ຊຸກ​ຍູ້​ການ​ຖ່າຍ​ທອດ, ເປັນ​ເຈົ້າ​ຂອງ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ ຫວຽດ​ນາມ

19:07 | 27/01/2022

ຍສ​ໝ -ວັນ​ທີ 26 ມັງ​ກອນ ປີ 2022 ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຫາ​ກໍ່​ລົງ​ນາມ​ຂໍ້​ຕົກ​ລົງເລກ​ທີ 138 ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ ບາງ​ມາດ​ຕາ​ຂອງ​ຂໍ້​ຕົກ​ລົງເລກ​ທີ 1851 ລົງ​ວັນ​ທີ 27 ທັນ​ວາ ປີ 2018 ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ແຜນ​ຮ່າງ “ຊຸກ​ຍູ້​ການ​ຖ່າຍ​ທອດ, ເປັນ​ເຈົ້າ​ຂອງ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​ຫວຽດ​ນາມ ໃນ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ​ບຸ​ລິ​ມະ​ສິດ ໄລ​ຍະ​ຮອດ​ປີ 2025, ກຳ​ນົດ​ທິດ​ຮອດ​ປີ 2030”.

ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ພໍ່​ແມ່​ປະ​ຊາ​ຊົ​ນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃຫ້​ຫ​ແກ່​ປະ​ເທດ​ຊາດ
ສ້າງ​ເງື່ອນ​ໄຂການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ພ້ອມ​ກັບ​ພີ່​ນ້ອງ​ກັບ​ເມືອ​ປະ​ເທດ ສ້າງ​ເງື່ອນ​ໄຂການ​ເຂົ້າ​ເມືອງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ, ຊາວ​ຫວຽດ​ນາມ ພ້ອມ​ກັບ​ພີ່​ນ້ອງ​ກັບ​ເມືອ​ປະ​ເທດ
ຊຸກ​ຍູ້​ການ​ຖ່າຍ​ທອດ, ເປັນ​ເຈົ້າ​ຂອງ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ ຫວຽດ​ນາມ
ພາບ​ປະ​ກອບ: baochinhphu.vn

ຕາມ​ນັ້ນ​ແລ້ວ, ກໍເພີ່ມ​ເຕີມ​ບາງ​ເປົ້າ​ໝາຍ​ລະ​ອຽດຂອງ​ແຜນ​ຮ່າງ ແມ່ນຮອດ​ປີ 2025, ພື້ນ​ຖານ​ຂໍ້​ມູນເອ​ກະ​ສານ​ເຕັກ​ໂນ​ໂລ​ຢີ​ຕ່າງ​ປະ​ເທດ 4000 ຊຸດ​ໄດ້​ລວບ​ລວມ, 400 ເຕັກ​ໂນ​ໂລ​ຢີ ຖ່າຍ​ທອດ, 10 ເຕັກ​ໂນ​ໂລ​ຢີ​ແກ້ລະ​ຫັດ, ເປັນ​ເຈົ້າ​ຂອງ, 4000 ພະ​ນັກ​ງານ, ນັກ​ເຕັກ​ນິກ, ນັກ​ຄຸ້ມ​ຄອງ​ເຕັກ​ໂນ​ໂລ​ຢີ, ແກ້​ລະ​ຫັດ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ, ຕີ​ລາ​ຄາ​ເຕັກ​ໂນ​ໂລ​ຢີ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜ່ານ​ຮູບ​ແບບ​ທາງ​ໄກ ແລະ ໂດຍ​ກົງ, ສ້າງ​ເຄືອ​ຂ່າຍ 200 ຄູ່​ຮ່ວມ​ມືເຕັກ​ໂນ​ໂລ​ຢີ​ສາ​ກົນ, ຈຳ​ນວນ​ໂຄງ​ການ FDI ທີ່ມີ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລຢີໃຫ້​ແກ່​ວິ​ສາ​ຫະ​ກິດ ພາຍ​ໃນ​ປະ​ເທດ​ເພີ່ມ​ຂຶ້ນ 10%/ປີ, 30% ຈຳ​ນວນ​ວິ​ສາ​ຫະ​ກິດ​ຜະ​ລິດ​ຜະ​ລິດ​ຕະ​ພັນ ເປັນຫຼັກ​ແຫຼ່ງ​ໃນ​ບັນ​ດາ​ຂະ​ແໜງ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງລ່າງ​ຄົ້ນ​ຄ້​ວາ​ການ​ພັດ​ທະ​ນາ​ຮັບ​ໃຊ້​ໃຫ້​ແກ່​ການ​ຖ່າຍ​ທອດ, ຮັບ​ຮູ້​ເຕັກ​ໂນ​ໂລ​ຢີ.

