ​ເສດ “60 ປີ​ແຫ່ງ​​ມິດຕະພາບ​ຫວຽດນາມ - ລາວ: ຮ່ວມສາຍພູຫຼວງ” ​ເພື່ອ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (ວັນທີ 5 ກັນຍາ 1962 - ວັນທີ 5 ກັນຍາ 2022) ແລະ ສະເຫຼີມສະຫຼອງ 45 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 - ວັນທີ 18 ກໍລະກົດ 2022) ໂດຍວາລະສານຍຸກສະໄໝ ແລະ ສະຖານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈັດຕັ້ງ.

​ປຸກລະດົມການ​ປະ​ກວດ
ທ່ານ ຟານ​ແອງ​ເຊີນ, ຮອງ​ປະທານ, ​ເລຂາທິການ​​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບຫວຽດນາມ ປະກາດການປຸກລະດົມການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​".

ຕາງໜ້າການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ອົງການ ຊີ້ນໍາການປະກວດ ແລະ ຄະນະຈັດຕັ້ງການປະກວດ, ຮອງ​ປະທານ, ​ເລຂາທິການ​​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບຫວຽດນາມ ໄດ້ ປະກາດປຸກລະດົມການປະກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​" ເລີ່ມແຕ່ວັນທີ 9 ພຶດສະພາ 2022 ຫາວັນທີ 31 ສິງຫາ 2022. ທ່ານ ຟານ​ແອງ​ເຊີນ ​ເນັ້ນ​ໜັກ​ວ່າ: “ການ​ປະ​ກວດ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ, ​ພະນັກງານ, ອະດີດທະຫານ, ນັກ​ປະພັນ, ນັກ​ສິລະ​ປິນ, ນັກຮຽນ, ນັກ​ສຶກສາ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງ​ສອງ​ປະ​ເທດ​ຫວນ​ຄືນ, ເລົ່າຄືນ ​ແລະ ຂຽນ​ກ່ຽວ​ກັບ​ຄວາມ​ຊົງ​ຈຳ​ຂອງ​ສອງ​ປະ​ເທດ, ເລື່ອງລາວທີ່ຕື້ນຕັນໃຈ, ສູງສົ່ງ, ໜ້າຈົດຈໍາ ແລະ ເອກອ້າງທະນົງ​ໃຈ​ກ່ຽວ​ກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດນາມ”.

​ປຸກລະດົມການ​ປະ​ກວດ
ທ່ານ​ພົນຕີ ຫງວຽນ​ຕ໊ຽນ​ລອງ, ຮອງ​ປະ​ທານສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ກ່າວຄຳເຫັນທີ່ພິທີປຸກລະດົມການປະກວດ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ພົນຕີ ຫງວຽນ​ຕ໊ຽນ​ລອງ, ຮອງ​ປະ​ທານສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຢືນ​ຢັນ​ວ່າ, ບັນ​ດາຂອງທີ່ລະນຶກ, ຮ່ອງຮອຍ ແລະ ຄຸນ​ຄ່າ​ປະ​ຫວັດ​ສາດ​ແຫ່ງ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ຫວຽດ​ນາມ - ລາວ ຕ້ອງສືບຕໍ່​ໄດ້​ຮັບ​ການໂຄສະນາ, ສຶກສາ ແລະ ຫຼໍ່ຫຼອມ ເພື່ອ​ພັດທະນາ​ສອດຄ່ອງກັບ​ລະດັບ​ສູງ​ທີ່​ສອງ​ປະ​ເທດ​ພວມປະຕິບັດ​ໃນ​ປະຈຸ​ບັນ.

ການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​" ມີ​ຄວາມ​ໝາຍ​ເປັນ​ພິ​ເສດ, ສໍາຄັນ, ປະກອບສ່ວນ​ພ້ອມກັບສອງປະເທດສົ່ງ​ເສີມ​ບັນດາ​ຄຸນຄ່າ​ອັນ​ສູງ​ສົ່ງ​ຂອງ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ເຖິງປະຊາຊົນທຸກຊັ້ນວັນນະ, ພິ​ເສດ​ແມ່ນ​ໄວໜຸ່ມ, ດ້ວຍແບບວິທີ​ໃໝ່ ​ແລະ ດຶງດູດກວ່າເກົ່າ. ຄຽງ​ຂ້າງ​ນັ້ນ, ການ​ປະ​ກວດ​ຍັງ​ໄດ້​ປະກອບສ່ວນ​ຊຸກຍູ້​ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ຊາວຫວຽດນາມ ກັບ​ບັນດາ​ປະ​ເທດ ​ແລະ ​ເພື່ອນ​ມິດ​ໃນ​ໂລກ.

