ບັນ​ຍາ​ກາດ​ຟົດ​ຟື້ນ​ຢູ່ຕະຫຼາດດອກ​ໄມ້ ແລະ ຂອງ​ຂວັນ​ ໃນ​ວັນ​ແຫ່ງ​ຄວາມ​ຮັກ Valentine

07:55 | 15/02/2022

ໃນຕອນເຊົ້າຂອງວັນທີ 14 ກຸມພາ, ປະຊາຊົນ ຮ່າໂນ້ຍ ມີຄວາມຈັບໃຈ ແລະ ແປກປະຫຼາດໃຈ ເມື່ອເຫັນຖະໜົນສາຍຕ່າງໆຂອງນະຄອນ ເຕັມໄປດ້ວຍດອກໄມ້ຢ່າງສວຍງາມໃນວັນແຫ່ງຄວາມຮັກ.

ໂຮ້ຍ​ອານນອນ​ໃນ​ບັນ​ດາ​ສະ​ຖານ​ທີ່ ໂຣແມນ​ຕິກ​ທີ່​ສຸດ​ໃນ​ໂລກ ໂດຍ CNN ຄັດ​ເລືອກ ໂຮ້ຍ​ອານນອນ​ໃນ​ບັນ​ດາ​ສະ​ຖານ​ທີ່ ໂຣແມນ​ຕິກ​ທີ່​ສຸດ​ໃນ​ໂລກ ໂດຍ CNN ຄັດ​ເລືອກ
ເອກ​ອັກ​ຄະ​ລັດ​ຖະ​ທູດ ເລືອງ​ແທັງ​ງິ: ນ້ຳ​ໃຈ​ຂອງ​ຊາດ, ຄວາມ​ຮັກແພງ​ຂອງ​ພໍ່​ແມ່​ພີ່​ນ້ອງ​ໄດ້​ແຜ່​ກະ​ຈາຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ເລືອງ​ແທັງ​ງິ: ນ້ຳ​ໃຈ​ຂອງ​ຊາດ, ຄວາມ​ຮັກແພງ​ຂອງ​ພໍ່​ແມ່​ພີ່​ນ້ອງ​ໄດ້​ແຜ່​ກະ​ຈາຍ
ພາບປະກອບ: thuonghieucongluan.com.vn
ພາບປະກອບ: thuonghieucongluan.com.vn

ວັນທີ 14 ກຸມພາ ແມ່ນວັນແຫ່ງຄວາມຮັກ (Valentine’s Day), ເຊິ່ງແມ່ນວັນບຸນທີ່ປະຊາຊົນຫຼາຍປະເທດໃນໂລກເຊີດຊູຄວາມຮັກຂອງຄູ່ບ່າວສາວ.

ໃນຕອນເຊົ້າຂອງວັນທີ 14 ກຸມພາ, ປະຊາຊົນ ຮ່າໂນ້ຍ ມີຄວາມຈັບໃຈ ແລະ ແປກປະຫຼາດໃຈ ເມື່ອເຫັນຖະໜົນສາຍຕ່າງໆຂອງນະຄອນ ເຕັມໄປດ້ວຍດອກໄມ້ຢ່າງສວຍງາມໃນວັນແຫ່ງຄວາມຮັກ. ຖະໜົນດອກໄມ້ນີ້ ໂດຍ Ecopark ໄດ້ປະດັບປະດາດ້ວຍດອກກຸຫຼາບ 99.999 ດອກ. ບໍ່ພຽງແຕ່ເທົ່ານັ້ນ, ລົດຖີບ, ລົດໃຫຍ່ທີ່ເກົ່າແກ່ ແລະ ລົດເມ 2 ຊັ້ນ ກໍໄດ້ຈັດດອກໄມ້ຢ່າງສວຍງາມ.

ໃນຂະນະນັ້ນ, ຕະຫຼາດດອກໄມ້, ຂອງຂວັນຮັບໃຊ້ວັນບຸນແຫ່ງຄວາມຮັກ(Valentine) ຢູ່ ຫວຽດນາມ ໃນປີນີ້ ໄດ້ຮັບການຮັບຮູ້ວ່າຫຼາຍຮູບຫຼາຍແບບ, ຫຼາກຫຼາຍຊະນິດ ແລະ ລາຄາກໍເພີ່ມຂຶ້ນສູງ ເມື່ອທຽບໃສ່ວັນທຳມະດາ.

ຢູ່ຮ້ານຂາຍດອກໄມ້ຢູນະຄອນໃຫຍ່ແຫ່ງຕ່າງໆຄື ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ລ້ວນແຕ່ເພີ່ມລາຄາດອກໄມ້ຂຶ້ນ ແຕ່ 50% ຫາ 100%.

vovworld.vn

ເຫດການ
302 Found

Found

The document has moved here.