ອອກບັນຊີລະບຸຕົວຕົນທາງເອເລັກໂຕນິກໃຫ້ແກ່ປະຊາຊົນແຕ່ວັນທີ 25 ກຸມພາ

11:30 | 25/02/2022

ຍ​ສ​ໝ - ນັບ​ແຕ່​ວັນ​ທີ 25 ກຸມ​ພາ, ກົມ​ຕຳຫຼວດ​ຄຸ້ມ​ຄອງບໍ​ລິ​ຫານ​ດ້ານ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ (ກະ​ຊວງ​ຕຳຫຼວດ) ເລີ່ມ​ຕົ້ນ​ອອກ​ບັນ​ຊີ​ລະ​ບຸ​ຕົວ​ຕົນ​ເອກ​ເລັກ​ໂຕ​ນິກ​ໃຫ້​ແກ່​ພົນ​ລະ​ເມືອງ​ໂດຍ​ຜ່ານ​ວຽກ​ງານ​ການ​ອອກ, ການ​ປ່ຽນ​ແປງ, ການ​ອອກ​ຄືນ​ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ​ໃນ​ທົ່ວ​ປະ​ເທດ.

ເປີດຕົວເວັບໄຊຂໍ້ມູນຂ່າວເອເລັກໂຕນິກຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເປີດຕົວເວັບໄຊຂໍ້ມູນຂ່າວເອເລັກໂຕນິກຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ເລີ່ມຈັດຕັ້ງການປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດຮູບແບບໃໝ່ໃນວັນທີ 02 ກຸມພາ 2019 ເປັນຕົ້ນໄປ ເລີ່ມຈັດຕັ້ງການປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດຮູບແບບໃໝ່ໃນວັນທີ 02 ກຸມພາ 2019 ເປັນຕົ້ນໄປ

ນັບ​ແຕ່​ວັນ​ທີ 25 ກຸມ​ພາ, ກົມ​ຕຳຫຼວດ​ຄຸ້ມ​ຄອງບໍ​ລິ​ຫານ​ດ້ານ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ (ກະ​ຊວງ​ຕຳຫຼວດ) ເລີ່ມ​ຕົ້ນ​ອອກ​ບັນ​ຊີ​ລະ​ບຸ​ຕົວ​ຕົນ​ເອກ​ເລັກ​ໂຕ​ນິກ​ໃຫ້​ແກ່​ພົນ​ລະ​ເມືອງ​ໂດຍ​ຜ່ານ​ວຽກ​ງານ​ການ​ອອກ, ການ​ປ່ຽນ​ແປງ, ການ​ອອກ​ຄືນ​ບັດ​ປະ​ຈຳ​ຕົວ​ພົນ​ລະ​ເມືອງ​ໃນ​ທົ່ວ​ປະ​ເທດ.

ບັນ​ຊີ​ລະ​ບຸ​ຕົວ​ຕົນ​ເອ​ເລັກ​ໂຕ​ນິກ​ບັນ​ຈຸ​ຂໍ້​ມູນ​ຂອງ​ພົນ​ລະ​ເມືອງ. ເມື່ອ​ດຳ​ເນີນ​ການ​ບັນ​ດາ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ທີ່​ແທດ​ເໝາະ​ກັບ​ໃນລະ​ບົບ​ປະ​ຕິ​ບັດ​ການ​ເອ​ເລັກ​ໂຕ​ນິກ​ແຫ່ງ​ຊາດ, ລະ​ບົບ​ຈະ​ປະ​ກອບ​ຂໍ້​ມູນ​ໂອ​ໂຕ​ມາ​ຕິກ​ເຂົ້າ​ຢ່າງ​ຖືກ​ຕ້ອງ​ຕາມ​ແບບ​ຟອມ​ລົງ​ທະ​ບຽນ, ຊ່ວຍ​ປະ​ຫຍັດ​ເວ​ລາ​ໄດ້ຫຼາຍ ແລະ ຫຼຸດ​ຜ່ອນຫຼາຍ​ບາດ​ກ້າວ​ຂັ້ນ​ຕອນ.

undefined
ພາບປະກອບ

ພົນ​ລະ​ເມືອງ​ສາ​ມາດ​ສະ​ແໜງ ແລະ ແບ່ງ​ປັນ​ຂໍ້​ມູນ​ກັບ​ຝ່າຍ​ທີ​ສາມ ດ້ວຍ​ການ​ສະ​ແກນ QR ຫຼື ວິ​ທີ​ການ​ທາງ​ເຕັກ​ນິກ​ອື່ນໆ. ລະ​ບົບ​ຂອງ​ຝ່າຍ​ທີ່​ສາມ​ຕ້ອງ​ຮັບ​ປະ​ກັນ​ຄົບ​ຖ້ວນ​ເງື່ອນ​ໄຂ​ການ​ເຊື່ອມ​ຕໍ່​ກັບ​ລະ​ບົບ​ລະ​ບຸ​ຕົວ​ຕົນ ແລະ ກວດ​ສອບ​ເອກ​ເລັກ​ໂຕ​ນິກ.

