ເພີ່ມທະວີການສົ່ງອອກຢ່າງເປັນທາງການໄປຕະຫຼາດຈີນ

11:58 | 27/02/2022

ຍສໝ - ໃນ​ສະພາບ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງກ່ຽວກັບ​​ນະ​ໂຍບາຍ​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຂອງ​ຈີນ, ພ້ອມ​ກັບ​ການຈັດ​ຕັ້ງ​ປະຕິບັດ​ລະບຽບ​ການ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19 ຢູ່​ດ່ານ​ຊາຍ​ແດນ, ວິ​ສາ​ຫະກິດ​ຕ້ອງ​ປະຕິບັດ​ຫຼາຍ​ມາດ​ຕະການ ​ເພື່ອ​ຍູ້​ແຮງການ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ...

ວັດຊາວ​ຈີນ ຢູ່ຊອກຈັງ ວັດຊາວ​ຈີນ ຢູ່ຊອກຈັງ
ສິນຄ້າກະສິກຳການກະເສດສົ່ງອອກໄປຈີນຕິດຄ້າງຢູ່ທ່າກຳປັ່ນ, SPS ຫວຽດນາມຮ້ອງຟ້ອງຢ່າງຮີບດ່ວນ ສິນຄ້າກະສິກຳການກະເສດສົ່ງອອກໄປຈີນຕິດຄ້າງຢູ່ທ່າກຳປັ່ນ, SPS ຫວຽດນາມຮ້ອງຟ້ອງຢ່າງຮີບດ່ວນ

ຈີນ​ແມ່ນ​ຕະຫຼາດ​ໃຫຍ່​ທີ່​ມີ​ປະຊາກອນ​ຫຼາຍ​ກວ່າ 1,4 ຕື້​ຄົນ (ກວມ 18,7% ຂອງ​ປະຊາກອນ​ໂລກ), ​ໃນ​ນັ້ນ 2 ທ້ອງ​ຖິ່ນ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຫວຽດນາມ ​ແມ່ນ​ແຂວງ​ຢຸນນານ (48,0 ລ້ານ​ຄົນ) ​ແລະ​ເຂດ​ປົກຄອງ​ຕົນ​ເອງ​ຊົນເຜົ່າ​ຈ້ວງກວາງຊີ (48,8 ລ້ານ​ຄົນ).

​ໃນ​ຂອບ​ເຂດ​ຊາຍ​ແດນ​ຫວຽດນາມ-ຈີນ ​ທົ່ວ​ປະ​ເທດ​ມີ 76 ​ດ່ານ​ຊາຍ​ແດນ ​ແລະ ເສັ້ນທາງ​ເຂົ້າ​ອອກ, ​ໃນ​ນັ້ນ​ມີດ່ານ​ຊາຍ​ແດນ​ສາກົນ 7 ​ແຫ່ງ, ​ດ່ານ​ຊາຍ​ແດນ​ຫຼັກ 6 ​ແຫ່ງ, ດ່ານ​ຊາຍ​ແດນ​ສຳຮອງ 21 ​ແຫ່ງ ​ແລະ ເສັ້ນທາງ​ເຂົ້າ​ອອກ, ​ດ່ານ​ພາສີ 42 ​ແຫ່ງ. ລະບົບ​ນີ້​ນຳ​ມາ​ເຊິ່ງ​ບັນດາ​ຂໍ້​ໄດ້​ປຽບ​ອັນ​ໃຫຍ່​ຫຼວງ​ໃນ​ດ້ານ​ການ​ຂົນ​ສົ່ງ​ໃຫ້​ແກ່​ການ​ຄ້າ​ສອງ​ຝ່າຍ. ປະຈຸ​ບັນ ຫວຽດນາມ ສົ່ງ​ອອກ​ໄປ​ຍັງ​ຈີນ 4 ໝວດ​ສິນຄ້າ​ຕົ້ນຕໍ​ຄື: ວັດຖຸ​ດິບ, ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ ​ແລະ ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກ; ນໍາເຂົ້າຈາກປະເທດຈີນສ່ວນໃຫຍ່ແມ່ນຜະລິດຕະພັນອຸດສາຫະກໍາປຸງແຕ່ງ ແລະ ຜະລິດ.

ເພີ່ມທະວີການສົ່ງອອກຢ່າງເປັນທາງການໄປຕະຫຼາດຈີນ
ເພີ່ມທະວີການສົ່ງອອກຢ່າງເປັນທາງການໄປຕະຫຼາດຈີນ. (ພາບ: baochinhphu)

ຫວ່າງ​ມໍ່ໆ​ມາ​ນີ້, ​ເມື່ອ​ມີ​ກໍລະນີ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ດ່ານ​ຊາຍ​ແດນ, ຈີນ​ຈະ​ຢຸດ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ ​ແລະ​ ອາຫານ​ແຊ່​ແຂງ​ຈາກ​ຫວຽດນາມ, ​ເຮັດ​ໃຫ້ການ​ສັນຈອນ​ຕິດ​ຂັດ​ຢູ່​ບັນດາ​ແຂວງ​ຊາຍ​ແດນ​ພາກ​ເໜືອ.

