ລະດູບານໃໝ່ຢູ່ ເຈື່ອງຊາ

17:37 | 04/02/2022

ບັນດາຄູ່ຜົວເມຍ ເຊິ່ງພວກຂ້າພະເຈົ້າ ໄດ້ພົບຢູ່ເຈື່ອງຊາ ສ່ວນຫຼາຍແມ່ນຢູ່ໃນເກນອາຍຸແຕ່ 30 ເຖິງ 45 ປີ. ເຖິງວ່າ ເຂົາເຈົ້າ ທໍາມາຫາກິນດ້ວຍຫຼາຍອາຊີບທີ່ແຕກຕ່າງກັນກໍ່ຕາມ ແຕ່ ເຂົາເຈົ້າ ກໍ່ມີຈຸດທີ່ຄ້າຍຄືກັນ ນັ້ນແມ່ນຍາມໃດກໍມີຄວາມປະເອີບໃຈ, ຮັກຊີວິດຂອງຕົນ. ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈໍາຊາດ ປີຂານ 2022, ຢູ່ໃນເຮືອນທີ່ອົບອຸ່ນນັ້ນ ຍິ່ງເຕັມໄປດ້ວຍສຽງຫົວແຫ່ງຄວາມຮັກແພງ ແລະເບີກບານມ່ວນຊື່ນ.

ຮຽກຮ້ອງໃຫ້ຈີນ ຢຸດເຊົາການກະທຳທີ່ລະເມີດໃນໝູ່ເກາະ ເຈື່ອງຊາ ຢ່າງທັນທີ ຮຽກຮ້ອງໃຫ້ຈີນ ຢຸດເຊົາການກະທຳທີ່ລະເມີດໃນໝູ່ເກາະ ເຈື່ອງຊາ ຢ່າງທັນທີ
ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ ກະຊວງການຕ່າງປະເທດຫວຽດນາມ ຄັດຄ້ານຕໍ່ບັນດາການກະທຳລ່ວງລ້ຳອາທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງ ຫວຽດນາມ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ຮວ່າງຊາ
ຄວາມຮັກແພງແຂກຂອງບັນດາຄອບຄົວຢູ່ເກາະຊິງໂຕ່ນ. ພາບ: ແມ້ງຮຸ່ງ.
ຄວາມຮັກແພງແຂກຂອງບັນດາຄອບຄົວຢູ່ເກາະຊິງໂຕ່ນ. ພາບ: ແມ້ງຮຸ່ງ.

