ຫວຽດນາມ ເຊັນສົນທິສັນຍາຫຼາຍຝ່າຍ ກ່ຽວກັບການຕ້ານການໜີພາສີ

07:58 | 14/02/2022

ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານອົງການຈັດຕັ້ງຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຢູ່ປາຣີ, ທ່ານ ດິງຕວ່ານຖັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຝລັ່ງ ໄດ້ຕາງໜ້າການນໍາ ສສ ຫວຽດນາມ ເຊັນສົນທິສັນຍາຫຼາຍຝ່າຍ ກ່ຽວກັບການປະຕິບັດບັດບັນດາມາດຕະການທີ່ກ່ຽວຂ້ອງເຖິງສັນຍາ ເພື່ອແນໃສ່ສະກັດກັ້ນການໜີພາສີ ແລະ ເຄື່ອນຍ້າຍກໍາໄລ (MLI).

ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ຫວຽດນາມ ເຊັນສົນທິສັນຍາຫຼາຍຝ່າຍ ກ່ຽວກັບການຕ້ານການໜີພາສີ
ພາບປະກອບ: TTXVN

ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານ Yoshiki Takeuchi ຮອງເລຂາທິການ OECD ຊົມເຊີຍຫວຽດນາມ ພ້ອມກັບບັນດາປະເທດ, ເຂດແຄ້ວນອື່ນໆ ທີ່ໄດ້ເຂົ້າຮ່ວມ MLI ຄື: ໄທ, ເລໂຊໂທ; ພ້ອມທັງເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມ ຕ້ານການໜີພາສີ ແລະເຄື່ອນຍ້າຍກໍາໄລ ຈະບໍ່ປະສົບຜົນສໍາເລັດ ຖ້າບໍ່ມີ ການກະທໍາລວມໝູ່ ແລະ ການຮ່ວມແຮງຮ່ວມໃຈຂອງບັນດາຝ່າຍ.

ທ່ານ ດິງຕວ່ານຖັ໊ງ ຢັ້ງຢືນວ່າ ເລື່ອງເປີດກວ້າງພື້ນຖານພາສີ, ຕ້ານການເສຍ ຫາຍແຫຼ່ງລາຍຮັບ ແລະ ການເຄື່ອນຍ້າຍກໍາໄລແມ່ນໜ້າທີ່ຈຸດສຸມໃນ ຍຸດທະສາດປະຕິຮູບລະບົບພາສີຂອງຫວຽດນາມ ແລະ ເລື່ອງລົງນາມ, ຜັນຂະຫຍາຍບັນດາຄໍາໝັ້ນສັນຍາສາກົນທີ່ກ່ຽວຂ້ອງຄື MLI ໄດ້ຮັບການກໍານົດວ່າ ແມ່ບຸລິມະສິດ ແລະ ພວມໄດ້ຮັບການປະຕິບັດ ໂດຍກະຊວງການເງິນ ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.