ກ່ຽວ​ກັບ​ໜ້າ​ທີ່ ແລະ ວິ​ທີ​ການ​ປະ​ຕິ​ບັດ​ແຜນ​ຮ່າງ, ຂໍ້​ຕົກ​ລົງ​ກໍ່​ປັບ​ປຸງ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ບຸກ​ຄະ​ລາ​ກອນ. ລະ​ອຽດ​ແມ່ນ, ໜູນ​ຊ່ວຍ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຖັນ​ແຖວ​ພະ​ນັກ​ງານ​ຄຸ້ມ​ຄອງ, ນັກ​ເຕັກ​ນິກ, ພະ​ນັກ​ງານ​ຄົ້ນ​ຄ້​ວາ, ພະ​ນັກ​ງານ​ເຕັກ​ນິກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ, ອົງ​ການ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຜ່ານ​ການ​ບຳ​ລຸງ​ສ້າງ​ວິ​ຊາ​ສະ​ເພາະ​ຢູ່​ຕ່າງ​ປະ​ເທດ ຫຼື​ເຊື້ອ​ເຊີນ​ນັກ​ຊ່ຽວ​ຊານ​ຕ່າງ​ປະ​ເທ​ດ​ມາເຮັດ​ວຽກ ແລະ ບຳລຸງ​ສ້າງ​ຢູ່ ຫວຽດ​ນາມ.

ໜູນ​ຊ່ວຍ​ບຳ​ລຸງ​ສ້າງ, ຍົກ​ສູງ​ລະ​ດັບ​ວິ​ຊາ​ການ, ຄວາມ​ຮູ້ ແລະ ທັກ​ສະ​ກ່ຽວ​ກັບ​ການ​ຊອກ​ຫາ, ເຈ​ລະ​ຈາ, ຕີ​ລາ​ຄ​າ, ປະ​ເມີນ​ຜົນ, ຖ່າຍ​ທອດ, ຮັບ​ຮູ້​ເຕັກ​ໂນ​ໂລ​ຢີ​ຂອ​ງວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ​ເປັນ​ກາງ​ຂອງ​ຕະຫຼາດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງວິ​ສາ​ຫະ​ກິດ.

ວິ​ທີ​ການ​ແກ້​ໄຂ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ໜູນ​ຊ່ວຍ​ອົງການຈັດ​ຕັ້ງ, ວິ​ສາ​ຫະ​ກິດ​ຖ່າຍ​ທອດ, ເປັນ​ເຈົ້າ​ຂອງ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຕ່າງ​ປະ​ເທດ​ເຂົ້າ​ມາ ຫວຽດ​ນາມ ກໍ່​ໄດ້​ຮັບ​ການ​ປັບ​ປຸງ. ຕາມ​ນັ້ນ​ແລ້ວ, ໜູນ​ຊ່ວຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ: ຄົ້ນ​ຄ້​ວາ, ບຳ​ລຸງ​ສ້າງ, ຊອກ​ຫາ, ໄຈ້​ແຍກ, ຕີ​ລາ​ຄາ, ປະ​ເມີນ​ຜົ​ນ, ແກ້​ລະ​ຫັດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ຄ່າ​ເຊົ່າ​ນັກ​ຊ່ຽວ​ຊານ​ເຕັກ​ໂນ​ໂລ​ຢີ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ນັກ​ຊ່ຽວ​ຊານ​ເຕັກ​ໂນ​ໂລ​ຢີ​ຕ່າງ​ປະ​ເທດ​ໃນ​ການ​ເຊື່ອມ​ຕໍ່, ຊອກ​ຫາ, ໃຫ້​ຄຳ​ປຶກ​ສາ​ໃນ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ.

ໜູນ​ຊ່ວຍ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫ​ະ​ຫິດ​ປະ​ຕິ​ບັດ​ໂຄງ​ການ​ຖ່າຍ​ທອດ, ແກ້​ລະ​ຫັດ, ເປັ​ນ​ເຈົ້າ​ຂອງ ແລະ ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ຈາກ​ຕ່າງ​ປະ​ເທດ​ເຂົ້າ​ມາ​ຫວຽດ​ນາມ, ໜູນ​ຊ່ວຍ​ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ​​ຄົ້ນ​ຫາ, ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ພູມ​ປັນ​ຍາ, ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບຊັບ​ສິນ​ທາງ​ປັນ​ຍາ, ປະ​ຕິ​ບັດ​ບັນ​ດາ​ລະບຽບ​ການ​ກ່ຽວ​ກັບ​ມາດ​ຕະ​ຖານ, ມາດ​ຕະ​ຖານ​ເຕັກ​ນິກ, ການວັດ​ແທກ, ຄຸນ​ນະ​ພາບ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.