ໃນເວລາ 5 ໂມງເຊົ້າ, ສຽງກະແລ່ງປຸກຕື່ນຕອນເຊົ້າໄດ້ດັງຂຶ້ນຢູ່ເກາະຊິງໂຕ່ນ ກໍ່ແມ່ນເວລາທີ່ທຸກການເຄື່ອນໄຫວຂອງປະຊາຊົນຢູ່ຕາແສງເກາະ ໄດ້ເລີ່ມຂຶ້ນ. ເວລາ 6 ໂມງ 45 ນາທີ, ພວກຂ້າພະເຈົ້າ ໄດ້ໄປຢາມເຮືອນຂອງອ້າຍ ບຸ່ຍວັນຮຶງ ແລະເອື້ອຍ ລຶວທິຊວນ ທີ່ຢູ່ຫ່າງຈາກນັ້ນບໍ່ໄກປານໃດ, ເຫັນຮ້ອຍໂທ ຫງວຽນວັນທວານ, ຫົວໜ້າສຸກສາລາ ເກາະຊິງໂຕ່ນ ໄດ້ຊ່ວຍຄອບຄົວອ້າຍ ຮຶງ ສົ່ງລູກໄປໂຮງຮຽນ. ເຫຍັ້ນນໍ້າຕ້ອນຮັບແຂກ, ອ້າຍ ຮຶງ ໄດ້ເລົ່າໃຫ້ຟັງດ້ວຍໃບໜ້າຍິ້ມແຍ້ມແຈ່ມໃສວ່າ: “ຜົວເມຍຂ້າພະເຈົ້າ ຢູ່ແຂວງຝູອຽນ, ມາສ້າງອາຊີບຢູ່ຍາຈາງ ແລະເວລາໃນການດໍາລົງຊີວິດຢູ່ເກາະແຫ່ງນີ້ຍັງບໍ່ທັນຫຼາຍ. ຮູ້ວ່າ ຄອບຄົວຂ້າພະເຈົ້າ ຍັງບໍ່ທັນລຶ້ງເຄີຍ ແລະຕ້ອງຕື່ນແຕ່ເຊົ້າເພື່ອໄປເຮັດວຽກ, ສະນັ້ນ ເຊົ້າມື້ໃດ ອ່າວ ທວານ ກໍມາຊ່ວຍເອົາພວກຫຼານໄປໂຮງຮຽນ. ພວກອ່າວທະຫານຢູ່ສຸກສາລາມີນິໄສມັກມ່ວນ ແລະມີຄວາມສຸດອົກສຸດໃຈຫຼາຍ. ສ່ວນນີ້ແມ່ນຕູ້ເຢັນທີ່ຄອບຄົວຂ້າພະເຈົ້າ ຫາກໍ່ໄດ້ຮັບ, ຍ້ອນມີຕູ້ເຢັນ ສະນັ້ນສະບຽງອາຫານຂອງພວກເດັກນ້ອຍ ແລະຄອບຄົວ ຈຶ່ງຮັກສາໄດ້ດີກວ່າ”.

ຄວາມຜາສຸກກໍໄດ້ປະກົດຕົວຂຶ້ນໃນສາຍຕາຂອງຜົວເມຍ ອ້າຍ ເງິນວັນວິ້ງ, ເອື້ອຍ ທ່ຽວທິຊວານ ແລະບັນດາຄອບຄົວຢູ່ເກາະເຈື່ອງຊາໃຫຍ່ ຍ້ອນວ່າໜຶ່ງປີກວ່າຜ່ານມາ, ພະຍາດໂຄວິດ-19 ແຜ່ລະບາດ ກະເລີຍວ່າ ດຽວນີ້ ເກາະເຈື່ອງຊາໃຫຍ່ ຈຶ່ງໄດ້ຕ້ອນຮັບຄະນະປະຕິບັດງານທີ່ມາຈາກເຂດດິນຕໍ່ແຜ່ນມາຢ້ຽມຢາມ. ກໍຄື ເກາະຊິງໂຕ່ນ, ລະດູນີ້ສີຟ້າໄດ້ປົກຄຸມໄປທົ່ວເກາະເຈື່ອງຊາໃຫຍ່. ໃນສວນຜັກນ້ອຍຕອນໜຶ່ງທີ່ຢູ່ຕໍ່ໜ້າເດີ່ນບ້ານຂອງແຕ່ລະຄອບຄົວລ້ວນແຕ່ມີຄ້າງໝາກນ້ຳ, ໝາກອຶເປັນໝາກດົກໜາຫ້ອຍໂຕ້ນເຕ້ນແກວ່ງໄກວໄປຕາມສາຍລົມ, ມີຜັກຂຽວຫຼາຍຖັງ ແລະຜັກປັງຂຶ້ນເຕັມຮົ້ວ; ຢູ່ຫຼັງບ້ານມີຝູງໝູ, ເປັດ, ໄກ່ ຮ້ອງຢ່າວໆຢາກກິນອາຫານ...