​ປຸກລະດົມການ​ປະ​ກວດ
ບັນຍາກາດຢູ່ ນະຄອນຫຼວງວຽງຈັນ-ລາວ.

ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ ຈະ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ຂອງ​ການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​" ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ​ໃນ​ທົ່ວ​ປະ​ເທດ, ພ້ອມ​ກັນ​ນັ້ນ ກໍປະກອບສ່ວນ​ໂຄສະນາ​ເຜີຍ​ແຜ່​ເຖິງ​ປະຊາຊົນ ​ເພື່ອ​ໃຫ້​ການປະກວດປະສົບ​ຜົນ​ດີ​ງາມ​ທີ່​ສຸດ.

ທີ່​ວຽງ​ຈັນ, ທ່ານ ສາຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາລາວ, ຮອງປະທານ ທັງເປັນ ເລຂາທິການສະມາຄົມມິດຕະພາບລາວ - ຫວຽດນາມ ຂັ້ນສູງກາງ ໄດ້​ຕີ​ລາຄາ​ສູງ​ການຈັດ​ຕັ້ງ​ການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​". ທ່ານ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍສໍາຄັນສໍາລັບການ​​ຊຸກຍູ້ ​ແລະ ສົ່ງເສີມຄົນໄວໜຸ່ມ​ຮ່ຳຮຽນ ແລະ ​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ລາວ-ຫວຽດນາມ, ​ແລະ ຢືນຢັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ລາວ-ຫວຽດນາມ.

​ປຸກລະດົມການ​ປະ​ກວດ

ທ່ານ ຈັນທະພອນ ຄຳມະນີຈັນ, ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ພິທີປຸກລະດົມການປະກວດ.

ທ່ານ ສາຍຂອງ ສາຍນະສິນ ໃຫ້ຮູ້​ວ່າ, ຄະນະ​ຈັດ​ຕັ້ງ​ຈະໝູນໃຊ້​ປະສົບ​ການ ຂອງຕົນເພື່ອ​ກວດກາ ​ແລະ​ ຄັດ​ເລືອກ​ບົດ​ປະພັນ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ​ຂອງ​ຜູ້​ເຂົ້າ​ຮ່ວມການປະກວດ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໄດ້​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວກັບສາຍພົວພັນມິດຕະພາບແບບພິ​ເສດ, ບໍລິສຸດຜຸດຜ່ອງ​ ແລະ ​ຫາ​ຍາກ​ຢູ່ໃນ​ໂລກ ​ລະຫວ່າງ ​ສອງ​ປະ​ເທດ ລາວ ​ແລະ ຫວຽດນາມ.

ກໍ່ໃນພິທີປຸກລະດົມ, ທ່ານ ຈັນທະພອນ ຄຳມະນີຈັນ, ອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​" ມີເປົ້າໝາຍເພື່ອຊອກຄືນ ແລະ ເຕົ້າໂຮມບັນດາຄວາມຊົງຈຳ, ວັດຖຸພັນທີ່ປະຖົມປະຖານ, ເລັກໆ ນ້ອຍໆ, ເກົ່າແກ່ ແຕ່ບັນຈຸ ແລະ ຮັກສາບັນດາຄຸນຄ່າອັນລໍ້າຄ່າຂອງຄວາມຮູ້ສຶກ ແລະ ປະວັດສາດການພົວພັນ ລະຫວ່າງປະຊາຊົນສອງປະເທດ.

ທີ່​ພິ​ທີປຸກລະດົມ, ຄະນະ​ຈັດ​ຕັ້ງການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​" ໄດ້​ແນະ​ນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ກະຕິກາ ແລະ ຂໍ້​ມູນ​ຈຳ​ເປັນຈຳນວນໜຶ່ງ​ຂອງ​ການ​ປະ​ກວດ.

