ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານຄວາມເຊື່ອມໂຍງອາຊຽນ

09:10 | 21/04/2022

ຍສ​ໝ - ວັນທີ 18 ເມ​ສາ, ທ່ານເອກອັກຄະລັດຖະທູດ ຫງວຽນຮ໊າຍບັ່ງ ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ປະຈຳ​ປະ​ຊາ​ຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ນຳພາຄະນະຜູ້​ແທນ​ຫວຽດ​ນາມເຂົ້າຮ່ວມກອງປະຊຸມຊຸດທຳອິດໃນປີ 2022 ຂອງຄະນະກຳມະການປະ​ສານ​ງານ​ຄວາມ​ເຊື່ອມ​ໂຍງອາຊຽນ (ACCC 1/2022) ຢູ່ທີ່ຈາກາຕາ (ປະເທດອິນໂດເນເຊຍ).

ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ຫວຽດນາມ ເປັນປະທານກອງປະຊຸມຄະນະສະເພາະກິດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ
ຄະນະກຳມະການປະສານງານການເຊື່ອມໂຍງອາຊຽນຕີລາຄາສູງການປະກອບສ່ວນຂອງຫວຽດນາມ ຄະນະກຳມະການປະສານງານການເຊື່ອມໂຍງອາຊຽນຕີລາຄາສູງການປະກອບສ່ວນຂອງຫວຽດນາມ

ກອງ​ປະຊຸມ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ຄືບ​ໜ້າ​ທີ່​ດີໃນ​ການຈັດ​ຕັ້ງ​ປະຕິບັດ​ທັງ 5 ຂົງ​ເຂດ​ຍຸດ​ທະ​ສາດ ​ແລະ 14/15 ຂໍ້​ລິ​ເລີ່ມ ຂອງ​ແຜນ​ແມ່​ບົດ​​ການ​ເຊື່ອມ​ໂຍງ​ອາ​ຊຽນ 2025 (MPAC 2025).

ໃນເວລາອັນໃກ້ນີ້, ອາຊຽນຈະສຸມ​ໃສ່​ແຫຼ່ງກຳລັງ, ຂັບເຄື່ອນບັນດາຄູ່ຮ່ວມມືໃຫ້ເຂົ້າ​ຮ່ວມ​ສະ​ໜ​ບັ​ສະ​ໜູນ ແລະ ຊຸກ​ຍູ້ບັນດາໂຄງການໃນ​ຂົງ​ເຂດ​ຍຸດ​ທະ​ສາດຍ. ອາຊຽນຈະໃຫ້ບຸລິມະສິດຜັນ​ຂະ​ຫຍາຍ ຫຼື ເຊື່ອມໂຍງຜົນ​ໄດ້​ຮັບບັນດາໂຄງການສຳ​ລັບ​ການປະເມີນອະນາຄົດຂອງພື້ນຖານໂຄງລ່າງທີ່ໝັ້ນຄົງ ແລະ ບຸລິມະສິດຕ່າງໆ​ຈາກ​ຜົນ​ການແຜ່ລະບາດພະຍາດ, ສ້າງຖານຂໍ້ມູນກ່ຽວກັບຖ້ຽວການຄ້າຕ່າງໆ, ສ້າງວັດຈະນານຸກົມສຳ​ລັບ​ຂໍ້​ມູນເປີດກວ້າງອາຊຽນ, ເພີ່ມ​ທະ​ວີ​ການ​ຂະ​ຫຍາຍພື້ນຖານດິ​ຈິ​ຕອ​ຣອາຊຽນ, ຍົກສູງການຝຶກ​ອົບ​ຮົມສ້າງວຽກເຮັດງານທຳ ແລະ ພັດທະນາແຫຼ່ງກຳລັງຂອງອາຊຽນໃນໄລຍະໃໝ່.

ຫວຽດນາມເຂົ້າຮ່ວມກອງປະຊຸມຄະນະກຳມະການປະສານງານຄວາມເຊື່ອມໂຍງອາຊຽນ

ພາບປະກອບ: baotintuc.vn

ກອງປະຊຸມ ເນັ້ນໜັກຄວາມຈຳເປັນທີ່ຈະຕ້ອງເພີ່ມ​ທະ​ວີການ​ໂຄ​ສະ​ນາ, ເຜີຍແຜ່ຂໍ້ມູນຂ່າວສານໃຫ້ກວ້າງຂວາງກ່ຽວ​ກັບ​ເນື້ອ​ໃນ ແລະ ຜົນປະໂຫຍດຂອງ MPAC 2025, ສືບຕໍ່ຊຸກ​ຍູ້​ຍຸດ​ທະ​ສາດການສື່ສານຂອງ MPAC 2025 ໃນປີ 2022. ເຫັນດີເປັນເອກະພາບທີ່​ຄວນ​ຈະ​ໃຫ້ຂໍ້ມູນ ແລະ ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ​ຂອງບັນ​ດາອົງການວິຊາການຂອງອາຊຽນ ໃນການຜັນຂະຫຍາຍບັນ​ດາ​ໂຄງ​ການ MPAC 2025, ເພີ່ມ​ທະ​ວີລະ​ບອບການປະ​ສານ​ງານ ແລະ ເຊື່ອມ​ຕໍ່​ຜັນ​ຂະ​ຫຍາຍ MPAC 2025 ດ້ວຍບັນດາແນວຄວາມຄິດລິ​ເລີ່ມເຊື່ອມໂຍງພາກພື້ນ ແລະ ບັນດາປະ​ເທດຄູ່ຮ່ວມມືຂອງອາຊຽນ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.