“ເຂດມໍລະດົກມະຫັດສະຈັນ” ເຊື່ອມຕໍ່ການທ່ອງທ່ຽວລະຫວ່າງ 5 ແຂວງພາກກາງຫວຽດນາມ

19:09 | 14/04/2022

ໂດຍໄດ້ເຕົ້າໂຮມບັນດາຄວາມສາມດບົ່ມຊ້ອນທ່າໄດ້ປຽບໃນການພັດທະນາການທ່ອງທ່ຽວ, ເງື່ອນໄຂທີ່ສະດວກດ້ວຍລະບົບທາງຄົມມະນາຄົມ, ເຄື່ອງໝາຍ“5 ທ້ອງຖິ່ນ - 1 ສະຖານທີ່ທ່ອງທ່ຽວ” ດ້ວຍ “ເຂດມໍລະດົກມະຫັດສະຈັນ” ພວມຖືກ 5 ແຂວງພາກກາງຫວຽດນາມຄືກວ໋າງບິ່ງ, ກວ໋າງຈິ, ເທື່ອທຽນເຫວ້, ກວ໋າງນາມແລະນະຄອນດ່າໜັງຜັນຂະຫຍາຍການຮ່ວມມື. ການຮ່ວມສຳພັນນີ້ ຈະສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນແລະຕ່າງປະເທດ, ປະກອບສ່ວນນຳການທ່ອງທ່ຽວພາກກາງເວົ້າສະເພາະ ແລະ ທ່ອງທ່ຽວທົ່ວປະເທດເວົ້າລວມຟື້ນຕົວຄືນແລະພັດທະນາພາຍຫຼັງໂລກລະບາດໂຄວິດ - 19.

ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5) ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5)
ໜັງສືພິມອີຢິບ  ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)
ມໍລະດົກທຳມະຊາດໂລກຟອງຍາ - ແກ໋ບ່າງ
ມໍລະດົກທຳມະຊາດໂລກຟອງຍາ - ແກ໋ບ່າງ

“ເຂດມໍລະດົກມະຫັດສະຈັນ”ແມ່ນຫົວຂໍ້ຕົ້ນຕໍຂອງການເດີນທາງເຊື່ອມຕໍ່ສະຖານທີ່ທ່ອງທ່ຽວ 5 ທ້ອງຖິ່ນຢູ່ພາກກາງຫວຽດນາມ. ເສັ້ນທາງມໍລະດົກພາກກາງແລ່ນຜ່ານ 5 ທ້ອງຖິ່ນນີ້ ໄດ້ກາຍເປັນເຄື່ອງໝາຍທີ່ພົ້ນຂອງທ່ອງທ່ຽວຫວຽດນາມ, ເຕົ້າໂຮມບັນດາ ຄວາມສາມາດບົ່ມຊ້ອນທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ. ພ້ອມກັນນັ້ນລະບົບທາງຄົມມະນາຄົມທີ່ອຳນວຍຄວາມສະດວກ, ບັນດາທ່າອາກາດສະຍານສາກົນ ແລະຢູ່ພາຍໃນປະເທດ, ລະບົບທ່າກ່ຳປັ່ນທະເລທີ່ທັນສະໄໝແມ່ນເງື່ອນໄຂທີ່ສະດວກໃຫ້ແກ່ການເຊື່ອມຕໍ່ລະຫວ່າງ 5 ທ້ອງຖິ່ນນີ້ ໃນການພັດທະນາການທ່ອງທ່ຽວ. ທ່ານ ດັ້ງດົງຮ່າ ຮອງຫົວໜ້າພະແນກທ່ອງທ່ຽວແຂວງກວ໋າງບິ່ງໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຕັ້ງໜ້າຮ່ວມມືໃນບັນດາຂົງເຂດຢ່າງເປັນປະຈຳ. ທີໜຶ່ງແມ່ນການຮ່ວມມືໃນບັນຫາການຄຸ້ມຄອງລັດ. ທີສອງແມ່ນແບ່ງປັນບົດຮຽນປະສົບການໃນບັນຫາສ້າງຜະລິດຕະພັນທ່ອງທ່ຽວຮ່ວມ, ໃນການຮ່ວມມືຮ່ວມສຳພັນ, ການທ່ອງທ່ຽວຂອງບັນດາທ້ອງຖິ່ນພວກຂ້າພະເຈົ້າກໍ່ເຄີຍເລັ່ງໃສ່ເນື້ອໃນ 5 ປະການ ເພື່ອແບ່ງປັນຢ່າງເປັນປະຈຳ. ທີໜຶ່ງແມ່ນແບ່ງປັນກ່ຽວກັບບັນຫາການຄຸ້ມຄອງລັດ,ທີສອງແມ່ນການສ້າງຜະລິດຕະພັນທ່ອງທ່ຽວຮ່ວມ. ທີສາມແມ່ນການບຳລຸງກໍ່ສ້າງຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ ຮ່ວມສຳພັນໃນໄລຍະຮ່ວມມື, ໂຄສະນາ, ສົ່ງເສີມການທ່ອງທ່ຽວແລະພິເສດແມ່ນສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດເພື່ອແບ່ງປັນບົດຮຽນ ເຊັນສັນຍາສ້າງຜະລິດຕະພັນທ່ອງທ່ຽວຮ່ວມກັບແຂກທ່ອງທ່ຽວກໍ່ຄືບັນດາຄູ່ຮ່ວມມືທ່ອງທ່ຽວທາງໄກຢູ່ພາຍໃນປະເທດ”.