ຈີນ​ຍັງ​ໄດ້​ປ່ຽນ​​ລະບຽບ​ການ ​ແລະ ​ນະ​ໂຍບາຍ​ຮັດ​ແໜ້ນ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ຈາກ​ທຸກ​ປະ​ເທດ ​ແລະ​ ພາກ​ພື້ນ​ເຊັ່ນ: ຄໍາສັ່ງເລກທີ 248 ວ່າ​ດ້ວຍ​ການ​ຂຶ້ນທະບຽນ ​ແລະ ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ຜະລິດ​ອາຫານນຳເຂົ້າຈາກ​ຕ່າງປະ​ເທດ​ ແລະ ​ຄຳ​ສັ່ງ​ເລກທີ 249 ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ດ້ານ​ອາຫານ ​ເພື່ອ​ການ​ນຳ​ເຂົ້າ​ ແລະ​ ສົ່ງ​ອອກ ເຊິ່ງມີຜົນສັກສິດ​ຢ່າງ​ເປັນ​ທາງ​ການ ໃນວັນທີ 1 ມັງກອນ 2022…

ຕາມ​ທ່ານ ເຈີ່ນ​ແທງ​ຫາຍ, ຮອງ​ຫົວໜ້າ​ກົມ​ນຳ​ເຂົ້າ-ສົ່ງ​ອອກ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ກ່າວ​ວ່າ: ຈີນ​ ບໍ່​ແມ່ນ​ຕະຫຼາດ​ທີ່​ສະດວກ​ສະບາຍ​ສຳລັບ​ສິນຄ້າ, ພິ​ເສດ​ແມ່ນ​ສິນຄ້າ​ກະສິກຳ, ບໍ່​ວ່າ​ຈະ​ເດີນທາງ​ດ້ວຍ​ທາງ​ບົກ, ທາງ​ທະ​ເລ, ທາງ​ລົດ​ໄຟ ​ຫຼື ​ທາງ​ອາກາດ. ທັງ​ໝົດ​ລ້ວນແຕ່​ຕ້ອງຕອບສະໜອງ​ໄດ້​ມາດ​ຕະຖານ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ, ການ​ກັກ​ກັນ​ພືດ, ຕິດຕາມ​ກວດກາ... ບັນດາ​ວິ​ສາ​ຫະກິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ເປັນ​ລະບົບ​ກວ່າ, ​ນັບແຕ່​ການ​ຜະລິດ, ການ​ຄ້າ​ໄປ​ຮອດ​ການ​ຂົນ​ສົ່ງ.

ທ່ານ ​ກ່າວ​ວ່າ ບັນດາ​ທ້ອງ​ຖິ່ນ, ຜູ້ເຮັດການຄ້າ​ ແລະ ​ວິ​ສາ​ຫະກິດ​ຕ້ອງ​ຫັນ​ເປັນ​ການ​ສົ່ງ​ອອກ​ຢ່າງ​ເປັນ​ທາງ​ການ; ເພີ່ມ​ທະ​ວີ​ການ​ປຸງ​ແຕ່ງ​ຫຼັງ​ການ​ເກັບ​ກ່ຽວ​ເພື່ອ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ​ທີ່​ມີ​ມູນ​ຄ່າ​ສູງ​ຂຶ້ນ​, ໂດຍ​ອີງ​ໃສ່​ປັດ​ໄຈ​ລະ​ດູ​ການ​.

ຈີນ ຍາມ​ໃດ​ກໍ່​ແມ່ນ​ຕະ​ຫຼາດ​ສຳ​ຄັນ​ຂອງ​ຫວຽດ​ນາມ. ​ເລື່ອງ​ການອັ່ງອໍສິນຄ້າ​ຢູ່​ດ່ານ​ຊາຍ​ແດນ ຄາດ​ວ່າ​ຈະ​ສືບ​ຕໍ່​ສັບສົນ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເມື່ອ​ບັນດາ​ໝາກ​ໄມ້ ​ແລະ ຜະລິດ​ຕະພັນ​ກະ​ເສດ​ຫວຽດນາມ ຮອດລະດູ​ເກັບ​ກ່ຽວ. ບັນດາ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ແມ່ນ​ໃຫຍ່​ຫຼວງ, ​ແຕ່​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ຫັນຄວາມກົດດັນ​ເປັນ​ກຳລັງ​ແຮງປ່ຽນແປງໃໝ່, ​ຊຸກຍູ້​ການ​ຂົນສົ່ງທີ່ລຸລ່ວງ, ເປັນປົກະຕິ ແລະ ມີປະສິດທິຜົນຂອງ​ຕ່ອງ​ໂສ້​ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ຜ່ານດ່ານຊາຍແດນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.