COPI ຊ່ວຍເຫຼືອເດັກນ້ອຍແຂວງ ຟຸຖໍ້ ທີ່ຕິດເຊື່ອໂຄວິດ-19

14:45 | 24/02/2022

ຍ​ສ​ໝ - ວັນ​ທີ 22 ກຸມ​ພາ, ຢູ່​ທີ່​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ຟຸຖໍ້ , ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ Children of Peace International (COPI/ອາ​ເມ​ລິ​ກາ) ປະ​ສານ​ສົມ​ທົບ​ກັບ​ພະ​ແນກ​ການ​ຕ່າງ​ປະ​ເທດ ແລະ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ແຂວງ ຟຸຖໍ້ ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ເປັນ​ຢາ​ບຳ​ລຸງ 1.150 ຕຸກ ໃຫ້​ແກ່​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ເພື່ອ​ຊ່ວຍ​ເຫຼືອ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ໂຄວິດ-19 ໃນ​ພື້ນ​ທີ່​ແຂວງ ຟຸຖໍ້.

ອ​າ​ເມ​ລິ​ກາ ​ມອບເຄື່ອງ​ຈັດລຳດັບ​ແຢ​ນກວດ​​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ໂຄວິດ - 19 ອ​າ​ເມ​ລິ​ກາ ​ມອບເຄື່ອງ​ຈັດລຳດັບ​ແຢ​ນກວດ​​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ໂຄວິດ - 19
CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ

ພາຍຫຼັງ​ທີ່​ໄດ້​ສຳຫຼວດ​ຄວາມຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ ແລະ ແນ​ໃສ່​ຮ່ວມ​ມື​ກັບ​ແຂວງ ຟຸຖໍ້ ໃນ​ວຽກ​ງານຕ້ານ, ​ປ້ອງ​ກັນ ແລະ ຈຳ​ກັດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ອົງ​ການ COPI ຕົກ​ລົງ​ຊ່ວຍ​ເຫຼື​ອ​ຢາ​ບຳ​ລຸງ​ຍີ່​ຫໍ້ Ceelin ຈຳ​ນວນ 1.150 ຕຸກ ຊຶ່ງ​ຊ່ວຍ​ບຳ​ລຸງວິ​ຕາ​ມິນ C, ຍົກ​ລະ​ດັບ​ພູມ​ຕ້ານ​ທານ ແລະ ປັບ​ປຸງ​ສະ​ພາບ​ຮ່າງ​ກາຍ​ໃຫ້​ແກ່​ເປົ້າ​ໝາຍ​ທີ່​ເປັນ​ເດັກ​ນ້ອຍ​ຕ່ຳ​ກວ່າ 16 ປີ ທີ່​ຕິດ​ພະ​ຍາດ​ໂຄວິດ-19 ເປັນ​ມູນ​ຄ່າ​ທັງ​ໝົດ​ເກືອບ 42 ລ້ານ​ດົ້ງ. ນີ້​ເປັນ​ໜຶ່ງ​ໂຄງ​ການ​ທີ່​ມີ​ຄວາມ​ໝາຍ ແລະ ຈຳ​ເປັນ​ທີ່​ສຸດ​ໃຫ້​ແກ່​ປະ​ຊາ​ຊົນ - ເປັນ​ຕົ້ນ​ແມ່ນ​ເປົ້າ​ໝາຍ​ຜູ້​ທີ່​ຕິດ​ເຊື່ອ F0 ທີ່​ເປັນ​ເດັກ​ນ້ອຍ.

COPI ຊ່ວຍເຫຼືອເດັກນ້ອຍແຂວງ ຟຸຖໍ້ ທີ່ຕິດເຊື່ອໂຄວິດ-19
COPI ຊ່ວຍເຫຼືອເດັກນ້ອຍແຂວງ ຟຸຖໍ້ ທີ່ຕິດເຊື່ອໂຄວິດ-19. ພາບ​: baophutho.vn

ກ່າວ​ໃນ​ພິ​ທີ​ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ, ຕາງ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ ຟຸຖໍ້ ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ​ຕໍ່​ກັບ​ຄວາມ​ເອົາ​ໃຈ​ໃສ່, ການ​ແບ່ງ​ປັນ ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ອົງ​ການ ແລະ ຢືນ​ຢັນ​ວ່າ​ຈະ​ແບ່ງ​ປັນ, ນຳ​ໃຊ້​ຈຳ​ນວນ​ຢາ​ດັ່ງ​ກ່າວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ພ້ອມ​ທັງ​ຫວັງ​ວ່າ​ໃນ​ຕໍ່​ໜ້າ, ອົງ​ການ COPI ຈະ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ມື​ກັບ​ແຂວງ​ໃນ​ການ​ຈຳ​ກັດ​ການ​ແຜ່​ລະ​ບາດ, ຮັກ​ສາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ​ຂອງ​ແຂວງ ຟຸຖໍ້.

Children of Peace International (COPI) ແມ່ນອົງການທີ່ບໍ່ຂຶ້ນກັບລັດຖະບານຂອງອາເມລິກາ ສ້າງຕັ້ງຂຶ້ນໃນປີ 1993. COPI ເຄື່ອນ​ໄຫວໃນຂົງ​ເຂດຊ່ວຍ​ເຫຼືອການກວດ ແລະ ປິ່ນປົວພະຍາດໂດຍບໍ່​ເສັຍ​ຄ່າ, ຊ່ວຍເຫຼືອເດັກນ້ອຍທີ່ຫຍຸ້ງ​ຍາກດ້ອຍໂອກາດ (ບໍ່ລວມບັນ​ຫາການເອົາເດັກມາ​ເປັນ​ລູກ​ລ້ຽງ)

ຢູ່​ແຂວງ ຟຸຖໍ້, ກ່ອນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, COPI ​ໄດ້​ດຳ​ເນີນ 2 ​ໂຄງການ​ກວດ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ​ແຈກ​ຢາຍ​ຢາໂດຍບໍ່​ເສັຍ​ຄ່າ​ໃຫ້​ນັກຮຽນ​ປະຖົມ​ຢູ່​ບັນດາ​ທ້ອງ​ຖິ່ນ​ຄື: ຕາມນົງ, ດວານຮຸ່ງ, ແທງເຊີນ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.