ແນະນໍາອາຫານການກິນຫວຽດນາມ ຢູ່ກາຊັກສະຖານ

08:45 | 21/02/2022

ຍສໝ - ຫວ່າງແລ້ວນີ້, ສະຖານທູດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ວັນ​ອາຫານ​ການກິນ ຫວຽດນາມ ຢູ່​ຮ້ານ​ອາຫານ​ແຫ່ງ​ໜຶ່ງ​ຢູ່​ໃຈກາງ​ນະຄອນຫຼວງ Nur-Sultan (ກາ​ຊັກ​ສະຖານ). ພະນັກງານ, ພາລະກອນຂອງສະຖານທູດທຸກຄົນ ຕັ້ງໜ້າເຂົ້າ ຮ່ວມການກະກຽມປຸງແຕ່ງອາຫານພື້ນເມືອງຫວຽດນາມ ເພື່ອແນະນຳໃຫ້ແຂກໄດ້ລອງຮັບປະທານອາຫານ.

ຢໍ່ຈືນຫວຽດນາມ - ໜຶ່ງໃນປະເພດອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບລະດັບຕົ້ນຂອງຄົນຝຣັ່ງ ຢໍ່ຈືນຫວຽດນາມ - ໜຶ່ງໃນປະເພດອາຫານທີ່ໄດ້ຮັບຄວາມນິຍົມຊົມຊອບລະດັບຕົ້ນຂອງຄົນຝຣັ່ງ
ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນລະດູບານໃໝ່ປີ 2022 ຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານເນື່ອງໃນ ໂອກາດບຸນປີໃໝ່ປະຈໍາຊາດ ແລະວັນບຸນລະດູບານໃໝ່ປີ 2022

ນີ້​ແມ່ນ​ບັນດາ​ເຍື່ອງ​ອາຫານ​ທີ່ຫຼາຍຄົນ​ມັກ​ທີ່​ສຸດ (​ເຝີ, ຢໍ່ຈືນ, ເຂົ້າຕົ້ມ...), ​ເຊິ່ງປະຊາຊົນນິຍົມທີ່ສຸດໃນລາຍການ​​ອາຫານຂອງບັນດາຮ້ານອາຫານ​ຫວຽດນາມ ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ ​ເຊັ່ນ: ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.​ເກົາຫຼີ, ຣັດ​ເຊຍ...

ແນະນໍາອາຫານການກິນຫວຽດນາມ ຢູ່ກາຊັກສະຖານ
ແນະນໍາອາຫານການກິນຫວຽດນາມ ຢູ່ກາຊັກສະຖານ. ພາບ: baoquocte.vn

ບັນດາ​ພະນັກງານ, ພາລະກອນ​ຂອງ​ສະຖານທູດ ​ໄດ້​ອອກ​ແບບ ​ແລະ ພິມ​ໃບ​ປິວ​ແນະນຳ​ອາຫານ​ຫວຽດນາມ ​ເພື່ອ​ແຈກ​ຢາຍ​ໃຫ້​ແຂກ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ອາຫານ​ຫວຽດນາມ.

ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກາ​ຊັກ​ສະຖານ ​ແລະ ພະນັກງານ​ສະຖານທູດ​ໃນ​ຊຸດ​ອາພອນ​ປະຈຳ​ຊາດ ​ໄດ້​ແນະນຳ​ບັນດາ​ເຍື່ອງ​ອາ​ຫານ​ຫວຽດນາມ, ແນະນຳ​​ວິທີເຮັດຢໍ່, ຫໍ່​ເຂົ້າຕົ້ມ...ໃຫ້​ແຂກ. ແຂກ​ລ້ວນ​ແຕ່​ປະ​ທັບ​ໃຈ​ກັບ​ລົດ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຝີ, ຢໍ່, ເຂົ້າຕົ້ມ...

ບູນມີ