ຫວຽດນາມ ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານ

15:13 | 03/03/2022

ຕອນບ່າຍວັນທີ 2 ມີນາ, ໃນຂອບເຂດກອງປະຊຸມສຸດຍອດສະໄໝສາມັນເທື່ອທີ 49 ຂອງສະພາສິດທິມະນຸດສະຫະປະຊາຊາດທີ່ໄດ້ໄຂຂຶ້ນຢູ່ນະຄອນ Geneva ປະເທດສະວິດ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ມີສານທາງອອນລາຍທີ່ສຳຄັນ.

ໂຄສະນາວັດທະນະທຳຫວຽດນາມ ຢູ່ ອີຕາລີ ໂຄສະນາວັດທະນະທຳຫວຽດນາມ ຢູ່ ອີຕາລີ
ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ ເວທີປາໄສການໄປສຶກສາຢູ່ຕ່າງປະເທດ ເຊັກໂກ ເປີດໂອກາດການຮຽນຮູ້ໃຫ້ຊາວໜຸ່ມ ຫວຽດນາມ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ

ສານຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຢືນຢັນວ່າ ການຖືປະຊາຊົນເປັນໃຈກາງ ແລະ ເປັນກຳລັງໜູນຊຸກຍູ້ການພັດທະນາແມ່ນແຜນນະໂຍບາຍລຸລວງຂອງຫວຽດນາມ ນັບແຕ່ປະເທດຫວຽດນາມ ໄດ້ຮັບການສະຖາປະນາໃນປີ 1945. ດ້ວຍສານດັ່ງກ່າວ, ຫວຽດນາມ ຢືນຢັນຄວາມພ້ອມໃຫ້ການ ຮ່ວມມືກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອແນໃສ່ຊຸກຍູ້ບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ເພີ່ມທະວີການເຄື່ອນໄຫວຂອງສະພາສິດທິມະນຸດໂດຍຜ່ານການສົນທະນາ, ການຮ່ວມມື ແລະ ເຄົາລົບເຊິ່ງກັນ ແລະ ກັນ. ຫວຽດນາມ ເອົາໃຈໃສ່ເຖິງການຮັບປະກັນສິດທິມະນຸດຢ່າງຮອບດ້ານ, ໃນນັ້ນໃຫ້ບຸລິມະສິດໃຫ້ແກ່ການປົກປ້ອງສິດຂອງບັນດາກຸ່ມເປົ້າໝາຍດ້ອຍໂອກາດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ; ຮັບປະກັນສິດທິມະນຸດ ໃນການແກ້ໄຂບັນຫາທົ່ວໂລກ, ໂດຍສະເພາະໃນການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ກໍ່ໃຫ້ບຸລິມະສິດແກ່ການຊຸກຍູ້ ສິດດ້ານສຸຂະພາບໃນສະພາບການຕ້ານໂລກລະບາດໂຄວິດ-19, ສິດມີວຽກເຮັດງານທຳທີ່ເໝາະສົມຕິດພັນກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ສິດໄດ້ຮັບການສຶກສາທີ່ມີຄຸນນະພາບ ໂດຍອີງໃສ່ຄວາມສະເໝີພາບຂອງໂອກາດ ແລະການເຂົ້າເຖິງ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.