ເລີ່ມຈັດຕັ້ງການປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດຮູບແບບໃໝ່ໃນວັນທີ 02 ກຸມພາ 2019 ເປັນຕົ້ນໄປ

00:54 | 13/05/2019

ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງ ເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ວ່າດ້ວຍ ການຂຶ້ນທະບຽນວິສາຫະກິດ ເພື່ອເຮັດໃຫ້ການຂຶ້ນທະບຽນສ້າງຕັ້ງວິສາຫະກິດມີລະບົບເອກະພາບໄດ້ຮັບການຈັດຕັ້ງປະຕິບັດເປັນມາດຖານດຽວກັນໃນຂອບເຂດທົ່ວປະເທດ.

ເລີ່ມຈັດຕັ້ງການປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດຮູບແບບໃໝ່ໃນວັນທີ 02 ກຸມພາ 2019 ເປັນຕົ້ນໄປ

ຈັດຕັ້ງການປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດຮູບແບບໃໝ່ໃນວັນທີ 02 ກຸມພາ 2019 ເປັນຕົ້ນໄປ

ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງ ເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ວ່າດ້ວຍ ການຂຶ້ນທະບຽນວິສາຫະກິດ ເພື່ອເຮັດໃຫ້ການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ມີລະບົບເອກະພາບ ໄດ້ຮັບການຈັດຕັ້ງປະຕິບັດເປັນມາດຖານດຽວກັນໃນຂອບເຂດທົ່ວປະເທດ ແລະ ເພື່ອໃຫ້ການຂຶ້ນທະບຽນສ້າງຕັ້ງວິສາຫະກິດຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ແລະ ການຂໍອະນຸຍາດລົງທຶນ ຫລື ການຂໍອະນຸຍາດດໍາເນີນທຸລະກິດຂອງຂະແໜງການກ່ຽວຂ້ອງ ມີຄວາມສະດວກ, ຕໍ່ເນື່ອງ, ວ່ອງໄວ ແລະ ແນໃສ່ສ້າງບັນຍາກາດການປະກອບທຸລະກິດຕໍ່ການລົງທຶນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງຊາດ.

ການຂຶ້ນທະບຽນວິສາຫະກິດແມ່ນການຮັບຮອງກ່ຽວກັບການແຈ້ງຂຶ້ນທະບຽນວິສາຫະກິດ ຢ່າງຖືກຕ້ອງຕາມກົດຫມາຍຂອງລັດຕໍ່ບຸກຄົນ ຫຼື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວດຳເນີນທຸລະກິດຢູ່ ສປປລາວ. ທຸກການເຄື່ອນໄຫວທຸລະກິດ ຕ້ອງ ໄດ້ ຮັບ ການຂຶ້ນ ທະບຽນ ສ້າງຕັ້ງວິ ສາ ຫະກິດ (ສ່ວນ ບຸກຄົນ ຫລື ນິຕິບຸກຄົນ) ໃຫ້ຖືກຕ້ອງ ຕາມບົດບັນຍັດຂອງກົດໝາຍວ່າດ້ວຍ ວິສາຫະກິດ (ສະບັບປັບປຸງ), ເລກທີ 46/ສພຊ, ວັນທີ 26 ທັນວາ 2013, ເວັ້ນເສຍແຕ່ການເຄື່ອນໄຫວໃນບາງທຸລະກິດ ທີ່ບໍ່ຈໍາເປັນຕ້ອງຂຶ້ນທະບຽນວິສາຫະກິດ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນ ບຸກຄົນ ຫລື ນິຕິບຸກຄົນ) ດັ່ງກ່າວນີ້ ແມ່ນບໍ່ໄດ້ບົ່ງກິດຈະການໃດໆໃສ່ຫລັງໃບທະບຽນວິສາຫະກິດຄືທີ່ຜ່ານມາ. ພາຍຫຼັງການຂຶ້ນທະບຽນວິສາຫະກິດ, ກ່ອນຈະເຄື່ອນໄຫວທຸລະກິດໃນກິດຈະການໃດນຶ່ງທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃຫ້ວິສາຫະກິດນຳເອົາໃບທະບຽນວິສາຫະກິດ ແລະ ໜັງສືແນະນຳສະບັບກາແດງ ຫຼື ສຳເນົາ ສະເໜີຕໍ່ຂະແໜງການກ່ຽວຂ້ອງເພື່ອຂໍອະນຸຍາດດຳເນີນທຸລະກິດ ໃຫ້ຖືກຕ້ອງຕາມຂັ້ນຕອນທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້ ແລະສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ນັບແຕ່ວັນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ, ວິສາຫະກິດ ຕ້ອງດຳເນີນການເພື່ອໃຫ້ໄດ້ຮັບໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດຳເນີນທຸລະກິດໃນກິດຈະການໃດນຶ່ງ ພາຍໃນ 90 ເກົ້າສິບວັນ ເວັ້ນເສຍແຕ່ລະບຽບກົດໝາຍທີ່ກ່ຽວຂ້ອງກຳນົດໄດ້ເປັນຢ່າງອື່ນ. ນອກຈາກນັ້ນ, ນັບແຕ່ວັນໄດ້ຮັບໃບທະບຽນວິສາຫະກິດທີ່ມີລາຍການກິດຈະການສາມາດດໍາເນີນທຸລະກິດໄດ້ເລີຍ ຫຼື ໃບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດ ຕ້ອງເລີ່ມເຄື່ອນໄຫວທຸລະກິດຂອງຕົນ ພາຍໃນ 90 ວັນ. ກິດຈະການທີ່ຂະແໜງການກ່ຽວຂ້ອງອະນຸຍາດໃຫ້ເຄື່ອນໄຫວທຸລະກິດໄດ້ເລີຍໂດຍບໍ່ຈຳເປັນຕ້ອງຂໍໃບອະນຸຍາດລົງທຶນ ຫຼື ຂໍໃບອະນຸຍາດດໍາເນີນທຸລະກິດ ຊຶ່ງເປັນກິດຈະການທີ່ບໍ່ນອນໃນບັນຊີຄວບຄຸມ ຫຼື ກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ.

ດັ່ງນັ້ນ, ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ແມ່ນໃຫ້ເລີ່ມນັບແຕ່ວັນທີ 01 ກຸມພາ 2018 ເປັນຕົ້ນໄປ ໂດຍຕ້ອງລົງໃນຈົດໝາຍເຫດທາງລັດຖະການ ກ່ອນກໍານົດເວລາຈັດຕັ້ງປະຕິບັດດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: laotradeportal.gov.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.