ຕາມ​​ກະຕິກາ​ການ​ປະກວດ, ຜູ້​ເຂົ້າ​ຮ່ວມ​ແມ່ນ​ບັນດາ​ບຸກຄົນ, ໝູ່ຄະນະ​ນັກ​ຊ່ຽວຊານ, ພະນັກງານ, ນັກຮົບ​ຂອງ​ບັນດາ​ກຳລັງ​ປະກອບ​ອາວຸດ, ອົງການ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ, ນັກ​ສິລະ​ປິນ, ນັກ​ສຶກສາ​ຕ່າງປະ​ເທດ, ນັກ​ສຶກສາ, ນັກ​ທ່ອງ​ທ່ຽວ… ຫວຽດນາມ ທີ່​ເຄີຍເຮັດ​ວຽກ, ສຶກສາ, ໄປທ່ອງທ່ຽວຢູ່ລາວ ຫຼື ມີສາຍພົວພັນ, ເຮັດວຽກກັບເພື່ອນລາວ; ອົງການຈັດຕັ້ງ, ພົນລະເມືອງ, ພະນັກງານ, ນັກສຶກສາຕ່າງປະເທດ, ນັກສຶກສາ... ລາວ ໄດ້ເຮັດວຽກ, ສຶກສາ, ໄປທ່ອງທ່ຽວຢູ່ຫວຽດ​ນາມ ຫຼື ມີ​ການ​ພົວ​ພັນ ແລະ ເຮັດ​ວຽກ​ກັບ​ຊາວ​ຫວຽດ​ນາມ.

​ປຸກລະດົມການ​ປະ​ກວດ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີປຸກລະດົມການປະກວດ.

ບົດທີ່ເຂົ້າຮ່ວມການປະກວດແມ່ນບົດຂຽນ, ຄລິບວີດີໂອ, ເອົາດີໂອ ກ່ຽວກັບເລື່ອງລາວທີ່ກ່ຽວຂ້ອງກັບຂອງທີ່ລະນຶກຂອງຕົນ. ບົດທີ່ເຂົ້າຮ່ວມການປະກວດອາດຈະຂຽນ, ເລົ່າເລື່ອງຄວາມຊົງຈຳກ່ຽວກັບ ຂອງທີ່ລະນຶກອັນໜຶ່ງ ຫຼື ຫຼາຍກວ່ານັ້ນ, ໂດຍເປັນພາສາຫວຽດ ຫຼື ພາສາລາວ. ຜູ້ຂຽນແຕ່ລະຄົນ/ກຸ່ມ ສາມາດສົ່ງ 1 - 5 ບົດເຂົ້າປະກວດ. ບົດຂຽນຕ້ອງມີຮູບພາບ, ຂອງທີ່ລະນຶກ ແລະ ເອກະສານສາລະຄະດີທີ່ກ່ຽວຂ້ອງຕິດຄັດໄປນຳ. ແຕ່ລະບົດທີ່ເຂົ້າຮ່ວມການປະກວດຕ້ອງມີຄວາມຍາວບໍ່ເກີນ 2.000 ຄໍາ (ພາສາຫວຽດ).

ຂອງທີ່ລະນຶກໄດ້ຂຽນ, ອະທິບາຍແມ່ນບັນ​ດາ​ວັດ​ຖຸ​ພັນ​ຂອງ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ບຸກ​ຄົນ, ໝູ່ຄະນະ, ໜ່ວຍ​ງານ ແລະ ທ້ອງ​ຖິ່ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ. ບັນດາວັດຖຸພັນແມ່ນວັດຖຸສິ່ງຂອງ (ໝວກ, ເສື້ອ, ກະເປົ໋າ​, ໄຟ​ສາຍ,...); ວັດຖຸພັນທີ່ຈົດກ່າຍບັນທຶກ, ບົດປະພັນວັນນະຄະດີ ແລະ ສິລະປະ (ຈົດໝາຍ, ບົດເພງ, ບົດກະວີ, ຮູບພາບ...). ວັດຖຸພັນຕ້ອງມີການເກັບຮັກສາໄວ້ຢ່າງຫນ້ອຍສຸດ 5 ປີ (ແຕ່ປີ 2017). ວັດຖຸພັນເຫຼົ່ານັ້ນຕ້ອງມີປະຫວັດ, ຕົ້ນກໍາເນີດ ແລະ ເນື້ອໃນ, ເຫດຜົນໃນການເກັບຮັກສາ. ວັດຖຸປະພັນທີ່ບໍ່ນອນໃນປະເພດທີ່ມີຄວາມຂັດແຍ້ງກ່ຽວກັບສິດເປັນເຈົ້າຂອງ, ບໍ່ຢູ່ໃນບັນຊີລາຍຊື່ວັດຖຸ, ສິນຄ້າ ແລະ ອື່ນໆ, ເຊິ່ງຖືເປັນຂອງຜິດກົດໝາຍ ຫຼື ເກັບຮັກສາໄວ້ແບບຜິດກົດໝາຍຫວຽດນາມ ແລະ ລາວ.

