ຍີ່ປຸ່ນ ໃຫ້​ທຶນ​ຊ່ວຍເຫຼືອ​ລ້າ​ໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ

00:54 | 15/05/2019

ພິທີ​ລົງ​ນາມ​ສັນຍາ​ໂຄງການ ການ​ຊ່ວຍເຫຼືອ​ລ້າ ຈາກ​ລັດຖະບານ​ຍີ່ປຸ່ນ ຜ່ານ​ສູນ​ອາສາ​ສະໝັກ​ສາກົນ​ຍີ່ປຸ່ນ (JVC) ມູນ​ຄ່າ 223.114 ໂດ​ລາ​ສະຫະລັດ ຫຼື ປະມານ 1,91 ຕື້​ກີບ ເພື່ອ​ຊ່ວຍເຫຼືອ​ໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ ຕິດ​ພັນ​ກັບ​ການ​ເຮັດ​ກະສິກຳ ແລະ ບໍລິຫານ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ຈັດ​ຂຶ້ນ​ວັນ​ທີ 5 ມີນາ 2019 ຢູ່​ສະຖານທູດ​ຍີ່ປຸ່ນ ປະຈຳ​ລາວ.

ຍີ່ປຸ່ນ ໃຫ້​ທຶນ​ຊ່ວຍເຫຼືອ​ລ້າ​ໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ

ພິທີ​ລົງ​ນາມ​ສັນຍາ​ໂຄງການ ການ​ຊ່ວຍເຫຼືອ​ລ້າ ຈາກ​ລັດຖະບານ​ຍີ່ປຸ່ນ ຜ່ານ​ສູນ​ອາສາ​ສະໝັກ​ສາກົນ​ຍີ່ປຸ່ນ (JVC) ມູນ​ຄ່າ 223.114 ໂດ​ລາ​ສະຫະລັດ

ພິທີ​ລົງ​ນາມ​ສັນຍາ​ໂຄງການ ການ​ຊ່ວຍເຫຼືອ​ລ້າ ຈາກ​ລັດຖະບານ​ຍີ່ປຸ່ນ ຜ່ານ​ສູນ​ອາສາ​ສະໝັກ​ສາກົນ​ຍີ່ປຸ່ນ (JVC) ມູນ​ຄ່າ 223.114 ໂດ​ລາ​ສະຫະລັດ ຫຼື ປະມານ 1,91 ຕື້​ກີບ ເພື່ອ​ຊ່ວຍເຫຼືອ​ໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ ຕິດ​ພັນ​ກັບ​ການ​ເຮັດ​ກະສິກຳ ແລະ ບໍລິຫານ​ຊັບພະຍາກອນ​ທຳ​ມະ​ຊາດ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ຈັດ​ຂຶ້ນ​ວັນ​ທີ 5 ມີນາ 2019 ຢູ່​ສະຖານທູດ​ຍີ່ປຸ່ນ ປະຈຳ​ລາວ ລະຫວ່າງ​ທ່ານ ທາ​ເຄ​ຊິ ຮິ​ຄິ​ຮາ​ຣະ ເອກ​ອັກ​ຄະ​ຣາ​ຊະ​ທູດ​ຍີ່ປຸ່ນ ປະຈຳ ​ສປປ ລາວ ແລະ ທ່ານ ເຄນ​ອິ​ຈິ​ໂຣະ ອີ​ວາຕະ ຫົວໜ້າ​ສູນ JVC ມີ​ທ່ານ​ນາງ ແຂກ​ທອນ ໂຈມ​ມະນີ​ວົງ ຮອງ​ຫົວໜ້າ​ພະ​ແນກ​ຮ່ວມ​ມື​ສາກົນ ກະຊວງ​ກະສິກຳ ແລະ ປ່າໄມ້ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໂຄງການ​ດັ່ງກ່າວ ມີ​ເປົ້າ​ໝາຍ​ຊ່ວຍ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວນາ ຜ່ານ​ການ​ຊ່ວຍເຫຼືອ​ການ​ເຮັດ​ກະສິກຳ​ຢ່າງ​ມີ​ລະບົບ​ໃນ​ແຕ່​ລະ​ບ້ານ ແລະ ສ້າງຕັ້ງ​ລະບົບ​ການ​ບໍລິຫານ​ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ ໂດຍ​ການ​ສ້າງ​ປ່າ​ຊຸມ​ຊົນ ແລະ ວັງ​ສະຫງວນ ໂດຍ​ຜ່ານ​ການ​ເຫັນ​ດີ​ຂອງ​ປະຊາຊົນ​ທ້ອງຖິ່ນ ເຊິ່ງ​ປີ​ທີ 2 ຂອງ​ໂຄງການ​ນີ້ JVC ຈະ​ສ້າງ​ວັງ​ສະຫງວນ ແລະ ຈັດການ​ເຝີກ​ອົບຮົມ​ເຕັກນິກ​ການ​ກະສິກຳ​ແບບ​ຕ່າງໆ ຕາມ​ທີ່​ໄດ້​ວາງ​ແຜນ​ໄວ້​ໃນ​ປີ​ທຳ​ອິດ ແລະ ຈະ​ຈັດການ​ເຝີກ​ອົບຮົມ​ດ້ານ​ກົດໝາຍ​ກ່ຽວ​ກັບ​ການ​ບໍລິຫານ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ເຝີກ​ອົບຮົມ​ພາກ​ປະຕິບັດ​ຕົວ​ຈິງ ພ້ອມ​ນີ້ ຍັງ​ຈະ​ຊ່ວຍ​ບໍລິການ​ເຕັກນິກ​ການ​ກະສິກຳ ແລະ ໂຮງຮຽນ​ຊາວນາ ຢ່າງ​ສະ​ໝ່ຳ​ສະເໝີ.

JVC ສ້າງຕັ້ງ​ຂຶ້ນ​ປີ 1980 ແລະ ໄດ້​ມາ​ເຮັດ​ວຽກ​ຢູ່ ​ສປປ ລາວ ແຕ່​ປີ 1989 ເປັນຕົ້ນ​ມາ ວຽກ​ງານ​ຫຼັກ​ຂອງ​ສູນ ແມ່ນ​ກ່ຽວ​ພັນ​ກັບ​ການ​ກະສິກຳ ແລະ ການ​ພັດທະນາ​ຊົນນະບົດ ເຊັ່ນ: ການ​ຮັກສາ​ປ່າໄມ້ ການ​ປູກຝັງ-ລ້ຽງສັດ ປີ 1993 ໄດ້​ເລີ່ມ​ດຳເນີນ​ງານ​ຢູ່​ແຂວງ​ຄຳ​ມ່ວນ ປີ 2008 ໄດ້​ຈັດ​ຕັ້ງ​ປະຕິບັດ​ໃນ​ແຂວງ​ສະຫວັນ​ນະ​ເຂດ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