ນາຍົກລັດຖະມົນຕີຫວຽດນາມ ສົນທະນາທາງໂທລະສັບກັບຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Adidas

15:38 | 03/03/2022

ຕອນບ່າຍວັນທີ 1 ມີນາ, ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ Kasper Rorsted ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Adidas, ເພື່ອແລກປ່ຽນກ່ຽວກັບມາດຕະການຊຸກຍູ້ການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຂອງ Adidas ຢູ່ ຫວຽດນາມ.

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ເຮັດວຽກກັບການນໍາກຸ່ມບໍລິສັດ Adidas ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ເຮັດວຽກກັບການນໍາກຸ່ມບໍລິສັດ Adidas

ທ່ານ ຟ້າມມີງຈິ໊ງ ເຊື່ອໝັ້ນວ່າ ກຸ່ມບໍລິສັດ Adidas ຈະສືບຕໍ່ຍູ້ແຮງການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດຢູ່ຫວຽດນາມ, ລວມມີເລື່ອງສ້າງເງື່ອນໄຂໃຫ້ວິສາຫະກິດຫວຽດນາມ ໄດ້ເຂົ້າຮ່ວມຕ່ອງໂສ້ສະໜອງທົ່ວໂລກຂອງ Adidas ຢ່າງເລິກເຊິ່ງ.

ນາຍົກລັດຖະມົນຕີຫວຽດນາມ ສົນທະນາທາງໂທລະສັບກັບຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Adidas
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Kasper Rorsted ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Adidas. ພາບ: VGP

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດສືບຕໍ່ເສີມຂະຫຍາຍຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດໃຫ້ເປັນຢ່າງດີ, ເອົາໃຈໃສ່ຕໍ່ການຮັບປະກັນສະຫວັດດີການສັງຄົມ ແລະເງື່ອນໄຂເຮັດວຽກໃຫ້ແກ່ຜູ້ອອກແຮງງານຫວຽດນາມ ເປັນຢ່າງດີ; ທ່ານ ຟ້າມມີງຈິ໊ງ ຢາກໃຫ້ກຸ່ມບໍລິສັດ Adidas ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງຫວຽດນາມ ກັບ ເຢຍລະມັນ ແລະສະຫະພາບເອີລົບ.

ສ່ວນທ່ານ Kasper Rorsted ຕີລາຄາສູງຕໍ່ຄໍາໝັ້ນສັນຍາພັດທະນາແບບຍືນຍົງ, ການເຕີບໂຕສີຂຽວ ແລະຫຼຸດຜ່ອນການປ່ອຍອາຍພິດຂອງລັດຖະບານຫວຽດນາມ, ກໍານົດວ່າ ຫວຽດນາມ ແມ່ນບໍລິເວນຜະລິດສໍາຄັນແຖວໜ້າ ແລະເປັນຈຸດນັດພົບຂອງນັກລົງທຶນເຢຍລະມັນ ແລະສະຫະພາບເອີລົບ. ໃນໄລຍະຈະມາເຖິງ, ກຸ່ມບໍລິສັດຈະສືບຕໍ່ມານະພະຍາຍາມໝູນໃຊ້, ຫັນກາລະໂອກາດພັດທະນາຢູ່ຫວຽດນາມ ໃຫ້ເປັນອັນລະອຽດ.

la.qdnd.vn

ເຫດການ
302 Found

Found

The document has moved here.