ອ້າຍ ເງິນວັນວິ້ງ ເລົ່າສູ່ຟັງວ່າ: “ຂ້າພະເຈົ້າ ເຂົ້າເປັນທະຫານລາດມາໄດ້ສອງປີແລ້ວ. ຢູ່ເກາະແຫ່ງນີ້, ພວກຂ້າພະເຈົ້າ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່, ໄດ້ຮັບການຊ່ວຍເຫຼືອຈາກພະນັກງານ, ນັກຮົບ. ມີວຽກຫຍັງ, ທະຫານ ກໍ່ພ້ອມໃຫ້ການຊ່ວຍເຫຼືອໃນທັນທີ. ລູກກົກຂອງຂ້າພະເຈົ້າ ຮຽນຈົບໂຮງຮຽນປະຖົມສົມບູນຢູ່ເກາະແຫ່ງນີ້ ແລະດຽວນີ້ທາງອໍານາດການປົກຄອງ ແລະທະຫານ ກໍ່ໃຫ້ການຊ່ວຍເຫຼືອສົ່ງໄປຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນຢູ່ເຂດດິນຕໍ່ແຜ່ນ. ຕອນເກີດລູກຜູ້ທີສອງ, ກໍາປັ່ນທະຫານເຮືອກໍ່ໄດ້ສົ່ງເມຍຂ້າພະເຈົ້າ ໄປເກີດຢູ່ເຂດດິນຕໍ່ແຜ່ນຢ່າງປອດໄພ. ເມື່ອລູກແຂງແຮງແລ້ວ, ຂ້າພະເຈົ້າ ຊໍ້າພັດໄດ້ຂີ່ກໍາປັ່ນທະຫານເຮືອໄປຮັບລູກ ແລະເມຍ ມາດໍາລົງຊີວິດຢູ່ເກາະແຫ່ງນີ້”.

ຕາມທ່ານພັນເອກ ເລຈ້ອງທົງ ພະນັກງານການເມືອງເກາະຊິງໂຕ່ນແລ້ວ, ປັດຈຸບັນ, ບັນດາຄອບຄົວຢູ່ເກາະເຈື່ອງຊາ ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຈາກພັກ, ລັດ, ກະຊວງປ້ອງກັນປະເທດ ກ່ຽວກັບໜ້າທີ່ວຽກງານ, ລະບອບ, ນະໂຍບາຍເກື້ອກູນ, ເງື່ອນໄຂດໍາລົງຊີວິດ. ໄປຄຽງຄູ່ກັນນັ້ນແມ່ນການຮ່ວມແຮງຮ່ວມໃຈຊ່ວຍເຫຼືອຂອງທະຫານ, ປະຊາຊົນ, ບັນດາອົງການຈັດຕັ້ງມະຫາຊົນໃນທົ່ວປະເທດ. ຍ້ອນເຫດນັ້ນ, ຊີວິດຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ຈຶ່ງມີການປ່ຽນແປງຫຼາຍ. ສ່ວນສະຫາຍ ເລດິ່ງຫາຍ ປະທານຄະນະກໍາມະການປະຊາຊົນເມືອງເຈື່ອງຊາ ໃຫ້ຮູ້ດ້ວຍຄວາມປິຕິຊົມຊື່ນວ່າ: “ໃນຊຸມປີຜ່ານມາ, ທະຫານຢູ່ເກາະ ຍາມໃດກໍສົມທົບຢ່າງແໜ້ນແຟ້ນກັບອໍານາດການປົກຄອງທ້ອງຖິ່ນເພື່ອເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຢ່າງເປັນປະຈໍາ. ບັນດາຄອບຄົວທີ່ຫາກໍມາດໍາລົງຊີວິດຢູ່ໃນເກາະ, ທະຫານ ແລະອໍານາດການປົກຄອງຕາແສງເກາະ ກໍ່ໄດ້ຈັດການໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນ; ຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ; ຈັດແບ່ງພະນັກງານ, ນັກຮົບຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈົນຮອດຍາມທີ່ເຂົາເຈົ້າ ມີບ່ອນກິນບ່ອນຢູ່ເປັນປົກກະຕິ, ຍ້ອນເຫດນັ້ນ, ນໍ້າໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ ຈຶ່ງນັບມື້ນັບໝັ້ນແກ່ນໜຽວແໜ້ນ”.

la.qdnd.vn

ເຫດການ
302 Found

Found

The document has moved here.