ພົນ​ລະ​ເມືອງ​ສາ​ມາດ​ປ່ຽນ​ແທນ​ບັດ​ປະ​ຈຳ​ຕົວ​ປະ​ຊາ​ຊົນ ແລະ ຫຼາຍ​ປະ​ເພດ​ເອ​ກະ​ສານ​ຕ່າງໆ​ເຊັ່ນ: ໃບ​ອະ​ນຸ​ຍາດ​ຂັບ​ຂີ່, ບັດ​ປະ​ກັນ​ສັງ​ຄົມ; ດຳ​ເນີນ​ທຸ​ລະ​ກຳ​ຕ່າງໆເຊັ່ນ: ຊຳ​ລະ​ບິນ​ຄ່າ​ໄຟ​ຟ້າ, ຄ່າ​ນ້ຳ, ຈ່າຍ​ຄ່າ​ປະ​ກັນ​ສັງ​ຄົມ, ໂອນ​ເງິນ,…

ເມື່ອ​ພົນ​ລະ​ເມືອງ​ໄປ​ເຖິງ​ອົງ​ການ​ຕຳຫຼວດ​ຕາ​ແສງ/ເມືອງ/ແຂວງ/ນະ​ຄອນ ເພື່ອ​ດຳ​ເນີນ​ການ​ອອກ, ປ່ຽນ, ອອກ​ຄືນ ບັດ​ປະ​ຈຳ​ຕົວ​ປະ​ຊາ​ຊົນທີ່​ຕິດ chip ນັ້ນ ສາ​ມາດ​ດຳ​ເນີນ​ການ​ລົງ​ທະ​ບຽນ​ອອກ​ບັນ​ຊີ​ລະ​ບຸ​ຕົວ​ຕົນ​ເອ​ເລັກ​ໂຕ​ນິກ​ຕາມ​ຂັ້ນ​ຕອນ​ຕ່າງໆ ແລະ ສະ​ໜອງ​ຂໍ້​ມູນ​ຕ່າງໆ ດັ່ງ​ນີ້:

ຂັ້ນ​ຕອນ​ທີ 1: ພົນ​ລະ​ເມືອງ​ລາຍ​ງານ​ຕໍ່​ເຈົ້າ​ໜ້າ​ທີ່​ກ່ຽວ​ກັບ​ການ​ເຮັດ​ສຳ​ນວນ​ຂໍ​ອອກ​ບັນ​ຊີ​ລະ​ບຸ​ຕົວ​ຕົນ​ເອ​ເລັກ​ໂຕ​ນິກ. ຂໍ້​ມູນ​ລົງ​ທະ​ບຽນ​ປະ​ກອບ​ດ້ວຍ​ໝາຍ​ເລກ​ໂທ​ລະ​ສັບ ແລະ ທີ່​ຢູ່ e-mail. ພົນ​ລະ​ເມືອງ​ສາ​ມາດ​ສະ​ໜອງ​ເພີ່ມ​ຂໍ້​ມູນ​ຕ່າງໆ​ກ່ຽວ​ກັບຜູ້​ທີ່​ຂຶ້ນ​ກັບ​ຮ່ວມ​ໃນ​ເອ​ກະ​ສານ​ຄັດ​ຕິດ. ກໍ​ລະ​ນີ​ພົນ​ລະ​ເມືອງ​ທີ່​ມີ​ຄວາມ​ຕ້ອງ​ການ​ລົງ​ທະ​ບຽນ​ຂໍ້​ມູນ​ຕ່າງໆ​ທີ່​ແທດ​ເໝາະ​ສະ​ແດງ​ໃນ​ລະ​ບົບ​ປະ​ຕິ​ບັດ​ການ​ລະ​ບຸ​ຕົວ​ຕົນ​ເອ​ເລັກ​ໂຕ​ນິກ​ແຫ່ງ​ຊາດ ໃນ​ປະ​ເພດ​ເອ​ກະ​ສານ​ເຊັ່ນ ໃບ​ອະ​ນຸ​ຍາດ​ຂັບ​ຂີ່, ຈົດ​ທະ​ບຽນ​ພາ​ຫະ​ນະ, ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ,…ນັ້ນ ໃຫ້​ນຳ​ເອົາ​ເອ​ກະ​ສານ​ເຫຼົ່າ​ນັ້ນທີ່​ເປັນ​ສະ​ບັບ​ຕົ້ນ​ເພື່ອ​ສົມ​ທຽບ.

ຂັ້ນ​ຕອນ​ທີ 2: ພົນ​ລະ​ເມືອງ​ດຳ​ເນີນ​ການ​ປະ​ກອບ​ສຳ​ນວນ​ຂໍ​ອອກ, ປ່ຽນ, ອອກ​ຄືນ ບັດ​ປະ​ຈຳ​ຕົວ​ປະ​ຊາ​ຊົນ​ທີ່​ຕິດ chip ເອ​ເລັກ​ໂຕ​ນິກ ຊຶ່ງ​ລວມ​ມີ ຂໍ້​ມູນ​ສ່ວນ​ບຸກ​ຄົນ/ພີ່​ນ້ອງ​ໃກ້​ຊິດ ຮ່ວມ​ກັບ​ຂໍ້​ມູນ biometric.

ຂັ້ນ​ຕອນ​ທີ 3: ເຈົ້າ​ໜ້າ​ທີ່​ສືບ​ຕໍ່​ແກ້​ໄຂ​ສຳ​ນວນ​ການ​ອອກ, ປ່ຽນ, ອອກ​ຄືນ​ບັດ​ປະ​ຈຳ​ຕົວ​ປະ​ຊາ​ຊົນ​ທີ່​ຕິດ chip ໃຫ້​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການອອກ​ບັດ​ປະ​ຈຳ​ຕົວ​ປະ​ຊາ​ຊົນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.