ເລຂາສູນກາງຄະນະຊາວໜຸ່ມ ອວຍພອນບຸນປີໃໝ່ປະຈຳຊາດລາວ 2022

12:50 | 14/04/2022

ຍສໝ - ວັນທີ 12 ເມສາ, ທ່ານ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວໜຸ່ມ, ປະທານສະມາຄົມຊາວໜຸ່ມຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ 2022...

ການນຳເຂົ້າ-ສົ່ງອອກ ປີ 2022 ຂອງ ຫວຽດນາມ ອາດຈະສ້າງສະຖິຕິໃໝ່ ການນຳເຂົ້າ-ສົ່ງອອກ ປີ 2022 ຂອງ ຫວຽດນາມ ອາດຈະສ້າງສະຖິຕິໃໝ່
​ເປັນ​ສະຖານ​ທີ່​ເຊື່ອມ​ຕໍ່​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ ອັງກິດ ​ເປັນ​ສະຖານ​ທີ່​ເຊື່ອມ​ຕໍ່​ປະຊາ​ຄົມ​ນັກ​ສຶກສາ​ຫວຽດນາມ ຢູ່​ ອັງກິດ
ເລຂາສູນກາງຄະນະຊາວໜຸ່ມ ອວຍພອນບຸນປີໃໝ່ປະຈຳຊາດລາວ 2022
ເລຂາສູນກາງຄະນະຊາວໜຸ່ມ ອວຍພອນບຸນປີໃໝ່ປະຈຳຊາດລາວ 2022. ພາບ: tienphong.vn

ທ່ານ ຫງວຽນ​ງອກ​ເລືອງ ​ໄດ້​ສົ່ງ​ຄວາມ​ອວຍພອນ​ອັນ​ປະເສີດ​ມາ​ຍັງ​ທ່ານ​ອັກຄະ​ລັດຖະທູດທີ່​ປຶກສາ ຈັນ​ທະ​ພອນ ​ຄຳ​ມະນີ​ຈັນ ພ້ອມ​ດ້ວຍ​ການ​ນຳ, ພະນັກງານ​ສະຖານທູດ​ລາວ ປະຈຳ ຫວຽດນາມ ​ແລະ ປະຊາຊົນ​ລາວ​ເວົ້າ​ລວມ, ບັນດາໄວ​ໜຸ່ມ​ລາວ​ເວົ້າ​ສະ​ເພາະ.

ທ່ານ ຫງວຽນ​ງອກ​ເລືອງ ​ໃຫ້​ຮູ້​ວ່າ: ຈາກ​ສາຍ​ພົວພັນອັນເປັນມູນເຊື້ອ​ພິ​ເສດ​ຂອງ​ສອງ​ພັກ, ​ ສອງ​ລັດ, ​ໃນ​ໄລຍະ​ໃໝ່​ເຖິງ​ວ່າ​ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ໃນ​ສະພາບ​ການ​ໂລກ ແຕ່ການ​ພົວພັນ​ມິດຕະພາບ​ທີ່​ຊື່ສັດ, ບໍລິສຸດຜຸດຜ່ອງ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ຫວຽດນາມ - ລາວ ສືບ​ຕໍ່​ໄດ້ຮັບການຕິດພັນກັນຢ່າງແໜ້ນແຟ້ນ.

ຄະນະ​ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ​ມີ​ເງື່ອນ​ໄຂ​ຫຼາຍ​ຢ່າງ​ໃນ​ການ​ປະສານ​ສົມທົບ ​ແລະ ຮ່ວມ​ມື, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ຫຼາຍ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ນັບ​ແຕ່​ນັ້ນ​ມາ, ລຸ້ນໜຸ່ມ​ໄດ້​ຮັບ​ການ​ສຶກສາ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ສອງ​ປະ​ເທດ, ສອງ​ຊາດ; ​ເພື່ອ​ໃຫ້​ຊາວໜຸ່ມແຕ່ລະຄົນ, ​ແຕ່ລະອົງການ​ຄະນະຊາວ​ໜຸ່ມ​ຖື​ວ່າ ​ເປັນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ ​ແລະ ອະນຸລັກ​ຮັກສາ​ຮີດຄອງ​ປະ​ເພນີ​ນັ້ນ.

ທ່ານ​ເລຂາສູນກາງຄະນະຊາວໜຸ່ມ ຫງວຽນງອກເລືອງ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ທ່ານ​​ອັກຄະ​ລັດຖະທູດທີ່​ປຶກສາ ຈັນທະພອນ ​ຄຳ​ມະນີ​ຈັນ ພ້ອມ​ດ້ວຍ​ການ​ນຳ ​ແລະ ພະນັກງານ​ສະຖານທູດ​ລາວ ປະຈຳ ຫວຽດນາມ ທີ່ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຊາວ​ໜຸ່ມ​ລະຫວ່າງສອງປະ​ເທດ​ໃນ​ໄລະຍະຜ່ານມາ. ສູນກາງຄະນະຊາວໜຸ່ມປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ສະໜັບສະໜູນ ​ແລະ ປະສານງານ​ຢ່າງ​ໃກ້ຊິດ​ຂອງ​ສະຖານທູດ ສປປ ລາວ ປະຈຳ ຫວຽດນາມ, ບັນດາ​ອົງການ, ອົງການ​ຈັດຕັ້ງຊາວ​ໜຸ່ມຂອງ​ລາວ.

ທ່ານ​ອັກຄະ​ລັດຖະທູດທີ່​ປຶກສາ ​ ​ຄຳ​ມະນີ​ຈັນ ​ໄດ້​ສະແດງຄວາມຂອບ​ໃຈ​ຕໍ່​ຄຳ​ອວຍພອນ​ອັນ​ປະເສີດ​ຂອງ​ສູນກາງຄະນະຊາວໜຸ່ມ. ທ່ານຢືນຢັນ​ວ່າ ສະຖານທູດ​ລາວ ປະຈຳ ຫວຽດນາມ ຈະ​ເປັນ​ຂົວ​ຕໍ່ເພື່ອອົງ​ການຈັດ​ຕັ້ງ​ຄະນະ​ຊາວ​ໜຸ່ມ ແລະ ໄວໜຸ່ມ ສອງປະ​ເທດ ​​ປົກ​ປັກ​ຮັກສາ ​ແລະ ເພີ່ມພູນຄູນສ້າງ​ການ​ພົວພັນ “ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ” ​ຫວຽດນາມ - ລາວ.

ທ່ານອັກຄະ​ລັດຖະທູດທີ່​ປຶກສາ ຈັນທະພອນ ​ຄຳ​ມະນີ​ຈັນ​ ປາດຖະໜາວ່າ ສູນກາງຄະນະຊາວໜຸ່ມ ສອງປະເທດ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນຢ່າງເປັນປົກກະຕິ; ມີ​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ຫຼາຍ​ກວ່າ​ເກົ່າ.

ໄຊພອນ

ເຫດການ
302 Found

Found

The document has moved here.