ຜູ້​ຂຽນສາມາດເລືອກ 3 ວີທີເພື່ອ​​ສົ່ງ​ບົດເຂົ້າຮ່ວມການປະກວດດັ່ງ​ຕໍ່​ໄປ​ນີ້​:

ວິທີ​ທີ 1: ສົ່ງ CD/DVD, USB, ເອກະສານ​ຜ່ານ​ທາງ​ໄປສະນີ ຫຼື ​ໂດຍ​ກົງ​ໄປ​ຍັງ​ຄະນະ​ຈັດ​ຕັ້ງ​ການ​ປະ​ກວດ "ໃຫ້ຂອງທີ່ລະລຶກເລົ່າ​ເລື່ອງ​" ຢູ່​ທີ່​ຢູ່: ວາລະສານຍຸກສະໄໝ, ເລກທີ 61 ບ່າ​ຈ້ຽວ, ຕາ​ແສງ ຮ່າງບ່າຍ, ​ເມືອງ ຮວ່ານ​ກ໋ຽມ, ນະຄອນຫຼວງ​ຮ່າ​ໂນ້ຍ); ເບີໂທລະສັບ 84-24-39445396. ໂທລະສັບສາຍດ່ວນ: 097.681.2201.

ວິທີທີ 2: ສົ່ງເອກະສານການເຂົ້າທີ່ຢູ່ ອີເມວ: [email protected]

ວິທີທີ 3: ສົ່ງເຂົ້າເວັບໄຊຂອງການປະກວດ. ຜູ້​ເຂົ້າ​ຮ່ວມການປະກວດສາມາດເຂົ້າໃນ 3 ເວັບໄຊ: https://thoidai.com.vn/; https://huunghivietlao.thoidai.com.vn/ ; http://60namvietlao.thoidai.com.vn/ ຈະໄດ້ຮັບຄຳແນະນຳລະອຽດກ່ຽວກັບການປະກວດ.

ຄະນະຈັດຕັ້ງເປີດຮັບບົດເຂົ້າຮ່ວມການປະກວດແຕ່ວັນທີ 9 ພຶດສະພາ 2022 ເຖິງວັນທີ 31 ສິງຫາ 2022 (ຕາມວັນທີຝາກທາງໄປສະນີ ຫຼື ວັນທີຮັບບົດເຂົ້າຮ່ວມການປະກວດ ຜ່ານທາງອີເມວ, ເວັບໄຊຂອງຄະນະຈັດຕັ້ງ). ໂຄງປະກອບລາງວັນ ປະກອບມີ: ລາງວັນພິເສດ 01 ລາງວັນ, ລາງວັນທີໜຶ່ງ 05 ລາງວັນ, ລາງວັນທີສອງ 15 ລາງວັນ, ລາງວັນທີສາມ 20 ລາງວັນ ແລະ ລາງວັນຊົມເຊີຍ 30 ລາງວັນ.

​ທີ່​ພິທີ​ມອບ​ລາງວັນ​ການ​ແຂ່ງຂັນ, ຄະນະ​ຈັດ​ຕັ້ງ​ຈະ​ຈັດ​​ວາງສະ​ແດງ​ບັນດາ​ຂອງທີ່ລະນຶກ​ພິ​ເສດ, ພົ້ນເດັ່ນ. ຜູ້ເຂົ້າຮ່ວມການປະກວດ ແລະ ກຸ່ມຜູ້ເຂົ້າຮ່ວມການປະກວດສາມາດຕິດຕໍ່ກັບຄະນະຈັດຕັ້ງການປະກວດ ຫຼື ສະແດງໃນບົດທີ່ເຂົ້າຮ່ວມການປະກວດກ່ຽວກັບຄວາມຕ້ອງການທີ່ຈະສົ່ງ ຂອງທີ່ລະນຶກມາວາງສະແດງທີ່ພິທີມອບລາງວັນ (ຄາດວ່າຈະຈັດຂຶ້ນໃນເດືອນກັນຍາ 2022).

ບູນມີ

ເຫດການ
302 Found

Found

The document has moved here.