ເວທີປາໄສພັດທະນາສາຍການບິນອາຊີ ປີ 2022 ດຳເນີນຢູ່ນະຄອນດ່າໜັງ ແຕ່ວັນທີ 4 - 9 ມິຖຸນາ

14:40 | 04/04/2022

ເວທີປາໄສພັດທະນາສາຍການບິນອາຊີ ປີ 2022 (Routes Asia 2022) ຈະດຳເນີນຢູ່ນະຄອນດ່າໜັງ ແຕ່ວັນທີ 4-9 ມິຖຸນາຈະມາເຖິງ.

ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022 ກະຕຸ້ນ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນຫຼວງ ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022 ກະຕຸ້ນ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນຫຼວງ
ໜັງສືພິມອັງກິດ ແນະນຳລາຍການທ່ອງທ່ຽວຫວຽດນາມ ປີ 2022 ໜັງສືພິມອັງກິດ ແນະນຳລາຍການທ່ອງທ່ຽວຫວຽດນາມ ປີ 2022

ເວທີປາໄສໂດຍບໍລິສັດ Informa Routes ເປັນປະທານພ້ອມກັບການຮ່ວມເດີນທາງຂອງຄະນະກຳມະການປະຊາຊົນນະຄອນດ່າໜັງ… ໂດຍມີການເຂົ້າຮ່ວມຂອງຜູ້ແທນ 500 ກວ່າຄົນທີ່ມາຈາກສາຍການບິນຢູ່ອາຊີ, ເອີຣົບ, ຕາເວັນອອກກາງ ແລະອາເມລິກາເໜືອ; ສະໜາມບິນ ແລະຫົວໜ່ວຍຂຸດຄົ້ນສະໜາມບິນ; ຫົວໜ່ວຍສະໜອງການບໍລິການທາງການບິນ ພ້ອມກັບຫົວໜ່ວຍທ່ອງທ່ຽວສາກົນ ຈາກອາຊີ ແລະປະເທດຕ່າງໆໃນທົ່ວໂລກ.

ເວທີປາໄສພັດທະນາສາຍການບິນອາຊີ ປີ 2022 ດຳເນີນຢູ່ນະຄອນດ່າໜັງ ແຕ່ວັນທີ 4 - 9 ມິຖຸນາ
ທ່ານນາງ ເຈືອງທິຮົ່ງແຮ້ງ ຫົວໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງເວທີປາໄສພັດທະນາສາຍການບິນອາຊີ 2022 ກ່າວຄຳເຫັນທີ່ກອງປະຊຸມຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມຂ່າວເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 2 ເມສາ, ຢູ່ນະຄອນ ດ່າຫນັງ, ທ່ານນາງ ເຈືຶອງທິຮົ່ງແຮ້ງ ຫົວໜ້າພະແນກທ່ອງທ່ຽວນະຄອນ ດ່າໜັງ ເນັ້ນໜັກວ່າ ເວທີປາໄສພັດທະນາສາຍການບິນອາຊີ 2022 ແມ່ນເຫດການລະດັບພາກພື້ນ, ສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ຂະແໜງການບິນເວົ້າລວມ ແລະຂະແໜງທ່ອງທ່ຽວນະຄອນ ດ່າໜັງ ເວົ້າສະເພາະ, ປະກອບສ່ວນຟື້ນຟູ ແລະພັດທະນາສາຍການບິນສາກົນ, ດຶງດູດການລົງທຶນ ແລະການທ່ອງທ່ຽວມານະຄອນ ດ່າໜັງ. ການຈັດຕັ້ງເວທີປາໄສພັດທະນາສາຍການບິນອາຊີປີ 2022 ປະສົບຜົນສຳເລັດຈະສືບຕໍ່ຢືນຢັນວ່າ ນະຄອນດ່າໜັງ ເປັນສະຖານທີ່ຈັດເຫດການ, ງານບຸນແຖວໜ້າຂອງອາຊີ, ເປັນສູນພັດທະນາສາຍການບິນ ແລະທ່ອງທ່ຽວທີ່ຂະຫຍັນຂັນເຄື່ອນຂອງຫວຽດນາມ ແລະພາກພື້ນ.

ໃນຂອບເຂດຂອງເວທີປາໄສຈະດຳເນີນຫຼາຍກິດຈະກໍາ, ຄື: ງານວາງສະແດງການທ່ອງທ່ຽວ ແລະການບິນອາຊີ 2022; ລາຍການພົບປະ, ເຊື່ອມຕໍ່ທຸລະກິດໂດຍກົງກັບ 500 ກວ່າການພົບປະກັບຄູ່ຮ່ວມມືໃນລະບົບຂອງເວທີປາໄສພັດທະນາສາຍການບິນອາຊີ 2022...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.