ລາວ ອະນຸຍາດໃຫ້ພາກເອກະຊົນກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບຫວຽດນາມ

16:30 | 10/02/2022

ລັດຖະບານລາວ ໄດ້ອະນຸຍາດໃຫ້ 2 ບໍລິສັດເອກະຊົນດຳເນີນການຄົ້ນຄວ້າຄວາມເປັນໄປໄດ້ໃນການກໍ່ສ້າງສາຍສົ່ງໄຟຟ້າ 220kV, ເພື່ອສົ່ງໄຟຟ້າຈາກເຂື່ອນໄຟຟ້ານ້ຳຕົກຢູ່ພາກເໜືອລາວໄປ ຫວຽດນາມ.

ຍົກສູງວຽກງານ​ກູ້​ໄພ​ທາງ​ທະ​ເລ ​ເພື່ອ​ຊ່ວຍ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະ ຍົກສູງວຽກງານ​ກູ້​ໄພ​ທາງ​ທະ​ເລ ​ເພື່ອ​ຊ່ວຍ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ ​ແລະ ໝູ່​ເກາະ
ເຊື່ອມ​ຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ​ຮັກ​ຊາດ ອວ່າຍໜ້າເມືອ​ບ້ານ​ເກີດ​ເມືອງ​ນອນ ເຊື່ອມ​ຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ​ຮັກ​ຊາດ ອວ່າຍໜ້າເມືອ​ບ້ານ​ເກີດ​ເມືອງ​ນອນ

ຖ້າວ່າການຕີລາຄາຄວາມເປັນໄປໄດ້ໄດ້ຮັບການຮັບຮອງເອົາ, ສາຍສົ່ງໄຟຟ້ານີ້ຈະໄດ້ກໍ່ສ້າງຈາກເຂື່ອນໄຟຟ້ານ້ຳອູ 3, 4, 5, 6 ແລະ 7 ແລ້ວສົ່ງຜ່ານແຂວງຫຼວງພະບາງ ແລະຜົ້ງສາລີ ໄປຮອດຊາຍແດນຫວຽດນາມ.

ລາວ ອະນຸຍາດໃຫ້ພາກເອກະຊົນກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບຫວຽດນາມ
ລັດຖະບານລາວ ອະນຸຍາດໃຫ້ບໍລິສັດເອກະຊົນດຳເນີນການຄົ້ນຄວ້າກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບລະບົດໄຟຟ້າຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ສິ່ງດັ່ງກ່າວດຳເນີນໃນສະພາບການລາວ ຢາກສົ່ງອອກໄຟຟ້າຕື່ມອີກເພື່ອຕອບສະໜອງຄວາມຕ້ອງການພະລັງງານທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ. ປະຈຸບັນ, ລາວ ໄດ້ສົ່ງອອກໄຟຟ້າກວ່າ 6.423MW, ເປັນຕົ້ນແມ່ນສົ່ງອອກບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນ້ັນມີຫວຽດນາມ. ຕາມໜັງສືພິມ Vientiane Times, ພິທີລົງນາມບົດບັນທຶກຊ່ວຍຈໍາກ່ຽວກັບການຄົ້ນຄວ້າດັ່ງກ່າວໄດ້ດຳເນີນໃນທ້າຍອາທິດກ່ອນລະຫວ່າງຜູ້ຕາງໜ້າລັດຖະບານລາວ ແລະຜູ້ຕາງໜ້າບໍລິສັດ CTC Development Group Sole ຈໍາກັດ ແລະບໍລິສັດຫຸ້ນສ່ວນກໍ່ສ້າງຫວູທູ ຂອງຫວຽດນາມ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.