ກົດ​ບັດ ສປຊ ເປັນ​ພື້ນຖານ​ອັນ​ສຳຄັນ​ໃນ​ການ​ກະທຳ​ຂອງ​ປະຊາ​ຄົມ​ສາກົນ

19:00 | 26/02/2022

ຍ​ສ​ໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ (ສປຊ) ​ແລ້ວ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ຄະນະ​ກຳມະການ​ພິ​ເສດ​ກ່ຽວ​ກັບ​ກົດ​ບັດ ສປຊ ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 23 ກຸມພາ, ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບົດບາດ​ຂອງ​ກົດ​ບັດ ສປຊ ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ, ​ແກ້​ໄຂ​ຂໍ້ຂັດແຍ່ງ​ໂດຍ​ສັນຕິວິ​ທີ​ ​ແລະ ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ​ ແລະ ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​.

ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ກົດ​ບັດ ສປຊ ເປັນ​ພື້ນຖານ​ອັນ​ສຳຄັນ​ໃນ​ການ​ກະທຳ​ຂອງ​ປະຊາ​ຄົມ​ສາກົນ
ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ແອງ, ຮອງ​ຫົວໜ້າ​ຄະນະຜູ້​ຕາງ​ໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ແອງ, ຮອງ​ຫົວໜ້າ​ຄະນະຜູ້​ຕາງ​ໜ້າຫວຽດນາມ ປະຈຳ ສປຊ ​ເນັ້ນ​ໜັກວ່າ ​ບົດບາດ​ຂອງ​ກົດ​ບັດ ສປຊ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ແລະ ແມ່ນພື້ນຖານ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ສາກົນ​ໃນ​ໄລຍະ​ຫຍຸ້ງຍາກ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກ່າວ​ຫວນ​ຄືນ​ວ່າ ເດືອນ​ມັງ​ກອນ 2020, ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ຍົກ​ສູງກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ. ຖະ​ແຫຼງ​ການ​ຂອງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ ທີ່​ໄດ້​ຮັບ​ຮອງ​ເອົາ​ໃນ​ເວ​ລາ​ນັ້ນ​ຍັງ​ມີ​ຜົນ​ສັກ​ສິດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຫາຍ​ແອ​ງ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່ຍົກສູງ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ​ນີ້, ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການ​ທີ່​ໄດ້​ລະບຸ​ໄວ້​ໃນ​ມາດຕາ 33 ຂອງ​ກົດ​ບັດ ສປຊ, ສະໜັບສະໜູນ​ຄະນະ​ກຳມະການ​ສືບ​ຕໍ່​ປຶກສາ​ຫາລື​ໃນ​ຫົວ​ຂໍ້​ນີ້ ​ແລະ ພິ​ເສດ​ແມ່ນ​ຕີ​ລາຄາ​ສູງ​ບັນດາ​ເນື້ອ​ໃນ​ຂອງ​ການ​ປຶກສາ​ຫາລື ປີ 2020 ແລະ 2021 ແມ່ນ​ມາດ​ຕະ​ການ​ຊີ້​ຂາດ ​ແລະ​ ການ​ພິ​ຈາ​ລະ​ນາ, ເປັນ​ເຄື່ອງ​ມື​ທີ່ມີປະ​ສິດ​ທິ​ຜົນ​ສໍາ​ລັບ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ.

ມີຫຼາຍ​ຂອບ​ເຂດ​ນິຕິ​ກຳ ​ແລະ ກົນ​ໄກ​ທີ່​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ​ເຊັ່ນ ​ກົດ​ບັດ ສປຊ ​ແລະ ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 (UNCLOS) ​ເພື່ອ​ໃຫ້​ຝ່າຍ​ຕ່າງໆ​ແກ້​ໄຂ​ຂໍ້ຂັດແຍ່ງກັນ, ​ໃນ​ນັ້ນ​ມີກ່ຽວກັບ​ເຂດ​ດິນ​ແດນ ​ແລະ ທະ​ເລ. , ຊົມເຊີຍຕໍ່ເລື່ອງຄະນະກໍາມະການຈະປຶກສາຫາລືກ່ຽວກັບການປະສົບການທີ່ດີທີ່ສຸດໃນການຕັດສິນ.

ຄະນະ​ກຳມະການ​ພິ​ເສດ​ກ່ຽວ​ກັບ​ກົດ​ບັດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ປີ 1975 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ກົດ​ບັດ. ທຸກໆ​ປີ, ຄະນະ​ກຳມະການ​ພິ​ເສດ ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ໃຫ້​ປະ​ເທດ​ຕ່າງໆ​ປຶກສາ​ຫາລື ​ແລະ​ພິຈາລະນາ​ຂໍ້​ສະ​ເໜີ​ທີ່​ກ່ຽວຂ້ອງ. ນັບ​ຕັ້ງ​ແຕ່​ໄດ້​ຮັບ​ຮອງ​ເອົາ​ໃນ​ປີ 1945, ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ການ​ປັບ​ປຸງ 3 ຄັ້ງ​ໃນ​ປີ 1963, 1965 ແລະ 1973.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.