ສ. ເກົາຫຼີ ເປັນແຫຼ່ງຕະຫຼາດທີ່ນຳເຂົ້າປະເພດປາໝຶກທີ່ໃຫຍ່ທີ່ສຸດຂອງຫວຽດນາມ

08:46 | 21/02/2022

ຍ​ສ​ໝ - ກວມ 41% ມູນ​ຄ່າ​ທັງ​ໝົດ​ຂອງ​ການ​ສົ່ງ​ອອກປະ​ເພດ​ປາ​ໝຶກຂອງ​ຫວຽດ​ນາມນັ້ນ, ເກົາຫຼີ​ແມ່ນ​ກຳ​ລັງ​ເປັນ​ແຫຼ່ງ​ຕະຫຼາດ​ທີ່​ນຳ​ເຂົ້າ​ປາ​ໝຶກ, ປາ​ໝຶກ​ໜວດ ທີ່​ໃຫຍ່​ທີ່​ສຸດ​ໃນ​ປັດ​ຈຸ​ບັນ.

ມີ​ວິ​ສາ​ຫະກິດ ສ.​ເກົາຫຼີ ຫຼາຍ​ແຫ່ງ​ມີ​ຄວາມ​ສົນ​ໃຈ​ມາ​ລົງທຶນ​ຢູ່ ຫາຍ​ເຢືອງ ມີ​ວິ​ສາ​ຫະກິດ ສ.​ເກົາຫຼີ ຫຼາຍ​ແຫ່ງ​ມີ​ຄວາມ​ສົນ​ໃຈ​ມາ​ລົງທຶນ​ຢູ່ ຫາຍ​ເຢືອງ
ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືອັນເລິກເຊິງໃນຫຼາຍຂົງເຂດ ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືອັນເລິກເຊິງໃນຫຼາຍຂົງເຂດ

ຕາມ​ຂໍ້​ມູນ​ຈາກ​ສະ​ຫະ​ພັນ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ການ​ປະ​ມົງ​ຫວຽດ​ນາມ (VASEP), ການ​ສົ່ງ​ອອກ​ປາ​ໝຶກ, ປາ​ໝຶກ​ໜວດ​ຫວຽດ​ນາມ ໄປ​ຍັງ​ເກົາຫຼີ ມີ​ການ​ຟື້ນ​ຟູ​ດີ​ຂຶ້ນ​ໃນ​ງວດ 4/2021 ດ້ວຍ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ 82,1 ລ້ານ ໂດ​ລາ USD, ເພີ່ມ​ຂຶ້ນ 20% ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020. ໝົດ​ປີ 2021 ການ​ສົ່ງ​ອອກ​ໄປ​ຍັງ​ແຫຼ່ງຕະ​ຫຼາດ​ນີ້ບັນ​ລຸ 247,9 ລ້ານ USD, ເພີ່ມ​ຂຶ້ນ​ເກືອບ 7% ທຽບ​ກັບ​ປີ 2020.

ສ. ເກົາຫຼີ ເປັນແຫຼ່ງຕະຫຼາດທີ່ນຳເຂົ້າປະເພດປາໝຶກທີ່ໃຫຍ່ທີ່ສຸດຂອງຫວຽດນາມ
ພາບ​ປະ​ກອບ: baocongthuong

ຕາມ​ການ​ສັງ​ລວມ​ຂອງ​ຂະ​ແໜງ​ການພາ​ສີ​ຫວຽດ​ນາມ, ປາ​ໝຶກ​ໜວດ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ສົ່ງ​ອອກ​ເປັນ​ກຳ​ລັງຫຼັກ​ຂອງ​ຫວຽດ​ນາມ​ ໄປ​ຍັງ​ແຫຼ່ງ​ຕະຫຼາດ​ນີ້​ໃນ​ປີ 2021, ໃນ​ນັ້ນຫຼາຍ​ທີ່​ສຸດ​ແມ່ນ​ຜະ​ລິດ​ຕະ​ພັນ​ປາ​ໝຶກ​ໜວດ​ແຊ່​ແຂງ ກວມ 78% ມູນ​ຄ່າ​ທັງ​ໝົດ​ຂອງ​ການ​ສົ່ງ​ອອກ. ການ​ທີ່​ໄດ້​ຮັບ​ບຸ​ລິ​ມະ​ສິດ​ທາງ​ພາ​ສີ​ອາ​ກອນ 0% ໄດ້​ຊ່ວຍ​ໃຫ້ຫວຽດ​ນາມເພີ່ມ​ຈຳ​ນວນ​ປາ​ໝຶກ​ໜວດ​ສົດ ແລະ ແຊ່​ແຂງ ໄປ​ຍັງ​ແຫຼ່ງ​ຕະຫຼາດ​ເກົາຫຼີ. ກົງ​ກັນ​ຂ້າມ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ປາ​ໝຶກ​ແຫ້ງ ແລະ ປາ​ໝຶກ​ສົດ/ແຊ່​ແຂງ ຫຼຸດ​ລົງ​ເປັນ​ລຳ​ດັບ 23% ແລະ 7%.

ມູນ​ຄ່າ​ການ​ສົ່ງ​ອອກຜະ​ລິດ​ຕະ​ພັນ 2 ກຸ່ມ​ຄື ປາ​ໝຶກ​ໜວດ​ປຸງ​ແຕ່ງ ແລະ ປາ​ໝຶກ​ໜວດ​ແຫ້ງ, ແຊ່ເຄັມ, ສົດ​, ແຊ່​ແຂງ ເພີ່ມ​ຂຶ້ນ​ເປັນ​ລຳ​ດັບ 3% ຫາ 13%. ການ​ສົ່ງ​ອ​ອອກ​ປາ​ໝຶກ​ປຸງ​ແຕ່ງ​ເພີ່ມ​ຂຶ້ນ​ແຂງ​ທີ່​ສຸດ 52%.

ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ ITC, ຫວຽດ​ນາມ​ຢືນ​ຢູ່​ອັນ​ດັບ​ທີ​ສອງທາງ​ດ້ານ​ການ​ສະ​ໜອງ​ປາ​ໝຶກ, ປາ​ໝຶກ​ໜວດ​ໃຫ້​ແກ່​ເກົາຫຼີ ຖັດ​ຈາກ​ຈີນ. ປາ​ໝຶກ​ໜວດ​ແຊ່​ແຂງ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ຖືກ​ນຳ​ເຂົ້າຫຼາຍ​ທີ່​ສຸດ​ເຂົ້າ​ເກົາຫຼີ, ກວມ 39% ມູນ​ຄ່າ​ທັງ​ໝົດການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ປາ​ໝຶກ, ປາ​ໝຶກ​ໜວດ ເຂົ້າ​ແຫຼ່ງ​ຕະຫຼາດ​ນີ້. ຕາມ​ຕົວ​ເລກ​ສະ​ຖິ​ຕິ​ຂອງ kita.org, ຫວຽດ​ນາມ​ເປັນ​ແຫຼ່ງ​ສະ​ໜອງ​ປາ​ໝຶກ​ໜວດ​ແຊ່​ແຂງ​ທີ່​ໃຫຍ່​ທີ່​ສຸດ​ໃຫ້​ແກ່​ເກົາຫຼີ, ກວມ 43% ສ່ວນ​ແບ່ງ​ຕະຫຼາດ. ຈີນ​ຢືນ​ຢູ່​ອັນ​ດັບ​ທີ​ສອງກວມ 41% ສ່ວນ​ແບ່ງ​ຕະຫຼາດ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.