5 ທ້ອງຖິ່ນແມ່ນບັນດາສະຖານທີ່ທີ່ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເຊິ່ງພົ້ນເດັ່ນຄືເສັ້ນທາງມໍລະດົກພາກກາງແລ່ນຜ່ານ 5 ທ້ອງຖິ່ນແມ່ນເຄື່ອງໝາຍທີ່ພົ້ນເດັ່ນຂອງທ່ອງທ່ຽວຫວຽດນາມ. ທ້ອງຖິ່ນເຫຼົ່ານີ້ ຍັງແມ່ນເຂດມໍລະດົກມະຫັດສະຈັນດ້ວຍລະບົບມໍລະດົກໂລກໃຫຍ່ໂຕມະໂຫຖານໄດ້ຮັບການເຊີດຈາກUnescoເຊິ່ງລວມມີ: ມໍລະດົກທຳມະຊາດໂລກຟອງຍາ - ແກ໋ບ່າງ, ບັນດາມໍລະດົກວັດທະນະທຳລວມມີກຸ່ມປູຊະນີຍະສະຖານກຸງເກົາເຫວ້, ຄຸ້ມຖະໜົນໂຮ້ຍອານ, ປູຊະນີຍະສະຖານໝີເຊີນ, ດົນຕີໃນລາດຊະວັງເຫວ້, ຂັບກາຈູ... ໄລຍະກ່ອນເກີດໂລກລະບາດໂຄວິດ - 19,ການທ່ອງທ່ຽວຢູ່ 5 ແຂວງພາກກາງໄດ້ມີການເຕີບໂຕທີ່ໜ້າປະທັບໃຈແລະ ໄດ້ບຸກບືນຂຶ້ນກາຍເປັນໜຶ່ງໃນບັນດາສະຖານທີ່ພົ້ນເດັ່ນຂອງທ່ອງທ່ຽວຫວຽດນາມແລະພາກພື້ນອາຊີ ດ້ວຍແຂກທ່ອງທ່ຽວປະມານ 20 ລ້ານຫາ 25 ລ້ານເທື່ອຄົນຕໍ່ປີ. ທ່ານຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ ຮ່າວັນຊຽວ ຕີລາຄາວ່າ:

“ຮູບແບບການຮ່ວມສຳພັນ 5 ທ້ອງຖິ່ນໜຶ່ງສະຖານທີ່ທ່ອງທ່ຽວ ດ້ວຍບັນດາຜະລິດຕະພັນການບໍລິການໃໝ່ທີ່ເປັນເອກະລັກ. ອາດເວົ້າໄດ້ວ່າພາຍຫຼັງຖືກຮັບຜົນກະທົບຈາກໂຄວິດ - 19 ເປັນໄລຍະຍາວ, ບັນດາວິສາຫະກິດໃນປັດຈຸບັນພວມກຽມພ້ອມບັນດາຜະລິດຕະພັນການບໍລິການ,ລາຍການທ່ອງທ່ຽວທີ່ດູດດື່ມ. ພວກຂ້າພະເຈົ້າຕີລາຄາສູງແລະຊົມເຊີຍຄວາມມານະພະຍາຍາມຂອງບັນດາອົງການຄຸ້ມການທ່ອງທ່ຍວຂອງ 5 ທ້ອງຖິ່ນນີ້ ເຊິ່ງໄດ້ຮ່ວມເດີນທາງພ້ອມກັບວິສາຫະກິດ ແລະ ໄດ້ສ້າງໂອກາດໃຫ້ແກ່ບັນດາສິສາຫະກິດເຄື່ອນໄຫວໄດ້ເປັນຢ່າງດີ. ວິສາຫະກິດໄດ້ ແລະພວມຈະນັບມື້ນັບເປັນເຈົ້າການໃນການເຂົ້າເຖິງຕະຫຼາດ”.

ດ້ວຍລະບົບຜະລິດຕະພັນທ່ອງທ່ຽວທີ່ມີຫຼາຍຮູບຫຼາຍອຸດົມສົມບູນຄືທ່ອງທ່ຽວທະເລໝູ່ເກາະ, ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ທ່ອງທ່ຽວກິລາ,ທ່ອງທ່ຽວທຳມະຊາດ, ທ່ອງທ່ຽວບຳລຸງສຸຂະພາບ, ທ່ອງທ່ຽວຂຽວ, 5 ທ້ອງຖິ່ນພາກກາງໝັ້ນໝາຍຈະສືບຕໍ່ເປັນສະຖານທີ່ທ່ອງທ່ຽວແຖວໜ້າແຂກທ່ອງທ່ຽວ, ໝັ້ນໝາຍຈະນຳມາເຊິ່ງການເຕີບໂຕຢ່າງແຂງແຮງໃຫ້ແກ່ທ່ອງທ່ຽວພາກກາງເວົ້າສະເພາະແລະທ່ອງທ່ຽວທົ່ວປະເທດເວົ້າລວມໃນໄລຍະທີ່ຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.