ແຂວງດົ່ງ​ທາບ​ສົ່ງ​ອອກງວດ​ໝາກ​ມ່ວງທຳ​ອິດ​ຍາມ​ຕົ້ນ​ປີ​ໄປ​ຍັງ​ເອີ​ລົບ

12:43 | 22/02/2022

ວັນທີ 19 ກຸມພາ, ແຂວງດົ່ງທາບໄດ້ຈັດຕັ້ງພິທີປະກາດການສົ່ງອອກງວດໝາກມ່ວງທຳອິດຍາມຕົ້ນປີ 2022 ໄປຍັງຕະຫຼາດເອີລົບ. ຫົວໜ່ວຍສົ່ງອອກໝາກມ່ວງແມ່ນບໍລິສັດຫຸ້ນສ່ວນແກນກົ໋ງວ່າງ ຫວຽດນາມ, ບໍລິສັດ Westerfarm ຈຳກັດ ( ເມືອງ ກາວແລງ). ສະຫະກອນການບໍລິການກະສິກຳ ຕິງເທີຍ (ນະຄອນກາວແລງ) ແມ່ນໜ່ວຍງານສະໜອງໝາກມ່ວງສົ່ງອອກ.

ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ
ສ. ເກົາຫຼີ ເປັນແຫຼ່ງຕະຫຼາດທີ່ນຳເຂົ້າປະເພດປາໝຶກທີ່ໃຫຍ່ທີ່ສຸດຂອງຫວຽດນາມ ສ. ເກົາຫຼີ ເປັນແຫຼ່ງຕະຫຼາດທີ່ນຳເຂົ້າປະເພດປາໝຶກທີ່ໃຫຍ່ທີ່ສຸດຂອງຫວຽດນາມ

ໝາກມ່ວງແມ່ນໜຶ່ງໃນບັນດາຂະແໜງສິນຄ້າຫຼັກແຫຼ່ງໃນແຜນການສ້າງໂຄງປະກອບກະສິກຳຄືນໃໝ່ຂອງແຂວງດົ່ງທາບ. ດ້ວຍເນື້ອທີ່ປູກໝາກມ່ວງຂອງແຂວງປະມານ 13.000 ແຮັກຕາ, ສະມັດຕະພາບເກືອບ 113.000 ໂຕນ.ໝາກມ່ວງ 3 ໂຕນຍາມຕົ້ນປີ 2022 ຂອງແຂວງດົ່ງທາບໄດ້ສົ່ງອອກໄປຍັງເອີລົບ ແມ່ນໝາກມ່ວງ ກາດຈຸ. ນີ້ແມ່ນໝາກມ່ວງທີ່ມີລະຫັດເຂດປູກຝັງ, ຕົ້ນກຳເນີດໝາກມ່ວງກາວແລງ.

ແຂວງດົ່ງ​ທາບ​ສົ່ງ​ອອກງວດ​ໝາກ​ມ່ວງທຳ​ອິດ​ຍາມ​ຕົ້ນ​ປີ​ໄປ​ຍັງ​ເອີ​ລົບ
ນຳໝາກມ່ວງຂຶ້ນລົດເພື່ອສົ່ງອອກ. ພາບ: ສໍານັກຂ່າວສານຫວຽດນາມ.

ຊຸມປີຜ່ານມາ, ແຂວງດົ່ງທາບ ໄດ້ສຸມໃສ່ລົງທຶນແຫຼ່ງກຳລັງໃຫ້ແກ່ຂະແໜງໝາກມ່ວງກ່ຽວກັບພື້ນຖານໂຄງລ່າງດ້ານເຕັກນິກ, ການຜະລິດຕາມມາດຖານ VietGAP, GlobalGAP. ມາຮອດປັດຈຸບັນ, ບັນດາເຮືອນສວນປູກໝາກມ່ວງໃນແຂວງດົ່ງທາບ ໄດ້ສ້າງຕັ້ງຂຶ້ນສະຫະກອນ 8 ແຫ່ງ, 37 ໜ່ວຍຮ່ວມມື ແລະ ສະມາຄົມກະສິກຳ 23 ແຫ່ງ; ມີການເຊື່ອມຕໍ່ຜະລິດ ແລະ ຊົມໃຊ້ໝາກມ່ວງຍາວນານບົນເນື້ອທີ່ກວ່າ 1000 ແຮັກຕາ ດ້ວຍວິສາຫະກິດ ກ່ວາ 10 ແຫ່ງ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.