ທ່ານຮອງເຈົ້າແຂວງສະຫວັນນະເຂດ ລົງຕິດຕາມການ ກໍ່ສ້າງເສັ້ນທາງຊົນນະບົດເມືອງເຊໂປນ

11:51 | 05/08/2019

ໃນວັນທີ 29 ກໍລະກົດ ຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າ ແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະນຳຈາກພະແນກ ໂຍທາທິການ ແລະຂົນສົ່ງ, ພະແນກພະລັງງານ ແລະບໍ່ແຮ່ ແລະຂະແໜງການທີ່ກ່ຽວຂ້ອງ ໄດ້ສົມທົບກັບການນຳຂອງ ເມືອງເຊໂປນ ລົງຕິດຕາມເບິ່ງ ຄວາມຄືບໜ້າຂອງການກໍ່ສ້າງ ເສັ້ນທາງຊົນນະບົດກໍ່ຄືເສັ້ນ ທາງແຕ່ທາງແຍກບ້ານສະ ແລັນຫາຈຸດສຸມລະໂກ ເມືອງ ເຊໂປນ.


ທ່ານຮອງເຈົ້າແຂວງສະຫວັນນະເຂດ ລົງຕິດຕາມການ ກໍ່ສ້າງເສັ້ນທາງຊົນນະບົດເມືອງເຊໂປນ

ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າ ແຂວງສະຫວັນນະເຂດ.(ພາບ:ສະຫວັນພັດທະນາ ຂ່າວ)

ໂອກາດນີ້, ທ່ານຮອງເຈົ້າແຂວງ ພ້ອມຄະນະກໍ່ໄດ້ລົງເບິ່ງສະພາບຕົວຈິງຂອງການກໍ່ສ້າງເພື່ອຕິດຕາມກວດກາເບິ່ງຄວາມຄືບໜ້າຂອງການກໍ່ສ້າງເສັ້ນທາງດັ່ງກ່າວພ້ອມທັງໄດ້ມີການສອບຖາມເຖິງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການດຳເນີນການກໍ່ສ້າງໃນໄລຍະຜ່ານມາໃນໂອກາດນີ້, ທ່ານ ກໍ່ຍັງໄດ້ຮັບຟັງການລາຍງານ ໂດຍສັງເຂບຈາກຄະນະຮັບຜິດຊອບໂຄງການຊຶ່ງໃຫ້ຮູ້ວ່າ: ໂຄງການພັດທະນາຊົນນະບົດ ໄລຍະ I ໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ລັດຖະບານເຢຍລະມັນ ໂດຍຜ່ານໂຄງການ KFW ເພື່ອກໍ່ສ້າງທາງຊົນນະບົດ ຢູ່ເມືອງເຊໂປນ ແລະເມືອງ ນອງ ແຂວງສະຫວັນນະເຂດ, ມີລວງຍາວທັງໝົດ 57,7 ກິໂລແມັດ ແລະ ມີງົບປະມານ ທັງໝົດຂອງໂຄງການແມ່ນ 6.264.000 ເອີໂຣ, ສຳລັບ ໂຄງການກໍ່ສ້າງເສັ້ນທາງ ແຕ່ທາງແຍກບ້ານສະແລັນ ຫາບ້ານລະໂກ (ຈຸດສຸມລະ ໂກ) ເມືອງເຊໂປນ ແມ່ນເປັນ 1 ໃນ3 ສັນຍາການກໍ່ສ້າງທາງ ຊົນນະບົດ, ມີລວງຍາວຂອງ ເສັ້ນທາງ 18 ກິໂລແມັດ, ມີມູນ ຄ່າການກໍ່ສ້າງ 13,34 ຕື້ ກວ່າກີບ, ໂດຍໃນສັນຍານີ້້ມີ ແຜນປູຢາງຜ່ານບ້ານປະຊາຊົນ ແລະບ່ອນສູງຊັນ 7,757 ກິໂລແມັດ, ປູເບຕົງ 0,945 ກິໂລແມັດ, ປູຫີນແຮ່ 11,267 ກິໂລແມັດ, ມີການວາງທໍ່ຫຼ່ຽມ 4 ແຫ່ງ, ທໍ່ກົມ 22 ແຫ່ງ ແລະກໍ່ສ້າງຝາປີກໃສ່ທໍ່ເກົ່າ 27 ແຫ່ງ, ມີໄລຍະເວລາໂຄງ ການແມ່ນນັບແຕ່ວັນທີ 1/1/2019-30/6/2020, ເຈົ້າຂອງໂຄງການແມ່ນພະແນກ ຍທຂ ແຂວງສະຫວັນນະເຂດ, ບໍລິສັດທີ່ປຶກສາແມ່ນ GITEC-IGIP GmbH, ໂດຍແມ່ນບໍລິສັດທີເອັສບີກໍ່ສ້າງ ແລະສ້ອມແປງຂົວທາງຈຳກັດຜູ້ດຽວເປັນຜູ້ຮັບເໝົາການກໍ່ສ້າງ ມາຮອດປະຈຸບັນກໍ່ຄືມາ ຮອດເດືອນມິຖຸນາ 2019 ສະຫຼຸບຄວາມຄືບໜ້າຂອງບັນດາໜ້າວຽກຕ່າງໆປະຕິບັດໄດ້ແລ້ວ 10,85% ຂອງແຜນການ ແລະຄາດວ່າການກໍ່ສ້າງຈະສຳເລັດຕາມແຜນການ ວາງໄວ້ ເຊິ່ງຖ້າຫາກເສັ້ນທາງ ດັ່ງກ່າວສໍາເລັດຈະເປັນເງື່ອນໄຂອັນດີໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ທັງຈະເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໃນເຂດຊົນນະບົດ ໃຫ້ດີຂຶ້ນກວ່າເກົ່າ ແລະກ້າວ ອອກຈາກຄວາມທຸກຍາກເທື່ອລະກ້າວຕາມແນວທາງຂອງ ພັກ-ລັດວາງໄວ້.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ທ່ານອາດຈະມັກ

ເຫດການ